ກອງປະຊຸມຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14(2016-2021)

ກອງປະຊຸມຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14(2016-2021) - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ
​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 2/2, ທີ່​ສຳ​ນັກ​ງານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຢູ່ ຮ່າ​ໂນ້ຍ, ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ວຽກ​ງານ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ ​ແລະ ​ແມ່ນ​ການ​ເຄື່​ອນ​ໄຫວດ້ານ​ການ​ເມືອງ​ນິຕິ​ກຳປະຊາທິປະ​ໄຕ​ຢ່າງເລິກ​ເຊິ່ງກ້ວາງ​ຂວາງ​ໃນໝູ່​ປະຊາຊົນທຸກ​ຊັ້ນ​ວັນນະ. ນີ້​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຕົນ ​ໂດຍ​ຜ່ານ​ການ​ເລືອກ​​ເຟັ້ນ, ​ເລືອກ​ເອົາ​ບັນດາ​ຜູ້​ທີ່​ດີ​ເດັ່ນ, ມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ສົມ​ເປັນ​ຜູ້ຕາງໜ້າ​ໃຫ້​ປະຊາຊົນ​ຢູ່​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ. ນີ້​ກໍ່​ແມ່ນ​​ໂອກາດ ​ເພື່ອ​ສືບ​ຕໍ່​ກໍ່ສ້າງ, ປັບປຸງ ​ແລະ ​ປະຕິບັດສຳ​ເລັດລັດ​ແຫ່ງ​ອຳນາດ​ນິຕິ​ບັດ​ຍັດ​ສັງຄົມ​ລັດທິ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ໃນ​ວັນ​ນີ້ ​ໂດຍ​ກົມ​ການ​ເມືອງ​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່ຊາບ​ຊືມ ​ແລະ ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ເອກະສານ​ຊີ້​ນຳ ນຳພາ​ຂອງ​ພັກ ​ແລະ ລັດ, ​ແຜນການ​ຜັນ​ຂະຫຍາຍ, ບັນດາ​ແຈ້ງ​ການ, ​ແນະນຳ​ກ່ຽວ​ກັບ​ວຽກ​ງານ​ເລືອກ​ຕັ້ງ. ກອງ​ປະຊຸມ​ຄັ້ງ​ນີ້ ຊາບ​ຊຶມ​​ຈິດ​ໃຈ​ປ່ຽນ​ໃໝ່​ທັງດ້ານຈິນຕະນາການ, ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ທັງລະບົບ​ການ​ເມືອງ​, ຕອບ​ສະໜອງຄວາມ​ຮຽກຮ້ອງພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ