Media /
ແຜ່ນຕົວໜັງສື ດ້າຍຕຶຮ່ຽນເດ້ ມີຄວາມໝາຍຕັກເຕືອນຄົນລຸ່ນຫຼັງກ່ຽວກັບເລື່ອງລາວວິນຍານຂອງ ພະອາຈານມະຫາ ຕືດ້າວແຫ້ງ ກັບມາເກີດຊາດໃໝ່
ແຜ່ນຕົວໜັງສື ຈຽວທ່ຽນຕຶ ຖືກຄວັດສະຫຼັກມາແຕ່ສະໄໝລາດຊະວົງເລໄລຍະສຸດທ້າຍ ແລະ ແມ່ນແຜ່ນຕົວໜັງສືຍັງເຫຼືອໄວ້ມາຮອດປະຈຸບັນ ຖືກຕັ້ງຢູ່ວັງໃຫຍ່ໃນ ວັດລ້າງ
ແຜ່ນຕົວໜັງສືຖືກຕິດໄວ້ຢູ່ປະຕູໂຂງດ້ວຍເນື້ອໃນ : “ ຟ້າໃຫ້ກຳເນີດພະອໍລະຫັນ ”
ປະຕູໂຂງປະກອບດ້ວຍ 3 ປະຕູຂອງວັດລ້າງ
ໃນວັນບຸນ ກໍຄືໃນວັນທີ 1 , ວັນເພັງໄລ່ຕາມຈັນທະປະຕິທິນ, ຊາວທ້ອງຖິ່ນ ກໍຄືແຂກທ່ອງທ່ຽວໄດ້ມາຈູດທູບໄຕ້ທຽນບູຊາພະພຸດທະເຈົ້າ, ພະອໍລະຫັນ ຫຼາຍກ່ວາເມື່ອທຽບໃສ່ມື້ທຳມະດາ. ບັນຍາກາດທີ່ງຽບສະງັດໃນ ວັດລ້າງ ໄດ້ກາຍເປັນສະຖານທີ່ທີ່ດີເພື່ອໃຫ້ນັກຮຽນ, ນັກສຶກສາ ມານັ່ງອ່ານປື້ມ ແລະ ຄົ້ນຄ້ວາບົດຮຽນ.
ເຮືອນ 8 ແຈ-ຄວາມເປັນເອກະລັກສະເພາະຂອງສະຖາປັດຕະຍະກຳ ວັດລ້າງ
ເຂົ້າໄປ ວັດລ້າງ, ແຂກທ່ອງທ່ຽວຮູ້ສຶກປຽບເໝືອນເຂົ້າສູ້ດິນແດນແຫ່ງພະພຸດດ້ວຍບັນຍາກາດງຽບສະງັດ ແລະ ສະຖາປັດຕະຍະກຳທີ່ມີສີສັນຂອງຊາວຫວຽດນາມ.
ນ້ຳສ້າງໃນວັດລ້າງ
ປະຕູເຂົ້າຫໍບູຊາວົງຕະກູນ ດ້ວຍໂຄງສ້າງຄືດັ່ງປະຕູໂຂງຂອງຊາວຫວຽດນາມໃນໄລຍະທ້າຍສະຕະວັດ 19 ຄືນຫຼັງ.
ກະດານຈົດຊື່ຜູ້ມີຈິດໃຈສັດທາປະກອບສ່ວນບູລະນະປະຕິສັງຂອນວັດປີ 1952 ຊຶ່ງໄດ້ຮັບການຮັກສາໄວ້ເໝືອນເດີມ
ກະດານຈົດຊື່ຜູ້ມີຈິດໃຈສັດທາປະກອບສ່ວນສ້າງວັດເມື່ອກ່ອນນີ້.
ເຄື່ອງຮັບໃຊ້ການບູຊາໃນວັດລ້າງ
ສວນທາດໃນວັດລ້າງ
ແມ່ຕູ້ເຈືອງທິດີ້ງ, ຊາວບ້ານລ້າງ ຊຶ່ງແມ່ນຜູ້ທີ່ມີຊື່ສຽງໃນການປູກຜັກຫອມ ມາຫົດຜັກຢູ່ສວນໃນວັດໃນແຕ່ລະວັນ.

ຄວາມງາມຂອງວັດລ້າງ

(VOVWORLD) -

ວັດລ້າງຖືກຕັ້ງຢູ່ບ້ານລ້າງ(ຫຼື້ເອີ້ນວ່າ ບ້ານອຽນລ້າງ) ທີ່ຂຶ້ນກັບຕາແສງລ້າງເຖື້ອງ, ເມືອງດົງດາ, ຮ່າໂນ້ຍ. ວັດລ້າງມີຫຼາຍຈຸດທີ່ເປັນເອກະລັດສະເພາະຂອງຕົນ, ເພາະຢູ່ແຫ່ງນີ້ແມ່ນວັດບູຊາພະພຸດທະເຈົ້າ, ບູຊາພະອໍລະຫັນ, ຕິດພັນກັບບັນດາບຸກຄົນທີ່ມີຊື່ສຽງໃນຍຸກສະໄໝ, ນັ້ນແມ່ນພະອາຈານມະຫາ ຕືດ້າວແຫ້ງ.

ຫງວຽນ​ງ​ອັກ