ຄວາມເປັນເອກະລັກສະເພາະຂອງຊື່ຕະຫຼາດແຕ່ລະແຫ່ງຢູ່ຫວຽດນາມ

11 ມັງກອນ 2017 - 19:52:44

ຕະຫຼາດ​ຫວຽດ​ນາມ​ແມ່ນ​ມີ​ຂຶ້ນ​ໃນ​ຕະຫຼອດ​ປີ. ຕະຫຼາດ​ໃຫຍ່​ແມ່ນ​ມີ​ຢູ່​ບັນ​ດາ​ນະ​ຄອນ, ສ່ວ​ນ​ຕະຫຼາດ​ນ້ອຍ​ແມ່ນ​ມີ​ຢູ່​ຕາມ​ແຂວງ,  ເມືອງ, ຕາ​ແສງ, ບ້ານ. ຕະຫຼາດ​ຢູ່​ຕາມ​ນະ​ຄອນ ມີ​ຜູ້​ຊື້​ຄົນ​ຂາຍ​ຢ່າງ​ໜາ​ແໜ້ນ ປະ​ມານ​ 2-3 ພັນ​ຄົນ​ຊຶ່ງ​ຂາຍ​ສິນ​ຄ້າ​ຄົບ​ທຸກ​ປະ​ເພດ. ສຳ​ລັບ​ຕະຫຼາດ​ຢູ່​ແຂວງ, ເມືອງແມ່ນ​ມີ​ຜູ້ມາ​ຊື້​, ມາຂາຍເຄື່ອງໜ້ອຍ​ກ່​ວາ, ແຕ່​ກໍ​ຍັງ​ຄົງ​ມີ​ສິນ​ຄ້າ​ຈຳ​ເປັນ​ຄົບ​ທຸກ​ປະ​ເພດ. ຕະຫຼາດ​ແຕ່​ລະ​ແຫ່ງ​ກໍ​ລ້ວນ​ແຕ່​ມີ​ຊື່​ຕ່າງ​ຫາກ, ຊ້ອນ​ແຝງ​ທັງ​ເລື່ອງ​ລາວ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ.  

 

ຄວາມເປນເອກະລກສະເພາະຂອງຊຕະຫາດແຕລະແຫງຢຫວຽດນາມ hinh 0
ຕະຫຼາດ​ດົງ​ຊວນ​ທີ່​ຮ່າ​ໂນ້ຍ

       ຢູ່​ຫວຽດ​ນາມ, ແຕ່​ລະ​ໝູ່​ບ້ານ, ຕາ​ແສງ, ເຂດ ແລະ ພາກ, ກໍ​ລ້ວນ​ແຕ່​ມີຕະຫຼາດ​ຕ່າງໆ​ຕິດ​ພັນ​ເຂດ​ຊຸມ​ຊົນ. ບໍ່​ມີ​ໃຜ​ສາ​ມາດ​ຮູ້​ຊັດ​ເຈນ​ວ່າ​ຢູ່​ຫວຽດ​ນາມ​ມີ​ຕະຫຼາດ​ຈັກ​ແຫ່ງ. ແຕ່​ຕະຫຼາດ​ແຫ່ງ​ໃດ ກໍ​ລ້ວນ​ແຕ່​ມີ​ຊື່​ຂອງ​ໃຜ​ຂອງ​ມັນ. ເມື່ອ​ເວົ້າ​ເຖິງ​ຊື່​ຂອງ​ຕະຫຼາດ​ຫວຽດ​ນາມ, ທ່ານ​ໂຮ່​ດ້າຍ​ເຟືອກ ຜູ້​ໄດ້​ປະ​ກອບ​ອາ​ຊີບ​ຖ່າຍ​ຮູບ​ກ່ຽວ​ກັບ​ຕະຫຼາດ​ຢູ່​ຫວຽດ​ນາມເປັນ​ເວ​ລາ 20 ປີ​ແລ້ວ, ໃຫ້​ຮູ່​ວ່າ 

    “ ຊື່​ຂອງ​ຕະຫຼາດ​ແມ່ນ​ຊື່​ຂອງ​ບ້ານ, ຕາ​ແສງນັ້ນ. ຕະຫຼາດ​ທີ່​ໃສ່​ຊື່​ຕາ​ແສງ, ເທດ​ສະ​ບານ​ເມືອງ ແມ່ນ​ມີຫຼາຍ​ກ່​ວາ. ຢູ່​ບາງ​ແຫ່ງ​ຕະຫຼາດ​ກໍ​ໃສ່​ຊື່​ຂອງ​ເມືອງ. ຍ້ອນ​ມັນ​ມີ​ຄວາມ​ຜູກ​ພັນ​ເຊັ່ນ​ນັ້ນ, ດັ່ງ​ນັ້ນ, ເມື່ອ​ອ່ານ​ຊື່​ຂອງ​ຕະຫຼາດ​ຕ່າງໆ​ຢູ່​ຫວຽດ​ນາມນັ້ນ, ເຮົາ​ກໍ​ສາ​ມາດເດົາ​ໄດ້​ວ່າ​ຕະຫຼາດ​ແຫ່ງນັ້ນ​ຕັ້ງ​ຢູ່​ໃສ ”

     ຕະຫຼາດ​ນະ​ຄອນ​ແມ່ນ​ມີ​ຄົນມາ​ຊື້​ຂາຍ​ຈົນ​ຮອດ​ຕອນ​ທ່ຽງ​ຄືນ. ຢູ່​ເຂດ​ທົ່ງ​ພຽງ, ເຂດ​ບ້ານ​ນາ, ເຂດ​ແຄມ​ທະ​ເລ, ຕະຫຼາດ​ມີຂຶ້ນ​ເປັນ​ເວ​ລາສັ້ນໆ ຄື​ໃນ​ຍາມ​ເຊົ້າຫຼື​ໃນ​ຍາມຄ້ອຍ​ແລງ. ສ່ວນ​ຢູ່​ເຂດ​ພູ​ດອຍແມ່ນ​ຕະຫຼາດ​ນັດ, ດົນໆ​ຈຶ່ງ​ມີ​ເທື່ອ​ໜຶ່ງ. ຊາວ​ທ້ອງ​ຖິ່ນ​ເຄີຍ​ລໍຖ້າ​ຮອດ​ຍາມ​ຕະຫຼາດ​ນັດ​ຄື​ລໍ​ຖ້າ​ຮອດ​ຍາມ​ຈັດງານ​ບຸນ. ຢູ່​ຕະຫຼາດ​ແຫ່ງ​ນັັ້ນ, ຜູ້​ຄົນ​ໄປ​ຕະຫຼາດ​ເຄີຍ​ມາ​ແລກ​ປ່ຽນ​ສິນ​ຄ້າ​ຄື​ດັ່ງ​ສະ​ໄໝ​ບູ​ຮານ​ຊຶ່ງ​ແມ່ນ​ຄວາມ​ງາມ​ຂອງ​ການ​ຊື້​ຂາຍ​ມາ​ແຕ່​ດຶກ​ດຳ​ບັນ.

      ຢູ່​ຕາມ​ເຂດ​ບ້ານ​ນາຫວຽດ​ນາມ, ຈາກຫົວ​ບ້ານຕະຫຼອດ​ຮອດທ່າ​ນ້ຳ, ຕົ້ນ​ໄຮ…ຢູ່​ບ່ອນ​ໃດ​ທີ່​ມີ​ຄົນ​ມາ​ເຕົ້າ​ໂຮມ​ຢ່າງ​ໜາ​ແໜ້ນນັ້ນ, ຢູ່​ບ່ອນນັ້ນລ້ວນ​ແຕ່​ມີ​ຕະຫຼາດ. ພຽງ​ແຕ່​ມີ​ຄົນ​ມາ​ຊື້​ຂາຍ​ເທົ່າ​ນັ້ນ, ຢູ່​ບ່ອນນັ້ນ​ອາດ​ຈະ​ກາຍ​ເປັນ​ຕະຫຼາດກໍ​ເປັນ​ໄດ້. ໄລ​ຍະ​ຕໍ່​ມາ​ກໍ​ປະ​ກົດ​ມີ​ຕະຫຼາດ​ຢ່ອງ​ຢໍ້, ຍ້ອນ​ວ່າ​​ທຸກ​ຄົນ​ມາ​ຕະຫຼາດ​ກໍ​ລ້ວນ​ແຕ່ນັ່ງ​ຢ່ອງ​ຢໍ້​ເພື່ອ​ຊື້​ຂາຍ​ເຄື່ອງ. ແລະ ກໍ​ອີງ​ຕາມ​ຄວາມ​ຕ້ອງ​ການ ແລະ ຄວາມ​ຊີ້ນ​ເຄີຍ​ຂອງ​ຊາວ​ທ້ອງ​ຖິ່ນ​ແຕ່​ລະ​ແຫ່ງ, ຈຶ່ງ​ມີ​ຕະຫຼາດທີ່​ເລີ່ມ​ມີ​ຄົນ​ມາ​ຊື້​ຂາຍ​ເຄື່ອງນັບ​ແຕ່ 1 ໂມງ​ຫາ 4-5 ໂມງ​ເຊົ້າ, ແລ້ວ​ກໍ​ຄ່ອຍ​ເລີກ. ມີ​ຕະຫຼາດ​ບາງ​ແຫ່ງ​ກໍ​​ເລີ່ມມີ​ຂຶ້ນ​ນັບ​ແຕ່ 18-19 ໂມງ​ໃຕ້​ແສງ​ຕະ​ກ່ຽງ​ລະ​ຫຍິບ​ລະ​ຫຍັບຊຶ່ງ​ຖືກ​ເອີ້ນ​ວ່າ ຕະຫຼາດ​ເອີມ​ຝູ(ແປ​ວ່າ ຕະຫຼາດ​ຍົມ​ມະ​ໂລກ).

    ຕະຫຼາດ​ເຄີຍ​ຖືກ​ຕັ້ງຂຶ້ນ​ຢູ່​ສະ​ຖານ​ທີ່​ມີ​ເງື່ອນ​ໄຂ​ສະ​ດວກ​ຄື ຢູ່​ແຄມ​ແມ່​ນ້ຳ, ແຄມ​ທາງຫຼວງ. ຢູ່​ຕາມ​ເຂດ​ແມ່​ນ້ຳລຳ​ເຊ​ ຄືຢູ່ເຂດ​ເກີນ​ເທີ, ຝຸ້ງຫຽບ, ລອງ​ຊວຽນ​ໃນ​ເຂດ​ທາງ​ທິດຕ​າ​ເວັນ​ຕົກພາກ​ໃຕ້​ນັ້ນ, ການ​ໄປ​ມາ​ສ່ວນຫຼາຍ​ແມ່ນ​ໃຊ້​ເຮືອ. ມີ​ເຮືອຫຼາຍ​ລຳ​ບັນ​ທຸກ​ເຄື່ອງ​ຂອງ ກໍ​ເຕົ້າ​ໂຮ​ມ​ກັນ​ກາຍ​ເປັນ​ຕະຫຼາດ​ບົນ​ແມ່​ນ້ຳ. ສ່ວນ​ບັນ​ດາ​ຕະຫຼາດ​ນ້ອຍ​ຢູ່​ອ້​ອມ​ແອ້ມ​ນະ​ຄອນ ກໍ​ເຄີຍ​ໃສ່​ຊື່​ຂອງ​ແມ່​ຄ້າ​ຄົນ​ໜຶ່ງ​ທີ່​ໄດ້​ທຳ​ມາ​ຄ້າ​ຂາຍ​ຢູ່​ຕະຫຼາດ​ແຫ່ງນີ້​ມາ​ແຕ່​ດົນ​ນານ​ເຊັ່ນ: ຕະຫຼາດ​ບາ​ຈ່ຽວ(ແປ​ວ່າ​ປ້າ​ຈ່ຽວ), ຕະຫຼາດ​ບາ​ຮອມ(ແປ​ວ່າ​ປ້າ​ຮອມ)…

              ຕະຫຼາດ​ຂາຍ​ສົ່ງ​ເຂົ້າ​ສານ ກໍ​ເອີ້ນ​ວ່າ ຕະຫຼາດ​ເຂົ້າ​ສານ, ຕະຫຼາດ​ຂາຍ​ເສື່ອຫຼາຍ​ຊະ​ນິດ​ກໍ​ເອີ້ນ​ວ່າ ຕະຫຼາດ​ເສື່ອ. ສ່ວນ​ຕະຫຼາດ​ຖືກ​ຕັ້ງ​ຢູ່​ຕາມ​ສວນ​ກໍ​ເຄີຍ​ໃສ່​ຊື່​ຂອງ​ຕົ້ນ​ໄມ້​ໃນ​ສວນ. ຍົກ​ຕົວ​ຢ່າງ​ເຊັ່ນ: ຕະຫຼາດ​ຢູ່​ສວນ​ມີ​ຕົ້ນ​ຄາມ ກໍ​ເອີ້ນ​ວ່າ ຕະຫຼາດ​ຄາມ, ຕະຫຼາດ​ມີ​ຕົ້ນ​ໄມ້​ໄຜ່​ກໍ​ເອີ້ນ​ວ່າ ຕະຫຼາດ​ໄມ້​ໄຜ່.…

     ຢູ່​ຕາມ​ຕະຫຼາດ​ຂາຍ​ຜັກ, ເຄີຍ​ເອີ້ນ​ວ່າ ຕະຫຼາດ​ຂຽວ. ຕະຫຼາດ​ຂາຍ​ກຸ້ງ, ປາ, ເຄີຍ​ເອີ້ນ​ວ່າ ຕະຫຼາດ​ຣົ່ງ. ຕາມ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ແລ້ວ, ການ​ຕັ້ງ​ຊື່​ໃຫ້​ຕະຫຼາດ​ເຫຼົ້າ​ນັ້ນ ກໍ​ເປັນ​ຂີດ​ໝາຍ​ແຫ່ງ​ອະ​ລິ​ຍະ​ທຳ​ພື້ນ​ຖານ​ກະ​ສີ​ກຳ​ຂອງ​ຫວຽດ​ນາມ. ແລ້ວ, ປັດ​ໄຈ​ວັດ​ທະ​ນະ​ທຳ​ກໍ​ຖືກ​ສະ​ແດງ​ອອກ​ຜ່ານ​ຊື່​ເອີ້ນ​ຂອງ​ຕະຫຼາດ​ຕ່າງໆ​ເຊັ່ນ ຕະຫຼາດ​ແຫ່ງ​ຄວາມ​ຮັກ​ຊາ​ປາ, ເຄົາ​ວາຍ, ບັກ​ຮ່າ…ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ທ່ານ ຝ້າມ​ຢາ​ແຄ້ງ ຢູ່​ນາມ​ດົງ, ຮ່າ​ໂນ້ຍ​ໃຫ້​ຮູ້​ເມື່ອ​ໄດ້​ໄປຕະຫຼາດ​ແຫ່ງ​ຄວາມ​ຮັກ​ເຄົາ​ວາຍວ່າ:

    “ ບໍ່​ແມ່ນ​ວ່າ ເມື່ອ​ໄປ​ຕະຫຼາດ​ກໍ​ເພື່ອ​ຊື້​ຂາຍ​ເຄື່ອງ​ເທົ່າ​ນັ້ນ. ໄປ​ຕະຫຼາດ​ເຄົາ​ວາຍ ພຽງ​ແຕ່​ໄດ້​ຍິນ​ສຽງ​ແຄນ, ສຽງ​ຂັບ​ກ້ຽວ​ຂອງ​ຄູ່​ບາວ​ສາວ​ເຜົ່າ​ມົ້ງ, ວາດ​ຟ້ອນ​ຂອງ​ພວກ​ນາງ​ສາວ​ເຜົ່າ​ຜູ້​ໄທ ”

       ສ່ວນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ກໍ​ມີ​ຕະຫຼາດ​ດົງ​ຊວນ, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ກໍ​ມີ​ຕະຫຼາດ​ເບັ້ນ​ແທ່ງ, ຢູ່​ດານັ້ງ ກໍ​ມີ​ຕະຫຼາດ​ຮ່ານ, ຢູ່ເຂດ​ໄຕ​ງວຽນ, ກໍ​ມີ​ຕະຫຼາດບວນ​ເມ, ຢູ່​ເຫວ້​ກໍ​ມີ​ຕະຫຼາດ​ດົງ​ບາ… ຊື່​ຂອງ​ຕະຫຼາດ​ຕ່າງໆ​ຢູ​່​ຫວຽດ​ນາມ​ແມ່ນ​ມີຫຼາຍ​ຮູບຫຼາຍ​ສີ, ອັນ​ໄດ້​ສ່ອງ​ແສງຈຸດວັດທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

ໃນ​ອາທິດ​ຜ່ານ​ມາ, ​ເພື່ອນ ​ເບັ້ນ ພິມ​ມະ​ສອນ ຢູ່ນະຄອນຫລວງ ວຽງຈັນ, ​ເພື່ອ​ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ຫວັນ ​ແລະ ​ເພື່ອນ ວົງ​ໄຊ ທິບ​ພະວົງ ຢູ່​ແຂວງ ຫລວງ​ນ້ຳທາ​ ໄດ້​ສົ່ງ​ອີ​ແມວມາລາ​ຍການ ​ດ້ວຍ​ເນື້ອ​ໃນ​ວ່າ

ອ່ານຕໍ່