ສະຫລຸບການເຄື່ອນໄຫວຂອງສະພາປະຊາຊົນແລະຄະນະກຳມະການປະຊາຊົນທຸກຂັ້ນອາຍຸການ2011-2016

ສະຫລຸບການເຄື່ອນໄຫວຂອງສະພາປະຊາຊົນແລະຄະນະກຳມະການປະຊາຊົນທຸກຂັ້ນອາຍຸການ2011-2016 - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ)

(vovworld) - ຕອນ​ບ່າຍ​ວັນ​ທີ 02/02 ຢູ່​ຮ່າ​ໂນ​້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ ສະຫລຸບ​ສະພາບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ​ທຸກຂັ້ນ​ອາຍຸ​ການ 2011 – 2016, ກໍ່​ຄື​ບາງ​ມາດ​ຕະການ​ຍົກສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ​ໃນ​ອາຍຸ​ການ 2016 – 2021. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ​ໃນ​​ໄລຍະ​​ໃໝ່, ຄຽງຂ້າງຄວາມ​ສະດວກ, ຍັງ​ມີ​​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ ບໍ່​​ແມ່ນໜ້ອຍ, ​ເພື່ອ​ບັນລຸ​​ໄດ້ຄາດໝາຍ​ຂອງ​ອາຍຸ​ການ 2016 – 2021 ນີ້, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນທຸກ​ຂັ້ນ ຄວນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ກຸ່ມ​ກ້ອນ​ມະຫາສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປຸກລະດົມ​ແຫຼ່ງກຳລັງ​ທັງ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ. ອຳ​ນາດ​ການ​ປົກຄອງ​ທ້ອງ​ຖິ່ນຄວນ​ນຳ​ໜ້າ ​ໃນ​ການ​ປະຕິບັດ​ບັນດາ​ໂຄງການ​ດຳ​ເນີນ​ງານ​ ປະກອບສ່ວນ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ.

        ບົນ​ຈິດ​ໃຈກອງ​ປະຊຸມ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ວຽກ​ງານ​ເລືອກ​ຕັ້ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີບັນດາ​ຄະນະ​ພັກ, ຄະນະປະຈຳ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ​ຕັ້ງໜ້າ​ກະກຽມ ​ເພື່ອ​ໃຫ້​ການ​ເລືອກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກສະພາ​ປະຊາຊົນ​ອາຍຸ​ການ 2016 – 2021 ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບ​ງານ; ສືບ​ຕໍ່​ຍົກ​ສູງ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ; ມີການ​ຫັນປ່ຽນ​ຢ່າງແຮງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ; ກໍ່ສ້າງ​ລັດ​ແຫ່ງອຳ​ນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະ​ຊາ​ຊົນ ​ແລະ ​ເພື່ອ​ປະຊາຊົນ.

 

ຂ່າວ/ບົດ​ອື່ນ