ໝູ່ບ້ານຜະລິດເຄື່ອງດົນຕີ ດ່າວຊ໋າ, ບ່ອນຮັກສາທຳນອງເພງພື້ນເມືອງ

31 ມີນາ 2017 - 11:23:16

(vovworld) - ຕາມ​ສາຍ​ທາງ​ຫຼວງ 1A ​ເກົ່າ​, ຫ່າງ​ຈາກ​ໃຈກາງ​ນະຄອນຮ່າ​ໂນ້ຍ ໄປ​ທາງ​ທິດ​ໃຕ້ປະມານ 50 ກມ, ມີ​ໝູ່​ບ້ານ​ນ້ອຍ​ ດ່າວຊ໋າ, ​ເຊິ່ງ​ແມ່ນ​ໝູ່​ບ້ານ​ເຮັດ​ກະສິກຳ​ເປັນ​ຕົ້ນ, ​ແຕ່​ຫຼາຍຄົນ​ຈະ​ບໍ່​ຮູ້​ໄດ້​ວ່ານີ້​ກໍ່​ແມ່ນ​ບ່ອນ​ຜະລິດ​​ເຄື່ອງ​ດົນຕີ​ພື້ນ​ເມືອງທີ່​ເປັນ​ເອກະລັກ​ສະ​ເພາະ.

ໝບານຜະລດເຄອງດນຕ ດາວຊາ, ບອນຮກສາທຳນອງເພງພນເມອງ hinh 0
​ທ່ານ ດ່າວວັນ​ສ້ວານ ​ແມ່ນ​ນັກ​ສິລະ​ປະການ​
ຜະລິດ​ເຄື່ອງ​ດົນຕີ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ

        ໝູ່​ບ້ານ ດ່າວຊ໋າ ຂຶ້ນ​ກັບ​ຕາ​ແສງ ດົງ​ໂຫຼ, ​ເມືອງ ອື້ງ​ຮ່ວາ, ຊານ​ນະຄອນ ຮ່າ​ໂນ້ຍ. ນັບ​ແຕ່​ດົນນານ​ມາ​ແລ້ວ, ດ່າວຊ໋າ ມີ​ຊື່​ສຽງ​ແມ່ນ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ດ້ວຍ​ບັນດາຜະລິດ​ຕະພັນ​ເຄື່ອງ​ດົນຕີພື້ນ​ເມືອງ ຫວຽດນາມ. ສິ່ງ​ພິ​ເສດ​ນັ້ນ​ແມ່ນ, ບັນດາ​ຜູ້​ຜະລິດ​ເຄື່ອງ​ດົນຕີ​ເຫຼົ່າ​ນັ້ນ​ ພັດ​ແມ່ນ​ຊາວ​ກະສິກອນ. ບັນດາ​ເຄື່ອງ​ດົນຕີ​ທີ່​ໄດ້້ຮັບ​ການ​ຜະລິດ​ຢູ່​ທີ່​ນີ້​ສ່ວນ​ຫຼາຍ​ແມ່ນ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຄື: ພິນ​ສາຍ​ດຽວ, ພິນ 36 ສາຍ, ກະ​ຈັບ​ປີ… ​ເມື່ອ​ມາ​ຮອດ​ຫົວ​ບ້ານ, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ຮູ້ສຶກ​ໄດ້​ກິ່ນ​ຫອມ​ທີ່ແຜ່​ອອກ​ມາຈາກ​ໄມ້​ຜະລິດ​ພິນ​ຊະນິດ​ຕ່າງໆ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຟັງ​​ສຽງດັງກັງວານ​ຈາກ​ເຄື່ອງ​ດົນຕີ​ເຫຼົ່ານັ້ນ​ອີກ​ດ້ວຍ.

        ອາຊີບ​ຜະລິດ​ເຄື່ອງ​ດົນຕີ​ຢູ່ ດ່າວຊ໋າ ​ໄດ້​ມີ​ມາ​ກ່ອນ​ນີ້ 200 ປີ, ​ໂດຍ​ພໍ່​ເຖົ້າ ດ່າວຊວນ​ລານ​ເປັນ​ຜູ້​ກໍ່​ຕັ້ງ. ນັບ​ແຕ່​ສະຕະວັດ​ທີ 19, ບັນດາ​ນາຍ​ຊ່າງ​ທີ່​ມີ​ສີມື​ແຮງ​ງານ​ຂອງ​ໝູ່​ບ້ານ ດ່າວຊ໋າ ​ໄດ້​ພາ​ຄອບຄົວ, ຍາດຕິ​ພີ່ນ້ອງ​ໄປ​ຍັງ​ນະຄອນ ທັງ​ລອງ (ຮ່າ​ໂນ້ຍ​ໃນ​ປະຈຸ​ບັນ) ​ເພື່ອ​ສ້າງ​ໝູ່​ບ້ານ​ອາຊີບ, ຖະໜົນ​ອາຊີບ. ດ້ວຍ​ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ ​ແລະ ຄວາມ​ຊຳນານ​ຂອງ​ຕົນ, ບັນດາ​ນາຍ​ຊ່າງ​ຜະລິດ​ເຄື່ອງ​ດົນຕີ​ຢູ່ ດ່າວຊ໋າ​ໄດ້​ຜະລິດ​ເປັນ​ບັນດາ​ຜະລິດ​ຕະພັນ​ລະອຽດ​ລະ​ອໍ​ເພື່ອ​ສະໜອງ​ໃຫ້​ເມືອງ​ຫຼວງ, ປະກອບສ່ວນ​ເຮັດ​ໃຫ້​ບັນດາ​ໝູ່​ບ້ານ​ອາຊີບ​ນັບ​ມື້​ນັບ​ຄຶກ​ໂຄມ​ໜາ​ແໜ້ນ. ຜ່ານ​ຫຼາຍ​ສະ​ໄໝ, ອາຊີບ​ຜະລິດ​ເຄື່ອງ​ດົນຕີ​ຢູ່ ດ່າວຊ໋າ ນັບ​ມື້​ນັບ​ພັດທະນາ. ປະຊາຊົນ​ໃນ​ໝູ່​ບ້ານ​ໄດ້​​​ເຊີດ​ຊູ​ພໍ່​ເຖົ້າ ດ່າວຊວນ​ລາງ ​ເປັນ​ຜູ້​ປະດິດອາຊີບຂອງ​ໝູ່​ບ້ານ. ປະຈຸ​ບັນ​ຢູ່​ໝູ່​ບ້ານ ດ່າວຊ໋າ ມີ​ຫໍ​ບູຊາ​ບັນພະບຸລຸດ. ​ແຕ່ລະ​ປີ​ໃນ​ໂອກາດ​ບູຊາ​ບັນພະບຸລຸດ​ຜູ້​ປະດິດ​ອາຊີບ, ປະຊາຊົນ​ໃນ​ໝູ່ບ້ານ​ອາຊີບ​​ເຄີຍ​ກັບ​ມາ​ຖະຫວາຍ​ເຄື່ອງ​ຂອງ​ບູຊາ, ຈູດ​ທູບ​ທຽນ​ອາ​ໄລ​ຫາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ໃນ​ການ​ປະດິດ​ອາຊີບ​ໃຫ້​ໝູ່​ບ້ານ. ທ່ານ ດ່າວຊວນ​ມາຍ, ​ ຫຼານສືບ​ຕະກຸນ​ຂອງຜູ້​ປະດິດ​ອາຊີບ ດ່າວຊວນ​ລານ, ​ເລົ່າ​ກ່ຽວ​ກັບ​ກົກ​ເຄົ້າ​ຂອງ​ໝູ່​ບ້ານ​ວ່າ:

        “ຍາມ​ຍັງ​ເປັນ​ຊາວ​ໜຸ່ມ, ພໍ່​ປູ່​ມ່ອນຂ້າພະ​ເຈົ້າ​ເຮັດ​ອາຊີບ​ຊ່າງ​ໄມ້.​ມີຄັ້ງໜຶ່ງ​ເມື່ອ​ພົບ​ປະກັບ​ຄົນ​ຕ່າງປະ​ເທດ​ທີ່ມີ​ຄວາມ​ຊຳນານ​ໃນ​ການ​ຜະລິດ​ເຄື່ອງ​ດົນຕີ, ພໍ່​ປູ່​ມ່ອນ​ກໍ່​ເມົາ​ມົວ​ຮຽນ​ຕາມ ​ແລະ​ໄດ້​ຫັນ​ຈາກ​ອາຊີບ​ຊ່າງ​ໄມ້​ເປັນ​ອາຊີບ​ຜະລິດ​ເຄື່ອງ​ດົນຕີ. ​ເມື່ອວຽກ​ງານ​ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ, ພໍ່​ປູ່​ມ່ອນກໍ່​ກັບ​ຄືນມາ​ບ້ານ​ເກີດ​ເພື່ອ​ສອນ​ອາຊີບ​ໃຫ້​ອ້າຍ​ນ້ອງ​ລູກ​ຫຼານ. ​ໃນ​ຈຳນວນ​ລູກສິດ​ນັ້ນ​ມີ​ຫຼາຍ​ຄົນ​ເຮັດ​ອາຊີບ​ນີ້​ໄດ້​ຮັບ​ຜົນ​ດີ ​ແລະ ​ເປີ​ດຮ້ານຂາຍ​ເຄື່ອງ​ດົນຕີ​ຢູ່​ນະຄອນ, ນັບ​ແຕ່​ນັ້ນ, ລູກ​ຫຼານ​ໃນ​ໝູ່​ບ້ານ​ໄດ້​ຂະຫຍາຍ​ອາຊີບ​ຂອງ​ຕົນ​ໃນ​ທົ່ວ​ທຸກ​ແຫ່ງ, ​ແຕ່​ເໜືອ​ຮອດ​ໃຕ້ “.

ໝບານຜະລດເຄອງດນຕ ດາວຊາ, ບອນຮກສາທຳນອງເພງພນເມອງ hinh 1
(ພາບປະກອບ)

        ​ໃນ​ໄລຍະ​ພັດທະນາ​ທີ່​ສຸດ, ທັງ​ໝູ່​ບ້ານ​ມີ 50 ຄອບຄົວ​ເຮັດ​ອາຊີບ​ຜະລິດ​ເຄື່ອງ​ດົນຕີ, ​ໃນ​ນັ້ນ​ມີ​ບັນດາ​ນາຍ​ຊ່າງ​ໃນ​ໝູ່​ບ້ານ​ໄດ້​ຮັບ​ເລືອກ​ ເຂົ້າ​​ໄປຜະລິດ​ເຄື່ອງ​ດົນຕີ​ຢູ່​ພະ​ລາຊະ​ວັງ​ ​ເຫວ໋. ​ໂດຍ​ສືບ​ທອດ​ມູນ​ເຊື້ອ​ທີ່​ມີ​ມາ​ກ່ອນ, ປະຈຸ​ບັນ, ​ໃນ​ໝູ່​ບ້ານ​ມີ​ທ່ານ ດ່າວວັນ​ສ້ວານ ​ແມ່ນ​ນັກ​ສິລະ​ປະການ​ຜະລິດ​ເຄື່ອງ​ດົນຕີ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ. ທ່ານ ສ້ວານ ​ເປັນ​ຜູ້​ດຽວ​ຢູ່ ຫວຽດນາມ ​ໄດ້​ຮັບ​ນາມມະຍົດ​ເປັນ​ນັກ​ສິລະ​ປະການ​ພື້ນ​ເມືອງ​ແຫ່ງ​ຊາດ ​ແລະ ນາມມະຍົດ​ນັກ​ສິລະ​ປະການ​ທີ່​ດີ​ເດັ່ນ​ຂອງ​ນະຄອນ ຮ່າ​ໂນ້ຍ. ພາຍຫຼັງ​​ເຮັດອາຊີບ​ນີ້​ມາ​ເປັນ​ເວລາ 40 ປີ, ທ່ານ ສ້ວານ ​ເປັນ​ຜູ້​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ທີ່​ສຸດ​ກ່ຽວ​ກັບ​ການ​ຜັນ​ແປ​ຂອງ​ໝູ່​ບ້ານ​ອາຊີບ:

        “​ໃນ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ໝູ່​ບ້ານ, ໄລຍະ​ຕໍ່ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ ຝລັ່ງ ​ແລະ ກ່ອນ​ການ​ປະຕິວັດ​ປີ 1945 ໝູ່​ບ້ານ​ອາຊີ​ບນີ້​ພັດທະນາ​ຢ່າງ​ແຮງ. ພາຍຫຼັງ​ສ້າງສັນ​ຕິ​ພາບ​ຄືນ​ໃໝ່​ປີ 1954, ໝູ່​ບ້ານ​ຍັງ​ຄົງ​ຮັກສາ​ອາຊີບ​ນີ້​ໄວ້. ​ແຕ່​ໃນ​ໄລຍະ​ສົງ​ຄາມ​ຕ້ານຈັກກະພັດ ອາ​ເມ​ລິ​ກາ, ໝູ່​ບ້ານ​ອາຊີບ​ບໍ່​ພັດທະນາ​ໄດ້​ ຍ້ອນ​ວ່າ ນັ້ນ​ແມ່ນ​ໄລຍະເສດຖະກິດປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ພາຍຫຼັງ​ສົງຄາມ, ປະຊາຊົນ​ໃນ​ໝູ່​ບ້ານ​ຕ້ອງ​ໄປ​ຍັງ ​ໄຊ​ງ່ອນ (ນະຄອນ ​ໂຮ່ຈີ​ມິນ​ໃນ​ປະຈຸ​ບັນ), ​ໄປ​ນະຄອນ ​​ແທງ​ຮ໋ວາ, ນາມ​ດິ້ງ ​ເພື່ອ​ເຮັດ​ອາຊີບ​ນີ້“.

        ທ່ານ ສ້ວານ​ຍັງ​ໃຫ້​ຮູ້​ວ່າ, ອາຊີບ​ຜະລິດ​ເຄື່ອງ​ດົນຕີຕ້ອງ​ມີ​ຄວາມ​ລະອຽດ​ລະ​ອໍ​ທີ່​ສຸດ, ນາຍ​ຊ່າງ​ຕ້ອງ​​ມີ​ຄວາມ​ຊຳນານ​​, ຕ້ອງ​ຮູ້​ອາຊີບ​ຊ່າງ​ໄມ້, ຫູ​ໄວ, ຕາ​ໄວ, ນັບ​ແຕ່​ການ​ເລືອກ​ເຟັ້ນ​ໄມ້, ຕາກ, ຕໍ່​ໄມ້, ​ຜັດໃຫ້​ເຫຼື້ອມ, ຄວັດ​ຝັງ​ມຸກ… ທັງ​ໝົດ​ລ້ວນ​ແຕ່​ເຮັດ​ຫັດຖະກຳ​ຖືກ​ຕາມ​ເຕັກ​ນິກທີ່​ເປັນ​ມູນ​ເຊື້ອ. ຄວາມ​ຫຍຸ້ງຍາກ​ທີ່​ສຸດ​​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ໃຫ້​​ເຄື່ອງ​ດົນຕີ​ຜັນສຽງຖືກ​ກັບ​ທຳນອງ​ດົນຕີ. ສິ່ງ​ທີ່​ສ້າງ​ຄວາມ​ແປກ​ປະຫຼາດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ນັ້ນ​ແມ່ນ ດ່າວຊ໋າ ​ແມ່ນ​ແຫ່ງ​ສະໜອງ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ສ່ວນ​ຫຼາຍ, ​ແຕ່​ນາຍ​ຊ່າງ​ຢູ່​ທີ່​ນີ້​ພັດ​ບໍ່​ໄດ້​ຮັບ​ການ​ບຳລຸງ​ສ້າງ​ດ້ານ​ດົນຕີ​ໂດຍ​ພື້ນຖານ​ເທື່ອ. ​ເຂົາ​ເຈົ້າ​ພຽງ​ແຕ່​ອີງ​ໃສ່​ເຕັກນິກ​ສຳຜັດ​ສຽງ ​ໂດຍ​ລຸ້ນກ່ອນ​ສືບ​ທອດ​ໃຫ້ ​ເພື່ອ​ຜະລິດ​ເຄື່ອງ​ດົນຕີ​ຊະນິດ​ຕ່າງໆ​ທີ່ຜັນ​ສຽງ​ແຕກ​ຕ່າງ​ກັນ, ​ແຕ່​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ພັດ​ບັນລຸ​ໄດ້​ມາດຕະຖານທີ່​ໄດ້​ວາງ​ອອກ. ມີ​ນັກ​ດົນຕີ​ຫຼາຍ​ຄົນ​ທີ່​ໄປສະ​ແດງ​ຢູ່​ແຂວງ​ຕ່າງໆ​ໄດ້​ມາ​ຍັງ​ໝູ່​ບ້ານ​ເພື່ອຈ່ອງ​ຊື້​ເຄື່ອງ​ດົນຕີ, ຊ້ຳ​ບໍ່​ໜຳ​ຍັງ​ມີ​ນັກ​ສິລະ​ປະ​ຕ່າງປະ​ເທດມາ​ຈ່ອງ​ຊື້​ເຄື່ອງ​ດົນຕີ​ຢູ່​ທີ່​ນີ້​ອີກ. ທ່ານ ຮ່າວ, ຜູ້​ຊື້​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຢູ່​ຖະໜົນ ຮ່າງ​ຮ່ອມ, ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “​ເຄື່ອງ​ດົນຕີ​ຢູ່ ດ່າວຊ໋າ ມັນ​ຕ່າງ​ກັນ​ກັບເຄື່ອງ​ດົນຕີ​ທີ່​ຜະລິດ​ຢູ່​ບ່ອນ​ອື່ນ, ຍ້ອນ​ສີ​ມີ​ແຮງ​ງານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນາຍ​ຊ່າງ​ຢູ່​ທີ່​ນີ້. ດັ່ງ​ນັ້ນ, ​ເລື່ອງ​ຮັກສາ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ແມ່ນ​ອີງ​ໃສ່​ເຕັກນິກ​ໃນ​ການ​ສຳຜັດ​ສຽງ, ການ​ສັງ​ເກດ, ພິ​ເສດ​ແມ່ນ​ສີມື​ການ​ຊ່າງ. ​ເຂັດ​ລັບ​ໃນ​ການ​ຜະລິດ​ເຄື່ອງ​ດົນຕີ​ແມ່ນ​ສືບ​ທອດ, ຜະລິດ​ຕົວ​ຈິງ“.

ປະຈຸ​ບັນ, ໝູ່​ບ້ານ ດ່າວຊ໋າ ​ໄດ້​ຮັບ​ການ​ພັດທະນາ​ກວ່າ​ເກົ່າ, ​ແຕ່​ແບບ​ແຜນ​ດຳລົງ​ຊີວິດຂອງ​ປະຊາຊົນ​ຍັງ​ຄົງ​ຮັກສາ​ໄວ້​ຄື​ເກົ່າ. ບັນດາ​ “ຊາວ​ກະສິກອນສິລະ​ປະ“ ຂອງ​ໝູ່​ບ້ານ​ອາຊີບຍັງ​ມີ​ຄວາມເມົາ​ມົວ​ຝາກຝັງ​ຈິດ​ວີນຍານ​ທີ່​ຍອດ​ຍິ່ງ​ເຊິ່ງບ້ານ​ເກີດ​ເມືອງ​ນອນ​ໄດ້​ຄູນ​ສ້າງ​ໃຫ້​ ເຂົ້າ​ເຄື່ອງ​ດົນຕີຂອງ​ຕົນ ​ເພື່ອ​ຮັກສາ​ອາຊີບ​ທີ່​ບັນພະບຸລຸດ​ໄດ້​ປະດິດຂຶ້ນ.

ທ່ອງທ່ຽວຢູ່ໝູ່ເກາະນາມຢູ

ທ່ອງທ່ຽວຢູ່ໝູ່ເກາະນາມຢູ

(vovworld) - ຈາກ​ຄວາມ​ສູງ​ເກືອບ 300 ແມັດເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ແຂກ​ທ່ອງ​ທ່ຽວ​ສາ​ມາດ​​ຊົມ​ຄວາມ​ງາມ​ຂອງ​ເກາະ​ນ້ອຍ​ໃຫຍ່​ຕັ້ງ​ສະຫຼັບ​ສັບ​ຊ້ອນບົນ​ພື້ນ​ສີ​ຂຽວ​ຂອງ​ນ້ຳ​ທະ​ເລ ແລະ ທ້ອງ​ຟ້າ.

ອ່ານຕໍ່