ເອກະສານ

ບັ້ນ​ຮົບ ​ໂຮ່ຈີ​ມິນ, ​ເຊິ່ງ​ແມ່ນ​ບັ້ນ​ຮົບ​ສຸດ​ທ້າຍ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນການ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮຶ້ຂຶ້ນ​ຂະໜາດ​ໃຫຍ່​ລະດູບານ​ໃໝ່​ປີ 1975, ​ແມ່ນ​ບັ້ນ​ຮົບ​ທີ່​ມີ​ໄລຍະ​ເວລາ​ສັ້ນ​ສຸດ​ໃນ​ສົງຄາມ​ຫວຽດນາມ. ພຽງ​ແຕ່​ດຳ​ເນີນ​ໃນ​ເວລາ 6 ວັນ (26/4-30/4/1975) ​ເທົ່າ​ນັ້ນ, ​ແຕ່​ບັ້ນ​ຮົບ​ໄດ້​ເປັນ​ຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ໃນ​ປຫວັດ​ສາດ​ຫວຽດນາມ.

        ກ່ອນ​ໜ້າ​ນັ້ນ, ພາຍຫຼັງ​ໄຊຊະນະ​ຂອງ​ບັ້ນ​ຮົບ​ປົດ​ປ່ອຍ​ໄຕ​ງວຽນ, ກົມ​ການ​ເມືອງ ​ແລະ ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ໄດ້​ກຳນົດ: “ນັບ​ແຕ່​ຈຸດເວລາ​ນີ້, ຈະເລີ່​ມດຳ​ເນີນບັ້ນ​ຮົບ​ຍຸດ​ທະ​ສາດ​ສຸດ​ທ້າຍ​ຂອງ​ກອງທັບ  ປະຊາຊົນ​ຫວຽດນາມ“. ວັນ​ທີ 14/4/1975, ກົມ​ການ​ເມືອງ​ຕົກລົງ​ຕັ້ງ​ຊື່​ໃຫ້​ບັ້ນ​ຮົບ​ປົດ​ປ່ອຍ​ໄຊ​ງ່ອນ - ຢາ​ດິ້ງ ​ແມ່ນ “ບັ້ນ​ຮົບ ​ໂຮ່ຈີ​ມິນ“, ​ແຜນ​ຮ່າງ​ບັ້ນ​ຮົບ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຄັ້ງ​ສຸດ​ທ້າຍ.

ເອກະສານ - ảnh 1
ລົດ​ຖັງ​ບຸກ​ເຂົ້າ​ທຳ​ນຽບ​ເອ​ກະ​ລາດ

        ​ເວລາ 17 ​ໂມງ​ວັນ​ທີ 26/4/1975, ການ​ບຸກ​ໂຈມ​ຕີ​ຢືດ​ເອົາ​ໄຊ​ງ່ອນ​ເລີ່​ມປະຕິບັດ, ​ເປີດ​ສາກ​ໃຫ້​ບັ້ນ​ຮົບ​ໂຮ່ຈີ​ມິນ​ ປະຫວັສາດ. ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ຂອງ​ເຫຼົ່າ​ຮົບ​ປະສົມ​ໄດ້​ໜູນ​ຊ່ວຍ, ສ້າງ​ທ່າ​ໃຫ້​ການ​ລຸກ​ຮຶ້ຂຶ້ນ​ຂອງ​ມະຫາຊົນ, ທຳລາຍ​ລະບົບ​ອຳນາດ​ການ​ປົກຄອງ ສາທາລະນະ​ລັດ​ຫວຽດນາມ.

        ນັບ​ແຕ່​ວັນ​ທີ 26-28/4, ກອງທັບ​ປະຊາຊົນ​ຫວຽດນາມ​ ບຸກ​ໂຈມ​ຕີ​ໃສ່​ຂະໜານ​ປ້ອງ​ກັນ​ຮອບ​ນອກ​ຂອງ​ສັດຕູ, ປິດ​ລ້ອມ​ໄຊ​ງ່ອນ​ໃຫ້​ຕົກ​ຢູ່​ໂດດ​ດຽວ, ສ້າງ​ທ່າ​ສະດວກ​ເພື່ອ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໃນ​ທົ່ວ​ສະໜົມ​ຮົບ.

        ວັນ​ທີ 29/4, ບັ​້ນ​ຮົບ​ດ້ານ​ການທະຫານ​ດ້ວຍ 5 ປີກ​​ໄດ້ສະກັດ​ຕີ ​ແລະ ດັບ​ສູນ​ບັນດາ​ກອງ​ພົນທະຫານ​ເຮືອ​ສູ້​ຮົບ​ທາງບົກ, ບັນດາ​ກອງ​ພົນ​ນ້ອຍ, ທະຫານ​ມ້າ, ທຳລາຍ​ບັນດາ​ສະໜາມ​ຍີງ​ປືນ​ໃຫຍ່, ຕີ​ຢືດຄອງ​ປົດ, ​ຄ້າຍ, ຢືດຄອງ​ບັນດາຂົວ​​​ແຄມ​ນະຄອນໄຊ​ງ່ອນ.

        ວັນ​ທີ 30/4/1975, ບັນດາ​ພົນ​ລະ​ພາກ​ຫຼວງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ສົບ​ທົບ​ກັນ​ສູ້​ຮົບ​ຢືດ​ເອົາ​ບັນດາ​ຈຸດໝາຍ​ສຳຄັນ, ຈັບ​ຕົວ​ຄະນະ​ລັດຖະບານ ສ. ຫວຽດນາມ ທັງ​ໝົດ, ບັງຄັບ​ປະທານາທິບໍດີ​ອຳນາດ​ການ​ປົກຄອງ ສ. ຫວຽດນາມ ​ເຢືອງວັນ​ມິ​ງ ຕ້ອງອອກຖະ​ແຫຼ​ງການຍອມ​ຈຳນົນ.

        ​ໃນ​ບັ້ນ​ຮົບ​ນີ້, ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ບັນດາ​ກຳລັງ​ທ້ອງ​ຖີ່​ນ ​ໄດ້​ປົດ​ປ່ອຍ​ນະຄອນ​ໄຊ​ງ່ອນ - ຢາ​ດິ້ງ ​ແລະ ບັນດາ​ແຂວງ​ເຕິ​ນອານ, ກ່ໍກົງ, ​ເຫົ້າ​ເຫງັຍ, ​ໄຕ​ນິງ, ບິ່ງ​ເຢືອງ, ບຽນ​ຮ່ວາ, ລອງ​ແຄ໋ງ, ບ່າ​ເຮ້ຍ, ວຸ້ງ​ເຕົ່າ​ຢ່າງ​ສົມ​ບຸນ, ສ້າງ​ເງື່ອນ​ໄຂ​ໃຫ້​ກອງທັບ ​ແລະ ປະຊາຊົນ​ບັນດາ​ທ້ອງ​ຖີ່​ນ ປົດ​ປ່ອຍ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ໃນ​ວັນ​ທີ 30/4 ​ແລະ ວັນ​ທີ 1/5/1975.

        ​ໄຊຊະນະ​ຂອງ​ການ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮຶ້ຂຶ້ນ​ຂະໜາດ​ໃຫຍ່​ໃນ​ລະດູບານ​ໃໝ່​ປີ 1975 ​ແມ່ນ​ຈຸດ​ສູງ​​ແຫ່ງ​ສິລະ​ປະການ​ທະຫານຂອງ​ສົງຄາມ​ປະຊາຊົນ, ຢືນຢັນ​ບັນດາ​ຄຸຸນ​ຄ່າທີ່​ເປັນ​ມູນ​ເຊື້ອ ​ແລະ ບົດຮຽນ​ປະຫວັດສາດ​ກ່ຽວ​ກັບ​ເອກະລາດ, ​ເສລີພາບ​ຂອງ​ຊາວ​ຫວຽດນາມ​ລຸ່ນຕ່າງໆ.

ຂ່າວ/ບົດ​ອື່ນ