ຫວຽດນາມຍົກອອກຫຼາຍຂໍ້ລິເລີ່ມຢູ່ການປະຊຸມກຸ່ມປະຕິບັດງານ APEC

ຫວຽດນາມຍົກອອກຫຼາຍຂໍ້ລິເລີ່ມຢູ່ການປະຊຸມກຸ່ມປະຕິບັດງານ APEC - ảnh 1
ຫວຽດນາມຍົກອອກຫຼາຍຂໍ້ລິເລີ່ມຢູ່ການປະຊຸມກຸ່ມປະຕິບັດງານ APEC

(vovworld) - ທີ່​ການ​ປະຊຸມຄັ້ງ​ທີ 11 ກຸ່ມ​ປະຕິບັດ​ງານ​ກະກຽມ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢ່າງ​ຮີບ​ດ່ວນ APEC ຖືກ​ດຳ​ເນີນ​ໃນ​ສະພາບ​ການ​ທີ່​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ໃນ​ທົ່ວ​ໂລກ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຜູ້ຕາງໜ້າ ຫວຽດນາມ​ຢືນຢັນ​ວ່າ, ຫວຽດນາມ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ຄວາມ​ຮັບຜິດຊອບ ​ເພື່ອ​ພ້ອມ​ກັນ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ບົດຮຽນ​ໃນ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ພ້ອມ​ທັງ​ຮຳ່ຮຽນ​ເອົາ​ບົດຮຽນ​ຈາກ​ບັນດາ​ພື້ນ​ຖານ​ເສດຖະກິດ​ພາຄີ APEC. ຫວຽດນາມ ກໍ່​ໄດ້​ສະ​ເໜີ​ຈັດ​ຕັ້ງ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ກ່ຽວກັບ​ການ​ຄຸ້ມ​ຄອງ​​ໄພ​ທຳ​ມະ​ຊາດ​ໃນ​ຂອບ​ເຂດ APEC ຢູ່​ນະຄອນ ວິ​ງ ​ໃນ​ເດືອນ 8/2017.

ທີ່​ກຸ່ມ​ປະຕິບັດ​ງານ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຫັນ​ເປັນ​ຈະ​ແຈ້ງ, ດ້ວຍ​ກອງ​ປະຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ການ​ຍົກ​ສູງ​ບົດ​ບາດຂອງ​ປະຊາ​ຄົມ​ສັງຄົມ​ເຂົ້າ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ທ່ານ ຟານ​ວັນ​ເສົ໋າ, ຫົວໜ້າອົງການ​ກວດກາ​ລັດຖະບານ ຫວຽດນາມ, ຢືນຢັນ​ວ່າ:

“ໝາກຜົນ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ຈະ​​ເປັນ​ພື້ນຖານ​ເພື່ອ​ໃຫ້ ກຸ່ມ​ປະຕິບັດ​ງານ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຫັນ​ເປັນ​ຈະ​ແຈ້ງ ຂອງ APEC ສ້າງ​ບັນດາ​ເອກະສານ​ທີ່​ມີ​ລັກສະນະ​ກຳນົດ​ທິດ ຫຼື​ໃຫ້​ຄຳ​ໝັ້ນ​ສັນຍາ ​ເພື່ອ​ຮັບປະກັນ​ເຂົ້າ​ຮ່ວມການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ໄລຍະ​ຈະ​ມາ​ເຖິງ ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຮັບປະກັນ​ຄວາມປອດ​ໄພ​ໃນ​ສັງຄົມ“.

ຂ່າວ/ບົດ​ອື່ນ