ຕອນເຊົ້າວັນທີ 6 ສິງຫາ, ຢູ່ ຫໍພິພິຕະພັນແມ່ຍິງ ຫວຽດນາມ ທີ່ ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ Sophon Zaram ປະທານສະພາແຫ່ງຊາດ ໄທ ທັງເປັນປະທານສະພາຜູ້ແທນລາຊະດອນ ລາຊະອານາຈັກ ໄທ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງ “ເຊີດຊູ 50 ປີແຫ່ງການພົວພັນທາງການທູດ ຫວຽດນາມ-ໄທ”. ນີ້ແມ່ນການເຄື່ອນໄຫວໃນບັນດາເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ໄທ(6/8/1976 - 6/8/2026).
ໂດຍສະແດງຄວາມເປັນກຽດ ແລະ ປິຕິຊົມຊື່ນ ເມື່ອໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດໄທ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານວາສະແດງ, ທ່ານ Sophon Zaram ປະທານສະພາແຫ່ງຊາດ ໄທ ທັງເປັນປະທານສະພາຜູ້ແທນລາຊະດອນ ລາຊະອານາຈັກ ໄທ ຖືວ່າ: ງານວາງສະແດງມີຄວາມໝາຍຫຼາຍຢ່າງ, ສ່ອງແສງໃຫ້ເຫັນການພັດທະນາຂອງນ້ຳໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງສອງປະເທດໃນຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ.
