ການສ້າງເງື່ອນໄຂສະດວກ ແລະ ຮັບປະກັນຄວາມປອດໄພດ້ານການຄ້າໃນພາກພື້ນ APEC

ການສ້າງເງື່ອນໄຂສະດວກ ແລະ ຮັບປະກັນຄວາມປອດໄພດ້ານການຄ້າໃນພາກພື້ນ APEC - ảnh 1
ການສ້າງເງື່ອນໄຂສະດວກ ແລະ ຮັບປະກັນຄວາມ
ປອດໄພດ້ານການຄ້າໃນພາກພື້ນ APEC
(ພາບອິນເຕີແນັດ)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/2, ​ແຂວງ ​ແຄ໋ງຮ່ວາ, ​ໄຂ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ອະນຸ​ກຳມະການ​ກ່ຽວ​ກັບ​ລະບຽບ​ການ​ພາສາ (SCCP) ​ໂດຍກົມ​ໃຫຍ່​ພາ​ສີ ຫວຽດນາມ ​ເປັນ​ເຈົ້າພາບ, ດ້ວຍ​ຫົວ​ຂໍ້​ວ່າ: “ສ້າງ​ກຳລັງ​ໜູນ​ໃໝ່​ຕື່ມ​ອີກ, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ອະນາຄົດ“ ຂອງ​ປີ APEC 2017. ກອງ​ປະຊຸມ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ບຸລິ​ມາ​ສິດ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ໃນ​ປະຈຸ​ບັນ​. ທີ່​ກອງ​ປະຊຸມ, ຫວຽດນາມ​ປາຖະໜາ​ວ່າ, ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ຈະ​ຍູ້​ແຮງ​ການ​ແລກປ່ຽນ​ບົດຮຽນ. ຊຸກຍູ້​ການ​ໜູນ​ຊ່ວຍ​ຍົກ​ສູງ​ຄວາມ​ສາມາດ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ ລະຫວ່າງ​ອົງການ​ພາສີ​ສະມາຊິກ, ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ພາສີ​ໃນ​ພາກ​ພື້ນກວ່າ​ອີກ. ທ່ານ ຫງວຽນ​ວັນ​ເກິ​ນ, ຫົວໜ້າ​ກົມ​ໃຫຍ່​ພາສີ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ດ້ວຍ​ຈຸດໝາຍ​ສ້າງ​ເງື່ອນ​ໄຂ​ສະດວກ​​​ໃຫ້ການພັດທະນາ​ດ້ານ​ການ​ຄ້າ​ທົ່ວ​ໂລກ​ຢູ່​ບັນດາ​ພື້ນຖານ​ເສດຖະກິດ APEC, ກໍ່​ຄື​ຮັບປະກັນ​ຄວາມ​ໝັ້ນຄົງ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ ​ແລະ ສຸຂະພາບ​ປະຊາ​ຄົມ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງ​ແນະນຳ​​ໃຫ້ເພື່ອ​ມິດ​ບັນດາ​ສະມາຊິກ APEC ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ພາສີ ຫວຽດນາມ ທີ່​ພວມ​ຫັນ​ເປັນ​ທັນ​ສະ​ໄໝ, ທ່ວງທັນ​ກັບ​ບັນດາ​ປະ​ເທດມີ​ຄວາມກ້າວໜ້າດ້ານ​ພາສີ​ໃນ 21 ພື້ນຖານ​ເສດຖະກິດ“.

        ​ໃນ​ວັນ​ດຽວ​ກັນ,ຢູ່ນອກກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ APEC 2017 ຈັດ​ຂຶ້ນ​ຢູ່ ນະ​ຄອນ ຍາ​ຈາງ ແຂວງ ແຄງ​ຮ​ວາ, ກະ​ຊວງ​ການ​ເງິນ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​​ສຳ​ມະ​ນາ “ນະ​ໂຍ​ບາຍ​ການ​ເງິນ ແລະ ປະ​ກັນ​ໄພ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ”. “ການ​ເງິນ ແລະ ປະ​ກັນ​ໄພ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ” ໄດ້​ຮັບ​ການ​ເລືອກ​ເຟັ້ນ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ບຸ​ລິ​ມະ​ສິດ​ຂອງກອງ ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ APEC 2017. ສະ​ນັ້ນ ກອງ​ປະ​ຊຸມ​ສຳ​ມະ​ນາ​ຖືກ​ຈັດ​ຂຶ້ນ​​ແນ​ໃສ່​ສ້າງ​ເວ​ທີ​ປາ​ໄສ​ເພື່ອ​ສຸມ​ໃສ່​ ປຶກ​ສ​າ​ຫາ​ລື​​​ການເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ການ​ສ້າງ​ ບັນ​ດາ​ມາດ​ຕະ​ການ​ກາ​ນ​ເງິນ ແລະ ປະ​ກັນ​ໄພ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ, ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຄວາມ​ ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ແລະ ຫລຸດ​ຜ່ອນ​ລາຍ​ຈ່າຍ​ງົບ​ປະ​ມານ​ກໍ​ຄື​ຄວາມ​ສ່ຽງ​ສຳ​ລັບ​ຊັບ​ສິນ​ຂອງ​ລັດ. ສິ້ນ​ສຸດກອງ​ປະ​ຊຸມ​ສຳ​ມະ​ນາ ຈະ​ມີ​ບົດ​ລາຍ​ງານ​ສະ​ເຫນີ​ຕໍ່ກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ APEC  ຊື່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23-24/2. ທ່ານ ຫງວຽນ​ວຽດ​ເລີ້​ຍ, ຫົວໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ການ​ເງິນ, ກະຊວງການ​ເງິນ, ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຜ່ານ​ມາ, ຢູ່​ໂລກ, ພາກ​ພື້ນ​ກໍ່​ຄື​ຢູ່ ຫວຽດນາມ ​ເຄີຍ​ເກີດ​ໄພ​ທຳ​ມະ​ຊາດ. ຈາກ​ນັ້ນ​ພາ​ໄປ​ເຖິງ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ ​ແລະ ການ​ເງິນ. ດັ່ງ​ນັ້ນ, ນີ້​ໄດ້​ຮັບ​ກຳນົດ​ວ່າ​ແມ່ນ​ 1 ​ໃນ 4 ນະ​ໂຍບາຍ​ບຸລິ​ມາ​ສິດ​ໃນ​ວິວັດທະນາ​ການ​ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ APEC ​ໃນ​ເດືອນ 10 ນີ້. ບັນດາ​ປະ​ເທດ​ສະມາຊິກ​ເຫັນ​ດີ​ເປັນ​ເອກະ​ພາບ​ເລືອກ​ເອົາ​ຫົວ​ຂໍ້ “ຂໍ້​ລິ​ເລີ່​ມດ້ານ​ການ​ເງິນ ​ແລະ ປະກັນ​ໄພ​ຄວາມ​ສ່ຽງ​ຈາກ​ທຳ​ມະ​ຊາດ​“ເປັນ​ຈຸດໝາຍ​ຕົ້ນຕໍ​ໃນ​ກອງ​ປະຊຸມ“.

ຂ່າວ/ບົດ​ອື່ນ