(ພາບ: REUTERS)
ວັນທີ 05 ສິງຫາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ບັນດາການເຈລະຈາກັບ ອີຣານ ພວມບັນລຸຄວາມຄືບໜ້າທີ່ຕັ້ງໜ້າ ແລະ ວໍຊິງຕັນ ອາດຈະປະກາດຂໍ້ມູນຕື່ມອີກພາບໃນເວລາ 48 ຊົ່ວໂມງຈະມາເຖິງ, ໃນນັ້ນອາດສາມາດບັນລຸໄດ້ຂໍ້ຕົກລົງເປີດຊ່ອງແຄບທະເລ Hormuz ຄືນໃໝ່.
ກ່ອນໜ້ານັ້ນ, ໃນການຕອບສຳພາດກັບ Fox News, ທ່ານ Donald Trump ກໍ່ຊີ້ແຈ້ງວ່າ ວໍຊິງຕັນ ແລະ ເຕເຮຣານ ໄດ້ດຳເນີນ “ການເຈລະຈາເປັນໜຶ່ງວັນເຕັມ”. ຕາມທ່ານແລ້ວ, ເລື່ອງເປີດປະຕູຊ່ອງແຄບທະເລ Hormuz ຄືນໃໝ່ຈະແມ່ນບາດກ້າວສຳຄັນປະກອບສ່ວນຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ອາດຈະເປີດຊ່ອງທາງໃຫ້ແກ່ການຢຸດຕິສົງຄາມ.
ເຖິງຢ່າງໃດກໍ່ຕາມ, ຝ່າຍ ອີຣານ ສືບຕໍ່ປະຕິເສດວ່າ ບໍ່ມີການເຈລະຈາໃດໆລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ ໃນຊຸມມື້ມໍ່ໆມານີ້.
