ຕອນ​ບ່າຍ​ວັນ​ທີ 6 ສິງ​ຫາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Anthony Albanese ໄດ້​ອອກ​ແຈ້ງ​ການ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ອົດ​ສະ​​ຕາ​ລີຂອງ ທ່ານ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ແຕ່​ວັນ​ທີ 9-12 ສິງ​ຫາ. ຕາມ​ແຈ້ງ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ​ໄດ້​ຄອຍລໍ​ຖ້າ​ຕ້ອນ​ຮັບ ທ່ານ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັວິ​ທີ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ແຈ້ງ​ການ​ໃຫ້​ຮູ້​ວ່າ: ການ​ນຳ​ສອງ​ທ່ານ​ຈະ​ພົບ​ປະ​ກັນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນຫຼວງ Canberra ຂອງ ອົດ​ສະ​ຕາ​ລີ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ໂອ​ກາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ໂດຍ​ເນັ້ນ​ໜັກ​ວ່າ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ພາກ​ພື້ນ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ ແລະ ມີ​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ຍາວ​ນານ. ເດືອນມີ​ນາ​ປີ 2024 ສອງ​ປະ​ເທດ​ໄດ້​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ.