ສະພາແຫ່ງຊາດຮັບຮອງເອົາຮ່າງລັດຖະບັນຍັດການຄຸ້ມຄອງຕະຫລາດ

ສະພາແຫ່ງຊາດຮັບຮອງເອົາຮ່າງລັດຖະບັນຍັດການຄຸ້ມຄອງຕະຫລາດ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊີງ​ຮຸ່ງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 08/03 ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ ​ແລະ ຮັບ​ຮອງ​ເອົາ​ຮ່າງ​ລັດຖະບັນຍັດການ​ຄຸ້ມ​ຄອງ​ຕະຫລາດ ​ເພື່ອ​ແນ​ໃສ່​ປັບປຸງ​ກຳລັງສະ​ເພາະ​ກິດ​ຂອງ​ລັດ ​ໃຫ້​ເປັນ​ເອກະ​ພາບ​ຈາກຂັ້ນ​ສູນ​ກາງ​ລົງຂັ້ນ​ທ້ອງ​ຖິ່ນ​ ​ໃນ​ການປະຕິບັດ​ພາລະ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ, ​ແກ້​ໄຂ​ບັນດາ​ການ​ກະທຳ​ດຳ​ເນີນ​ທຸລະ​ກິດ​ສິນຄ້າ​ທີ່​ຜິດ​ກັບ​ຂໍ້​ກຳນົດ​ຂອງ​ກົດໝາຍ ​ແລະ ປົກ​ປ້ອງ​ສິດ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ. ລັດຖະບັນຍັດ​ຄຸ້ມ​ຄອງ​ຕະຫລາດ​ກຳນົດ, ທີ່​ຕັ້ງ, ພາລະ​ໜ້າ​ທີ່, ການຈັດ​ຕັ້ງ; ການ​ເຄື່ອນ​ໄຫວ​ກວດກາ, ກວດກາວິຊາ​ສະ​ເພາະ​ຂອງ​ກຳລັງ​ຄຸ້ມຄອງຕະຫລາດ; ກົນ​ໄກ​ສົມທົບ​ກັນ ​ແລະ ຄວາມຮັບຜິດຊອບ​ຂອງ​ບັນດາ​ອົງການ​ສຳນັກງານ, ສ່ວນ​ບຸກຄົນ​ທີ່​ກ່ຽວຂ້ອງ ຮັບປະກັນ​ການ​ເຄື່ອນ​ໄຫວ, ລະບອບ, ນະ​ໂຍບາຍ​ສຳລັບ​ກຳລັງ​ຄຸ້ມ​ຄອງ​ຕະຫລາດ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊີງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ການ​ຄຸ້ມ​ຄອງຕະຫລາດ ຕ້ອງ​ໄດ້​ຮັບ​ການເພີ່ມ​ທະວີ​ການກໍ່ສ້າງ ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ຊາດ ​ແລະ ສະພາບ​ການ​ຕະຫລາດພວມ​ສັບສົນ​ທີ່​ສຸດ​ໃນ​ປະຈຸ​ບັນ. ກຳລັງ​ນີ້ ຕ້ອງ​ຮັບ​ໜ້າທີ່​ຕ້ານການສໍ້​ໂກງ, ສິນຄ້າ​ໃຊ້​ສານ​ພິດ ນຳ​​ເອົາ​ປອດ​ໄພ​ມາໃຫ້​ປະຊາຊົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ປະຕິບັດ​ເທື່ອ​ລະ​ກ້າວ, ກ້າວ​ໄປ​ເຖິງ​ການ​ສະຫລຸບ​​ເພື່ອ​ກາຍ​ເປັນ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຕະຫລາດ.

 

ຂ່າວ/ບົດ​ອື່ນ