ທີ່​ວາ​ລະ​ປະ​ຊຸມ, ຜູ້​ຕາງ​ໜ້າ​ຂອງ​ຫຼາຍ​ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​​ຊາ​ຊາດ ໄດ້​ເຫັນ​ດີເປັນ​ເອ​ກະ​ພາບ​ໂດຍ​ຖື​ວ່າ ເຖິງວ່າ IS ​ໄດ້ເສຍ​ຜືນ​ແຜ່ນ​ດິນ​ຄວບ​ຄຸມ​ສ່ວນ​ຫຼາຍ​ແລ້ວ, ແຕ່ອົງ​ການນີ້ ແລະ ບັນ​ດາ​ສາ​ຂາ​ຍັງ​ສືບ​ຕໍ່​ເຄ​ື່ອນ​ໄຫວ​ຢູ່​ຫຼາຍ​ຈຸດ​ຮ້ອນ​ຂອງ​ເຂດ​ປະ​ທະ​ກັນ​, ສວຍ​ໃຊ້​​ສະ​ພາບ​ການ​ຂາດ​ຄວາມ​ສະ​ຖຽ​ນ​ລະ​ພາບ, ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ເພື່ອ​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈ​ມ​ຕີ. ເລື່ອງ​ບັນ​ດາ​ພາກ​ສ່ວນ​ຫົວ​ຮຸນ​ແຮງ​ນຳ​ໃຊ້​ພື້ນ​ຖານ​ດີ​ຈີ​ຕອນ, ສື່​ສັງ​ຄົມ​, ເຄື່ອງ​ມື​ທີ່​ເປັນລະ​ຫັດ ແລະ ຫວ່າງມໍ່ໆ​ມານີ້​ແມ່ນ​ປັນ​ຍາ​ປະ​ດິດ ພວມ​ວາງ​ອອກ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ໃຫຍ່​ຫຼວງ​ໃຫ້​ແກ່​ວຽກ​ງານ​ກວ​ດ​ພົບ, ສະ​ກັດ​ກັ້ນ ແລະ ທຳ​ລາຍ​ບັນ​ດາ​ເຄືອ​ຂ່າຍກໍ່​ການ​ຮ້າຍ.

ໃນ​ສະ​ພາບ​ການນັ້ນ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ແບ່ງ​ປັນ​ຂໍ້​ມູນ​ສືບ​ຂ່າວ, ຄວບ​ຄຸມ​ແຫຼ່ງ​ການ​ເງິ​ວື້​ຜິດ​ກົ​ດ​ໝາຍ ແລະ ສະ​ກັດ​ກັ້ນ​ຄວາມ​ສ່ຽງ​ກໍ່ການ​ຮ້າຍ​ສວຍ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ.