Media /
ຕອນເຊົ້າວັນທີ 18 ກໍລະກົດ, ຄະນະຜູ້ແທນໄດ້ໄປຖະຫວາຍທູບທຽນຢູ່ ອະນຸສາວາລີ ບັກເຊີນ - ບາດີງ ຮ່າໂນ້ຍ
ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ ລາຍການສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ(27/7/1947-27/7/2017), ໂດຍຄະນະຊາວຫນຸ່ມ VOV ແລະ ບັນດາຜູ້ແທນຄະນະຊາວຫນຸ່ມຂັ້ນຮາກຖານແຮກສ່ຽວ ສົມທົບກັນຈັດຕັ້ງ
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງປື້ມ ແລະ ຮູບພາບ ຢູ່ ຫໍພິພິດທະພັນ ຮ່າໂນ້ຍ
ການເຄື່ອນໄຫວໄດ້ດຶງດູດຊາວຫນຸ່ມ, ນັກຮົບເກົ່າ ແລະ ກຳລັງຕຳຫລວດເຂົ້າຊົມເປັນຈຳນວນຫລວງຫລາຍ
ຮູບຈຳລອງ ສຸສານປະທານໂຮ່ຈິມີນ ສ້າງດ້ວຍປື້ມທີ່ງານວາງສະແດງ
ບັນດາຊາວຫນຸ່ມເຂົ້າຮ່ວມ ແລະ ພົບປະແລກປ່ຽນກັບນັກຮົບເກົ່າ
ງານວາງສະແດງແມ່ນການເຄື່ອນໄຫວສະເຫລີມສະຫລອງ 70 ປີແຫ່ງວັນ ທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947-27/7/2017) ພ້ອມທັງກໍ່ແມ່ນການເຄື່ອນໄຫວສ້າງກຳລັງຫນູນໃຫ້ຄົນລຸ້ນຫລັງ
ລາຍການສະແດງສິລະປະໂດຍ ຄະນະຊາວຫນຸ່ມ VOV ສະແດງ
ບັນດາຊາວຫນຸ່ມເຂົ້າຮ່ວມ ແລະ ພົບປະແລກປ່ຽນກັບນັກຮົບເກົ່າ
ລາຍການພົວພັນແລກປ່ຽນ ແລະ ພົບປະກັບນັກຮົບເກົ່າ ແມ່ນຫນຶ່ງໃນການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ ສະແດງຄວາມຮູ້ບຸນຄຸນ, ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງຄະນະຊາວຫນຸ່ມສຳລັບຄົນລຸ້ນກ່ອນ.

VOV ແລະ ການເຄື່ອນໄຫວມຸ້ງໄປສູ່ການສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ

(VOVWORLD) -  ເພື່ອມຸ້ງໄປສູ່ການສະເຫລີມສະຫລອງ 70 ປີແຫ່ງວັນ ທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947-27/7/2017), ຄະນະຊາວຫນຸ່ມສູນເຕັກນິກວິທະຍຸກະຈາຍສຽງຫວຽດນາມ ແລະ ຄະນະຊາວຫນຸ່ມຂັ້ນຮາກຖານທີ່ມີການແຮກສ່ຽວກັນ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຖະຫວາຍທູບທຽນອາໄລຫານັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຈັດລາຍການສະແດງສິລະປະ, ການພົບປະແລກປ່ຽນບັນດາອະນຸສອນ.

Duc Anh