​ຕອນ​ເຊົ້າ​ວັນ​ທີ 6 ສິງ​ຫາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 13-NQ/TW, ລົງວັນ​ທີ 16 ມັງ​ກອນ 2012 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມຊຸດ​ທີ XI ແລະ ຂໍ້​ສະ​ຫລຸບ​ເລກ​ທີ 72– KL/TW, ​ລົງວັນ​ທີ 23 ກຸມ​ພາ 2024 ຂອງ​ກົມ​ການ​ເມື​ອງ​ຊຸດ​ທີ XIII ກ່ຽວ​ກັບ​ການກໍ່​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງຄົບ​ຊຸດ ແນ​ໃສ່​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ.

ກາວ​ຄຳ​ເຫັນ​ສະ​ຫລຸບ​ການ​ເຮັດ​ວຽກ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ພື້ນ​ຖານ​ໂຄງ​ລ່າງບໍ່​ພຽງ​ແຕ່​ໄດ້​ຮັບ​ໃຊ້​ໃຫ້​ແກ່​ການ​ຜະ​ລິດ ແລະ ຊີ​ວິດ​ເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​ປັດ​ໄຈ​ຕັດ​ສິນ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ແຫ່ງ​ຊາດ​ອີກ​ດ້ວຍ.

ທ່ານ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ຕ້ອງ​ສຸມ​ໃສ່​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ບັນ​ດາ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ສ້າງ​​ສຳ​ເລັດແລວ​ຄົມ​ມະ​ນາ​ຄົມ, logistics; ພັດ​ທະ​ນາ​ການ​ຂົນ​ສົ່ງ​ທາງ​ນ້ຳ, ທາງ​ລົດ​ໄຟ​ແຫ່ງ​ຊາດ ແລະ ລົດ​ໄຟ​ຕົວ​ເມືອງ ຕິດ​ພັນ​ກັບ​ການ​ຖ່າຍ​​ທອດ​ເຕັກ​ໂນ​ໂລ​ຊີ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ພາຍ​ໃນ​ປະ​ເທດ…