Media /
ເຫດການຖືກຈັດຂຶ້ນແຕ່ວັນທີ 29 ຕຸລາຫາວັນທີ 3 ພະຈິກປີ 2017 ໃນເວລາ 9 ໂມງຫາ 12 ໂມງໃນແຕ່ລະວັນຢູ່ສູນການຄ້າຈ່າງຕຽນ ປລາຊາ, ເມືອງຮ່ວານກ້ຽມ, ຮ່າໂນ້ຍ.
ໃນຊຸມມື້ນີ້, ອາກາດຢູ່ຮ່າໂນ້ຍເລີ່ມໜາວເຢັນ, ອັນໄດ້ເຮັດໃຫ້ໄວໜຸ່ມມີໂອກາດໄດ້ປ່ຽນການນຸ່ງຖືດ້ວຍຊຸດອາພອນແບບໃໝ່.
ບັນດາເພື່ອນໜຸ່ມພວມນິຍົມແຟຊັນແບບໃດໃນຍາມລະດູໃບໄມ້ຫຼົ່ນຕໍ່ລະດູໜາວ ແລະ ຜູ້ໃດຈະກາຍເປັນຕົວແບບສຳລັບບັນດານັກຖ່າຍຮູບ.
ຄຳຕອບຈະໄດ້ພົບເຫັນທີ່ The best street style 2017
ບັນດາຜູ້ເຂົ້າຮ່ວມເຫດການ - ຈາກເດັກນ້ອຍຕະຫຼອດຮອດໄວໜຸ່ມ ພ້ອມກັນເອ້ຄວາມງາມໃນຊຸດອາພອນຕ່າງໆ, ພ້ອມທັງສະແດງໃຫ້ເຫັນຄວາມເປັນເອກະລັກສະເພາະຂອງຕົນເອງຜ່ານແບບວິທີການນຸ່ງຖື.
ຜູ້ໄດ້ຮັບການຄັດເລືອກທີ່ມີການນຸ່ງຖືງາມກວ່າໝຸ່ໃນມື້ ກໍຈະໄດ້ຮັບປີ້ເຂົ້າຊົມລາຍການແຟຊັນຂອງບັນດານັກອອກແບບ ພ້ອມກັບຂອງຂວັນທີ່ເປັນໜ້າປະທັບໃຈຈາກຄະນະຈັດຕັ້ງ

The best street style – ເຫດການສະຫງວນໃຫ້ແກ່ໄວ່ໜຸ່ມ ນິຍົມແຟຊັນແບບນຸ່ງຕາມທ້ອງຖະໜົນ

(VOVWORLD) - The best street style ແມ່ນເຫດການຖືກຈັດຂຶ້ນຢູ່ນອກສັບປະດາແຟຊັນສາກົນຫວຽດນາມ ລະດູໃບໄມ້ຫຼົ່ນຕໍ່ລະດູໜາວປີ 2017 ທີ່ສະຫງວນໃຫ້ໄວໜຸ່ມທີ່ນິຍົມແຟຊັນແບບນຸ່ງຕາມທ້ອງຖະໜົນຢູ່ຮ່າໂນ້ຍໃນຊຸມມື້ຍາມທ້າຍລະດູໃບໄມ້ຫຼົ່ນ. 

Hoang Xuan