ບັນດາການເຄື່ອນໄຫວແທດຈິງສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້

ບັນດາການເຄື່ອນໄຫວແທດຈິງສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້ - ảnh 1

(vovworld) - ​ເມື່ອ​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາ​ດເປັນ​ເອກະ​ພາບ, ​ທ່ານ​ປະທານ​ຄະນະ​ກຳມະ​ການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ຢືນຢັນ​ວ່າ, ​ແນວ​ໂຮມ​ໄດ້​ປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ໄຊຊະນະ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ. ທ່ານ ຫງວຽນ​ທ້ຽນ​ເຍິນ ​ເນັ້ນ​ໜັກ​ວ່າ, ​ແນວ​ໂຮມ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ​ ມີ​ບົດບາດ​ຫັນ​ຈາກ​ການ​ໜູນ​ຊ່ວຍ​ການ​ຕໍ່ສູ້​ດ້ານ​ການ​ເມືອງ​ປະກອບ​ອາວຸດ​ໂດຍ​ກົງ​ໄປ​ສູ່​ການ​ກໍ່ສ້າງ​ເຂດ​ປົດ​ປ່ອຍ, ພ້ອມ​ທັງ​ຮັບ​ເອົາ​ການ​ຊ່ວຍ​ໜູນ​ຈາກ​ພາກ​ເໜືອ ​ເພື່ອ​ສ້າງ​ເປັນ​ລະບົບ​ຄຸ້ມ​ຄອງ​ລັດ​ທີ່​ເປັນ​ເອກະ​ພາບ. ບົດບາດ​ຂອງ​ແນວ​ໂຮມ​ໃນ​ໄລຍະ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ.

        ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ໂຮມ​ປະ​ເທດ​ຊາ​ດເປັນ​ເອກະ​ພາບ, ຕອນ​ບ່າຍ​ວັນ​ທີ 26/4, ສະຫະພັນ​ແຮງ​ງານ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ “​ເດືອນ 4 ປະຫວັດສາດ“, ງານພົບ​ປະ​​ແລກປ່ຽນ​ລະຫວ່າງ​ຄະນະ​ຂົນຂວາຍ​ກຳມະກອນ ກັບ​ພະນັກງານ​ກຳມະບານ​ໃນ​ປະຈຸ​ບັນ. ທ່ານ ຫວໍ​ແທ່ງ​ໂດ, ອະດີດ​ຫົວໜ້າ ຄະນະ​ຂົນຂວາຍ​ກຳມະກອນ​ເມືອງ​ຖູ​ດຶກ, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ ເພາະວ່າ​ຕົນ​ເອງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ສັນຕິພາບ, ​ເອກະ​ພາບ​ມາໃຫ້​ປະ​ເທດ​ຊາດ. ​ເວລາ​ນັ້ນ​ຂ້າພະ​ເຈົ້າ​ບໍ່​ຄິດ​​ວ່າ​ພວກ​ເຮົາຈະ​​ໄດ້ຮັບ​ໄຊຊະນະ​ໄວ​ຄື​ແນວ​ນັ້ນ ​ແລະ ອ້າຍ​ນ້ອງ​ກຳມະກອນ​ພວກ​ເຮົາ​ຢູ່​ໂຮງ​ຈັກ, ​ໂຮງງານ​ຕ່າງໆ​ປະຕິບັດ​ໜ້າ​ທີ່​ເຊິ່ງ​ໄດ້​ຮັບ​ມອບ​ໝາຍ​ດີ​ຄື​ແນວ​ນັ້ນ“.

        ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ໂຮ່ຈີ​ມິນ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ ກໍ່​ໄດ້ຈັດ​ຕັ້ງ​ງານ​ພົບ​ປະ​ສ້າງສັນ​ກັບພະນັກງານ​ສະຫະພັນ​ກຳມະບານ​ປົດ​ປ່ອຍ​ພາກ​ໃຕ້, ພະນັກງານ​ຂົນຂວາຍ​ກຳມະກອນ​ໄຊ​ງ່ອນ - ​ເຈີ້​ເລີ໋ນ - ຢາ​ດິ້ງ, ​ເຊິ່ງ​ແມ່ນ​ບັນດາ​ຜູ້​ທີ່​ໄດ້​ອຸທິດ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ພາລະກິດ​ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.

        ສ່ວນ​ສະຖານທູດ​ຫວຽດນາມ​ປະຈຳ​ຍີ່ປຸ່ນ​ກໍ່​ຈັດ​ງານ​ໂຮມ​ຊຸມນຸມ ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ໂຮມ​ປະ​ເທດ​ຊາ​ດເປັນ​ເອກະ​ພາບ.

        ​ໃນ​ໂອກາດ​ນີ້, ຢູ່​ອັກ​ຊັງ​ຕີນ, ​ໂທລະພາບ​ຊ່ອງ CBA24N ຂອງ​ປະ​ເທດ​ນີ້ ກໍ່​ຈັດ​ລາຍການ​ພິ​ເສດສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ໂຮມ​ປະ​ເທດ​ຊາ​ດເປັນ​ເອກະ​ພາບ ​ແລະ ສາຍຮູບ​ເງົາ “ຢ່າ​ຈູດ“ ຂອງ​ ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ