Media /
“ຂ້າມພາຍຸ” ແມ່ນງານວາງສະແດງສິລະປະຍຸກປະຈຸບັນ ທີ່ເຂັ້ມຂົ້ນໄປດ້ວຍລັກສະນະວັດທະນະທຳມະນຸດໂດຍ CSAGA ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ສະຖານທູດໂຮນລັງປະຈຳຫວຽດນາມ, ອົງການຮ່ວມມືສາກົນແຫ່ງ ສ.ເກົາຫຼີ ພ້ອມກັບສິລະປິນ ບີງດັ້ງ ແລະ ຢຸຍລີສົມທົບກັນຈັດຕັ້ງຂຶ້ນ.
ນີ້ແມ່ນງານວາງສະແດງທີ່ເປັນເອກະລັກລະຫວ່າງພາບສຽງ, ແສງສະຫວ່າງ ແລະ ໄມ້ໄຜ່.
ຈົດໝາຍສະບັບຕ່າງໆທີ່ຂຽນດ້ວຍສໍ ຖືກສສະແດງໃຕ້ແສງສະຫວ່າງ, ເສື້ອກັນຝົນ ແລະ ກຸບທີ່ພິເສດສະເພາະ
ງານວາງສະແດງຖືກວາດພາບຄືດັ່ງຕະຫຼາດນັດ ປະກອບດ້ວຍ 20 ຮ້ານວາງສະແດງ ທີ່ເຕັມໄປດ້ວຍຄວາມທຸກ, ຄວາມສຸກ ແລະ ຄວາມເຈັບແສບຂອງບັນດາຜູ້ເປັນແມ່ຍິງ.
ດ້ວຍງານວາງສະແດງຄັ້ງນີ້, ບັນດາເລື່ອງລາວທີ່ມີຄວາມສຸກ, ຄວາມທຸກໄດ້ຖືກບັນທຶກໂດຍແມ່ຍິງ 20 ຄົນເຄີຍຖືກໃຊ້ຄວາມຮຸນແຮງ ແລະ ໃນແຕ່ວັນເຂົາເຈົ້ານຍັງຄົງລຳບາກດ້ວຍການຫາບຜັກ, ປາໄປເລາະຂາຍຢູ່ຕະຫຼາດບ້າຍດ້າ(ເຊີນໄຕ, ຮ່າໂນ້ຍ) ຈະເຖິງແນະນຳຕໍ່ມວນຊົນ.
ທ່ານນາງ ຫງວຽນວັນແອງ, ຜູ້ອຳນວຍການ CSAGA ໃຫ້ຮູ້ວ່າ ໃນຫຼາຍປີທີ່ຜ່ານມາ, CSAGA ໄດ້ຮ່ວມເດີນທາງພ້ອມກັບແມ່ຍິງຫວຽດນາມໂດຍຜ່ານການເຄື່ອນໄຫວຕ່າງໆ ອັນໄດ້ຊ່ວຍເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກ, ສະພາບການໃຊ້ຄວາມຮຸນແຮງເພື່ອບືນຕົວຂຶ້ນໃນຊີວິດຂອງຕົນ.
ງານວາງສະແດງໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ
ຕະຫຼາດບ້າຍດ້າ ຊຶ່ງແມ່ນຕະຫຼາດເຂດບ້ານນາ ໄດ້ຮັບເລືອກເປັນເຂດຈຸດສຸມຂອງໂຄງການ. ປະຈຸບັນ, ຕະຫຼາດໄດ້ມີຕູ້ເອກະສານ, ຂໍ້ມູນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການໃຊ້ຄວາມຮຸນແຮງທາງເພດ.
ຜູ້ຄົນໄປຕະຫຼາດບໍ່ພຽງແຕ່ເພື່ອຊື້ຂາຍເຄື່ອງເທົ່ານັ້ນ ຫາກຍັງໄດ້ຮັບຂໍ້ມູນຂ່າວສານທີ່ດີສຳລັບຄອບຄົວຕົນເອງອີກດ້ວຍ.
ແຂກມາຢ້ຽມຊົມຍັງໄດ້ຮັບຊົມບັນດາຮູບເງົາເອກະສານກ່ຽວກັບຊີວິດຂອງບັນດາບຸກຄົນຢູ່ນີ້.
ປະຈຸບັນ, ຫວຽດນາມໄດ້ມີຫຼາຍຮູບແບບກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງທາງເພດໄດ້ຮັບການຜັນຂະຫຍາຍ ແລະ ໄດ້ນຳມາເຊິ່ງບັນດາໝາກຜົນໃນເບື້ອງຕົ້ນ. ໃນນັ້ນ ພວກເຮົາພວມເລັ່ງໃສ່ມາດຕະການສື່ສານໃນວົງຄະນະຍາດເພື່ອໃຫ້ທຸກໆຄົນຮູ້ຈັກວ່າ ການໃຊ້ຄວາມຮຸນແຮງບໍ່ພຽງແຕ່ແມ່ນບັນຫາສະເພາະຂອງໃຜຂອງລາວເທົ່ານັ້ນ, ຫາກຍັງແມ່ນບັນຫາຂອງທົ່ວສັງຄົມອີກດ້ວຍ

“ຂ້າມພາຍຸ” - ງານວາງສະແດງຮຽກຮ້ອງໃຫ້ຕ້ານ ການໃຊ້ຄວາມຮຸນແຮງທາງເພດຢູ່ຫວຽດນາມ

(VOVWORLD) -  “ຂ້າມພາຍຸ” ແມ່ນຫົວເລື່ອງຂອງງານວາງສະແດງສິລະປະຍຸກປະຈຸບັນ ທີ່ມີລັກສະນະວັດທະນະທຳມະນຸດ. ນີ້ແມ່ນການເຄື່ອນໄຫວຕອບສະໜອງວັນສາກົນລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກສາວ ຄືວັນທີ 25 ພະຈິກໂດຍສູນຄົ້ນຄ້ວາ ແລະ ນຳໃຊ້ວິທະຍາສາດກ່ຽວກັບເພດ-ຄອບຄົວ-ແມ່ຍິງ ແລະ ຜູ້ບໍ່ເຖິງກະສຽນອາຍຸ(CSAGA) ຈັດຕັ້ງຂຶ້ນ.

Quan Huy