ຊົນເຜົ່າຈູຣູຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນໄວ້ໄດ້ຢູ່ ເຂດດິນແດນ ໄຕງວຽນ

15 ເມສາ 2017 - 17:33:51

(vovworld)- ຈູ​ຣູ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຊົນ​ເຜົ່າ​ທີ່​ດຳ​ລົງ​ຊີ​ວິດ​ມາ​ແຕ່​ດົນ​ນານ​ຢູ່​ເຂດ ໄຕ​ງວຽນ. ເຖິງວ່າ ມີພົນ​ລະ​ເມືອງ​​ຫ​ນ້ອຍກໍ່​ຕາມ ແຕ່​ຊາວ​ເຜົ່າ​ຈູ​ຣູ ຍັງ​ຄົງ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຕົນ​ໄວ້​ໄດ້ ພ້ອມ​ກັບ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ງານ​ບຸນ ແລະ ສາງ​ເພງ​ພື້ນ​ເມືອງ, ດົນ​ຕີ​ພື້ນ​ເມືອງ, ບົດ​ກາບກອນ, ຄຳ​ສຸ​ພາສິດ​​, ເລື່ອງ​ນິ​ທານ ທີ່ອຸ​ດົມ​ສົມ​ບູ​ຫລາຍ​ຢ່າງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວີງ​ຟອງ ທີ່​ມີ​ຫົວ​ຂໍ້​ວ່າ: ຊົນ​ເຜົ່າ​ ຈູ​ຣູ ຮັກ​ສາ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ຕົນ​ໄວ້​ໄດ້​ຢູ່ ເຂດ​ດິນ​ແດນ

ໄຕ​ງວຽ​ນ

ຊົນ​ເຜົ່າ ຈູ​ຣູ ຢູ່​ຫວຽດ​ນາມ ປະ​ຈຸ​ບັນ ມີ​​ພົນ​ລະ​ເມືອງປະ​ມານ 20.000 ຄົນ, ​ຢູ່​ອາ​ໄສ​ຕົ້ນ​ຕໍ​​ໃນບັນ​ດາ​ແຂວງ ເລີມ​ດົງ, ນີງ​ທ້ວນ. ຊົນ​ເຜົ່າ ຈູ​ຣູ ຍັງ​ມີ​ຊື່​ເອີ້ນ​ວ່າ ຈູ​ຣູ, ເຈີ​ຣູ, ຈໍ​ຣູ, ກ​ຣູ, ຣູ. ຊາວ​ເຜົ່າ ຈູ​ຣູ ດຳ​ລົງ​ຊີ​ວິດ​ຢູ່​ຕາມໝູ່​ບ້ານ ແລະ ນາຍ​ບ້ານແມ່ນ​​ຄົນ​ເພດຊາຍ​​ທີ່ມີ​ອາ​ຍຸ​ສູງ ແລະ ມີ​ອິດ​ທິ​ພົນ​ຊື່​ສຽງ​ໂດຍ​ທຸກ​ໆ​ຄົນໃນ​ບ້ານ​ເລ​ືອກ​​ຕັ້ງ ແລະ ກໍ່​ແມ່ນ​ຜູ້​ເປັນ​ເຈົ້າ​ການ​ໃນ​ບັນ​ດາ​ພິ​ທີ​ກຳຕ່າງໆ​ຂອງ​ບ້ານ. ຊົນ​ເຜົ່າ ຈູ​ຣູ ມີ​ມູນ​ເຊື້ອ​ເຮັດ​ກະ​ສິ​ກຳ ແລະ ​ ​ເຂົ້າ​ແມ່ນ​ ພືດ​ທັນ​ຍາ​ຫານ​ຕົ້ນ​ຕໍ.

ຊົນ​ເຜົ່າ ຈູ​ຣູ ເຄີຍ​ດຳ​ລົງ​ຊີ​ວິດ​ເປັນ​ຄອບ​ຄົວ​ໃຫ​ຍ່, ໃນ​ນັ້ນ ມີ 3 -4 ລຸ້ນ​ຄົນດຳ​ລົງ​ຊີ​ວິດ​ຢູ່ຮ່ວມ​ກັນ​ໃນ​ເຮືອນ​ຫລັງ​​ດ​ຽວ. ຈຸດ​ທີ່​ເບິ່ງ​ງ່າຍ​ສຸດ​ໃນ​​ຊຸດອາ​ພອນ​ຂອງຊາວ​ເຜົ່າ ຈູ​ຣູ ນັ້ນ​ແມ່ນ ​ຜູ້​ຊາຍ ແລະ ແມ່​ຍິງຊາວ​ເຜົ່າ ຈູ​ຣູ ລ້ວນ​ແຕ່​ໃຊ້​ຜ້າ​ຄ​ຽນ​ຫົວ. ຜູ້​ຊາຍ​ຊາວ​ເຜົ່າ ຈູ​ຣູ​ເຄີຍ​ນຸ່ງ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ມີ​ພື້ນ​ສີ​ຂາວ, ນັບ​ທັງ​ຜ້າ​ບີງ, ໂສ້ງ​ຍາວ, ຜ້າ​ຄຽນ​ຫົວ​ກໍ່ລ້ວນ​ແຕ່​​ເປັນ​ສີ​ຂາວ​. ຊຸດ​ອາ​ພອນນີ້​ເຂົາ​ເຈົ້າ​ເຄີຍ​ນຸ່ງ​ໃນ​ໂອ​ກາດ​ງານດອງ, ງານ​ບຸນ, ຫລື ງານ​ສົບ. ສ່ວນມື້​ທຳ​ມະ​ດາ ເຂົ​າ​ເຈົ້າ​ນຸ່ງ​ແບບ​ລຽບ​ງ່າຍກວ່າ, ໂສ້ງ​ສີ​ຂາວ, ເສື້ອ​ແຂນ​ຍາວ​ສີ​ຂາວ. ໃນ​ຂະ​ນະ​ນັ້ນ, ແມ່​ຍິງ​ຊາວ​ເຜົ່າ​ຈູ​ຣູ ເຄີຍ​ນຸ່ງ​ເສື້ອ​ເຊີດແລະ​ໃຊ້​ຜ້າ​ບີງ​. ຜ້າ​ບີງສີ​ຂາວ​​ເຄີຍ​ນຸ່ງ​ໃນ​ໂອ​ກາດ​ງານ​ບຸນ​ຕ່າງໆ ສ່ວ​ນ​ຜ້າ​ບີງ​ສີ​ດຳ​ໄດ້​ນຳ​ໃຊ້​ປະ​ຈຳ​ວັນ. ກະ​ໂປ່ງ​ມີ​ສີ​​ຂຽວ​ດຳ.

ຊນເຜາຈຣຮກສາບນດາຈດວດທະນະທຳທເປນເອກະລກສະເພາະຂອງຕນໄວໄດຢ ເຂດດນແດນ ໄຕງວຽນ hinh 0
​​ຜູ້​ບ່າວ, ຜູ້​ສາວ​ຊາວ​ເຜົ່າ ຈູ​ຣູ 
ພາບ:ອິນ​ເຕີ​ແນັດ

ສຳ​ລັບ​ບັນ​ດາ​ເຜົ່າ​ຢູ່​ໄຕ​ງວຽ​ນ ເວົ້າ​ລວມ ແລະ ຊາວ​ເຜົ່າ ຈູ​ຣູ ຢູ່ ແຂວງ ເລີມ​ດົງ ເວົ້າ​ສະ​ເພາະ, ກະ​ພາ​ແມ່ນ​ເຄ​ື່ອງ​ໃຊ້​ທີ່​ຊີນ​ເຄີຍ ຍາມ​ໃດ​ກໍ​ສະ​ຫ​ນິດ​ຕິດ​ພັນ​ກັບ​ປະ​ຊາ​ຊົນ​ໃນ​​ການ​ດຳ​ເນີນຊີ​ວິດ​ປະ​ຈຳ​ວັນ. ສຳ​ລັບ ຊາວ​ເຜົ່າ ຈູ​ຣູ​ ແລ້ວ, ກະ​ພາ ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ໃຊ້​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ປັດ​ໄຈວັດ​ທະ​ນະ​ທຳ, ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ທຳ​ມະ​ຊາດ, ຊີ​ວິດ​ຕາມ​​ວິ​ທີສັງ​ເກດ, ວິ​ທີ​ນຶກຄິດ​ສະ​ເພາະ​ຂອງ​ຕົນ. ເອື້ອຍ ມາ​ເຮືອງ, ບ້ານ ປະ​ແຣ, ຕາ​ແສງ ຟູໂຮ້ຍ, ເມືອງ ດືກ​ຈ້ອງ, ແຂວງ ເລີມ​ດົງ ໃຫ້​ຮູ້​ວ່າ: ສີ​ສັນ​ທີ່​ນຳ​ໃຊ້​ເພື່ອ​ປະ​ດັບ​ປະ​ດາ​ລວດ​ລາຍ​ໃນ​ກະ​ພາ ສ່ວນ​ຫລາຍ​ແມ່ນ​ສີ​ແດງ, ​ສີດຳ ​ທີ່​ເອົາ​ມາ​ຈາກ​ເປືອກໄມ້, ຫລື​ໃບ​ໄມ້​ຕາມ​ທຳ​ມະ​ຊາດ​.

        “ນັບ​ແຕ່​ເມື່ອ​ໄດ້​ກຳ​ເນີດ​​ຂຶ້ນ, ພໍ່​ເຖົ້າ,ແມ່​ເຖົ້າ ພໍ່​ແມ່​ໄດ້​ສອນ​ໃຫ້​ຂ້າ​ພະ​ເຈົ້າ​ວິ​ທີ​​ເປ້ກະ​ພາ, ສານ​ກະ​ພາ ແລະ ນຳ​ໃຊ້​ກະ​ພາ​ໃນ​ຊີ​ວິດ​ປະ​ຈຳ​ວັນ. ກະ​ພາ​ໄດ້​ນຳ​ໃຊ້​​ໄດ້​ຫລາຍ​ວຽກ​ຄື: ໄປ​ເອົາ​ນ້ຳ, ​ໄປ​ໄຮ່​ເພື່ອ​ເກັບ​ກູ້​ສາ​ລີ. ກະ​ພາ​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳ​ລັບ​ ຊາວເຜົ່າ ຈູ​ຣູ.”

ຊນເຜາຈຣຮກສາບນດາຈດວດທະນະທຳທເປນເອກະລກສະເພາະຂອງຕນໄວໄດຢ ເຂດດນແດນ ໄຕງວຽນ hinh 1
ພິ​ທີ​ສູ່​ຂໍ​ຂອງ​ຊາວ​ເຜົ່າ ຈູ​ຣູ
ພາບ: ອິນ​ເຕີ​ແນັດ

        ມາ​ຮອດເດືອນ 2, ເດືອນ 3 ຢູ່ ​ເຂດໄຕ​ງວຽນ ເມື່ອດອກ​ກາ​ເຟ​ເບັ່ງ​ບານ​ເປັນ​ສີ​ຂາວ​ທົ່ວ​ເຂ​ດ​ໂນນ​ພູ ກໍ່​ແມ່ນ​ຈຸດ​ເວ​ລາ​ທີ່ທົ່ວ​ທຸກ​ບ້ານ​ຕ່າງໆ​ຂອງ​ຊົນເຜົ່າ ຈູ​ຣູ ​ໄດ້ຫ້າງ​ຫາ​ກະ​ກຽມ​ກ້າວ​ເຂົ້າ​ສູ່​ລະ​ດູ​ຈັດງານດອງ, ລະ​ດູ “ຈັບ​ຜົວ”ຂອ​ງ​ບັນ​ດາ​ຜູ້​ສາວ. ຊາວ​ເຜົ່າ​ ຈູ​ຣູ ຢູ່ ໄຕ​ງວຽນ ດຳ​ລົງ​ຊີ​ວິດ​ຕາມ​ລະ​ບອບ​ມານ​ດາ​ສິດ​ທິ​ລາດ ສະ​ນັ້ນ ແມ່​ຍິງ​ຊາວ​ເຜົ່າ ຈູ​ຣູ ມີ​ຄວາມ​ເປັ​ນ​ເຈົ້າ​ການ​ໃນ​ການ​ສົມ​ລົດ. ເມື່ອ​ຜູ້​ສາວ​ຮອດ​​ເກນອາ​ຍຸ ເອົາ​ຜົວ​, ຄອບ​ຄົວ​ຂອງ​ເຈົ້າ​ສາວ ພ້ອມ​ກັບ​ເຈົ້າໂຄດລຸງ​ຕາ​ຈະ​ນຳ​ເອົາ​ເຄື່ອງ​ສິນ​ສອດໄປ​ສູ່​ຂໍ​ເຈົ້າ​ບ່າວ. ພາ​ຍ​ຫລັງ​ຄອບ​ຄົວ​ເຈົ້າ​ສາວ​ໂອ້​ລົມ​ກັບ​ຄອບ​ຄົວ​ເຈົ້າ​ບ່າວ​ແລ້ວ, ເຈົ້າ​ໂຄດ​ລຸງ​ຕາ​ໃ​ສ່ສາຍ​ຄໍ​ໝາກ​ຕຸ້ມ ແລະ ​ສວມແຫວນແຕ່ງ​ງານໃຫ້​ເຈົ້າ​ບ່າວ​ແທນ​ໃຫ້​ຄຳ​ສະ​ເຫ​ນີ​ການ​ສົມ​ລົດ. ຜູ້​ຕາງ​ຫ​ນ້າ​ຄອບ​ຄົວ​ເຈົ້າ​ບ່າວ ກໍ່​ສວມແ​ຫວນ​ໃຫ້​ເຈົ້າ​ສາວ ແລະ ​ຕົກ​ລົງ​ເຫັນ​ດີ​ໃຫ້​ເຈົ້າ​ສາວ​ເປັນ​ລູກໃພ້​ຂອງ​ຕົນ. ເພາະ​ສະ​ນັ້ນ ສຳ​ລັບ​ບັນ​ດາ​ຜູ້​ບ່າວ, ຜູ້​ສາວ​ຊາວ​ເຜົ່າ ຈູ​ຣູ ແລ້ວ, ​ແຫວນ​ເງິນ ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ເອ້​ຢ້ອງ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເຄື່ອງ​ສິ​ນ​ສອດ​ມີ​ຄວາມ​ໝາຍ​ສັກສິດ​ໃນ​ພິ​ທີ​ສົມ​ລົດຂອງ​ບັນ​ດາ​ຄູ່​ຜົວ​ເມຍ​ອີກ​ດ້ວຍ. ເພື່ອ​ຜະ​ລິດ​ແຫວນແຕ່ງ​ງານໃຫ້​ເຈົ້າ​ບ່າວ ແລະ ເຈົ້າ​ສາວ​ຕາມ​​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ຈູ​ຣູ, ບັນ​ດາ​ນັກ​ສິ​ລະ​ປະ​ການ​ຕ້ອງ​ປະ​ຕິ​ບັດ​ຫລາຍ​ຂັ້ນ​ຕອນ​ຢ່າງລະ​ອຽດ​ລະ​ອໍ​. ນັກ​ສິ​ລະ​ປະ​ການ ຢາ​ຕວດ, ຕາ​ແສງ ຕູ​ຈາ, ເມືອງ ເດີນ​ເຢືອງ, ແຂວງ ເລີມ​ດົງ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ຜະ​ລິດ​ແຫວນ​ຂອງ​ຊາວ​ເຜົ່າ ຈູ​ຣູ ມາ​ໄດ້ 20 ປີ​ແລ້ວ. ກ່ອນນີ້ ຂ້າ​ພະ​ເຈົ້າ​ຕ້ອງ​ຮຽນ​ອາ​ຊີບ​ຕີແຫວນ​ໃນ​ໄລ​ຍະ 3 ປີ​ຈຶ່ງ​ສາ​ມາດ​ຕີແຫວນ​ໄດ້. ນີ້​ແມ່ນ ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ, ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ ຕ້ອງ​ຮັກ​ສາ, ຖ່າຍ​ທອດ​ອາ​ຊີບນີ້​ໃຫ້​ພໍ່​ແມ່​ພີ່​ນ້ອງ​ໃນ​ບ້ານ​ຂອງ​ຕົນ.”

        ຊາວ​ເຜົ່າ ຈູ​ຣູ  ມີ​ຄຳ​ສຸ​ພະ​ສິດ, ຄຳ​ພະ​ຫ​ຍາ, ເລື່ອງ​ນິ​ທານ, ເພງ​ພື້ນ​ເມືອງ​ທ​ີ່ອຸ​ດົມ​ສົມ​ບູນ​ຫລາຍ​ຢ່າງ ແລະ ເຂົາ​ເຈົ້າ​ກໍ່​ຮັກ​ສາ​​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຫລາຍ​ປະ​ເພດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໄວ້. ໃນ​ວັນ​ບຸນ​ຕ່າງໆ, ເຂົາ​ເຈົ້າ​ເຄີຍ​ເສບ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ ແລະ ຟ້ອນ​ວາດ​ຟ້ອນ Tamga ຊື່ງ​ແມ່ນ​ວາດ​ຟ້ອນ​ມີ​ລັກ​ສະ​ນະ​ວົງ​ຄະ​ນາ​ຍາດ, ຊາວ​ເຜົ່າ​ຈູ​ຣູ ຜູ້​ໃດ​ກໍ່​ຮູ້​ຈັກ​ເຖິງ ແລະ ນິ​ຍົມ​ວາດ​ຟ້ອນນີ້. ຊາວ​ເຜົ່າ ຈູ​ຣູ ມີ​ຮີດ​ຄອງ​ປະ​ເພ​ນີ​ໄຫວ້​ບູ​ຊາ​ປູ່​ຍ່າ​ຕາ​ຍາຍ ແລະ ມີ​ຫລາຍ​ພິ​ທີ​ກຳ​ກ່ຽວ​ກັບ​ກະ​ສິ​ກຳ​ຄື: ບູ​ຊາ​ເທວະ​ດາ​ຄັນ​ຄູ, ຄອງ​ເໝ​ືອງ, ເທວະ​ດາ​ເຂົ້າ, ບຸ​ນ​ເຂົ້າ​ໃຫມ່.


ທ່ອງທ່ຽວຢູ່ໝູ່ເກາະນາມຢູ

ທ່ອງທ່ຽວຢູ່ໝູ່ເກາະນາມຢູ

(vovworld) - ຈາກ​ຄວາມ​ສູງ​ເກືອບ 300 ແມັດເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ແຂກ​ທ່ອງ​ທ່ຽວ​ສາ​ມາດ​​ຊົມ​ຄວາມ​ງາມ​ຂອງ​ເກາະ​ນ້ອຍ​ໃຫຍ່​ຕັ້ງ​ສະຫຼັບ​ສັບ​ຊ້ອນບົນ​ພື້ນ​ສີ​ຂຽວ​ຂອງ​ນ້ຳ​ທະ​ເລ ແລະ ທ້ອງ​ຟ້າ.

ອ່ານຕໍ່