ໂດຍສືບຕໍ່ລາຍການເຮັດວຽກ ກອງປະຊຸມວິສາມັນຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດ ຫວຽດນາມ ທີ XVI, ຕອນເຊົ້າວັນທີ 6 ສິງຫາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດໄດ້ເຮັດວຽກຢູ່ ຫໍປະຊຸມ ຮັບຟັງການອະພີປາຍໃບຍື່ນສະເໜີ ແລະ ບົດລາຍງານການກວດກາກ່ຽວກັບແຜນນະໂຍບາຍລົງທຶນໂຄງການລົງທຶນກໍ່ສ້າງເສັ້ນທາງອ້ອມຮອບຕົວເມືອງເລກ 5-ເຂດນະຄອນຫຼວງ ຮ່າໂນ້ຍ, ການດັດປັບແຜນນະໂຍບາຍລົງທຶນກໍ່ສ້າງເສັ້ນທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ ແລະ ປຶກສາຫາລືເປັນກຸ່ມກ່ຽວກັບການລົງທຶນ 2 ໂຄງການນີ້.
ກອງປະຊຸມດຳເນີນໄປ ໃນສະພາບການທົ່ວປະເທດ ພວມມານະພະຍາຍາມປະຕິບັດເປົ້າໝາຍການເຕີບໂຕ 2 ຕົວເລກໃນໄລຍະ 2026-2030. ທີ່ສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດພິຈາລະນາ ຮັບຮອງເອົາກົດໝາຍ 15 ສະບັບ, ມະຕິວ່າດ້ວຍຂໍ້ກຳນົດກົດໝາຍ 4 ສະບັບ, ໃຫ້ຄຳເຫັນຄັ້ງທຳອິດ 7 ໂຄງການລົງທຶນ ເພື່ອເປັນພື້ນຖານໃຫ້ແກ່ບັນດາອົງການສ້າງສຳເລັດ ແລະ ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມຄັ້ງທີ 2 ສະພາແຫ່ງຊາດຊຸດທີ XVI.
ສະພາແຫ່ງຊາດພວມປ່ຽນແປງໃໝ່ຈິນຕະນາການນິຕິບັນຍັດຢ່າງແຮງ, ຮ່ວມເດີນທາງພ້ອມກັບລັດຖະບານ ສຳຫຼວດກວດຄືນ, ແກ້ໄຂຂໍ້ຕິດຂັດ ແລະ ປັບປຸງລະບອບລະບຽບການ ເພື່ອລຸກລ່ວງແຫຼ່ງກຳລັງ, ຊຸກຍູ້ພື້ນຖານເສດຖະກິດບືນຕົວຂຶ້ນ ບັນລຸເປົ້າໝາຍການເຕີບໂຕ 2 ຕົວເລກໃນໃນໄລຍະພັດທະນາໃໝ່ຂອງປະເທດຊາດ.
