Media /
1. ຫາດດອນຫີນຊາ ແທງເຈືອງ ຂຶ້ນກັບຕາແສງ ແທງອານ ເມືອງ ແທງເຈືອງ ແຂວງ ເງ້ອານ. ທີ່ນີ້ ມີຄອບຄົວຊາວກະສິກອນ ປະມານ 180 ຄອບຄົວໄດ້ທຳການປູກຊາໃນເນື້ອທີ່ປະມານ 420 ເຮັກຕາ.
2. ເພື່ອໄປຫາ ຫາດດອນຫີນຊາ ແທງເຈືອງ, ນັກທ່ອງທ່ຽວຕ້ອງຂີ່ເຮືອຈັກໃຊ້ເວລາປະມານ 20 ນາທີ ດ້ວຍຄ່າໄປກັບແມ່ນ 30.000 ດົງ.
ເມື່ອໄປຮອດ ຫາດດອນຫີນຊາ ແທງເຈືອງ, ນັກທ່ອງທ່ຽວອາດຈະເຊົ່າເຮືອ ຫລື ກາໂນໄປຢ້ຽມຊົມໂນນຊານ້ອຍ. ຄ່າເຊົ່າເຮືອປະມານ 100.000 ດົງ - 150.000 ດົງ.
ໂນນຊາແຕ່ລະຫນ່ວຍມີເນື້ອທີ່ປະມານ 1 ເຮັກຕາ ສ້າງຄວາມສະດວກໃຫ້ນັກທ່ອງທ່ຽວໃນການໄປຢ້ຽມຊົມ.
ຮູບພາບຂອງທິວທັດທຳມະຊາດ ພ້ອມກັບຄວາມງາມຂອງໂນນຊາຂຽວສົດງົດງາມ ໄດ້ສ້າງຄວາມຈັບອົກຈັບໃຈຕໍ່ນັກທ່ອງທ່ຽວ
ຫາດດອນຫີນຊາ ແທງເຈືອງ ດຶງດູດເພື່ອນຫນຸ່ມມາຢ້ຽມຊົມ ແລະ ຖ່າຍຮູບເປັນຈຳນວນຫລວງຫລາຍ.
ນັກທ່ອງທ່ຽວສາມາດເຊົ່າບັນດາຊຸດອາພອນປະຈຳເຜົ່າເພື່ອຖ່າຍຮູບ
ຊາວທ້ອງຖິ່ນແມ່ນຜູ້ຮັກແພງແຂກຄົນ ແລະ ສະຫນິດສະຫນົມທີ່ສຸດ.
ເງ້ອານ ບໍ່ພຽງແຕ່ແມ່ນເຂດດິນ ມີປູຊະນີຍະສະຖານປະຫວັດສາດຫລາຍແຫ່ງເທົ່ານັ້ນ ຫາກຍັງມີສະຖານທີ່ທ່ອງທ່ຽວລືຊື່ຫລາຍແຫ່ງອີກດ້ວຍ. ຫາດດອນຫີນຊາ ແທງເຈືອງ ປະຈຸບັນພວມກາຍເປັນສະຖານທີ່ທ່ອງທ່ຽວຈັບອົກຈັບໃຈ ແລະ ດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະ ຕ່າງປະເທດມາຢ້ຽມຊົມນັບມື້ນັບຫລາຍ;

ຄວາມງາມຂອງຫາດດອນຫີນຊາ ແທງເຈືອງດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍໃນໂອກາດບຸນເຕັດ

(VOVWORLD) - ໂດຍຫ່າງຈາກນະຄອນ ວີງ ປະມານ 50 ກິໂລແມັດ ແລະ ເກື໋ອຫລໍ່ ປະມານ 70 ກິໂລແມັດ, ຫາດດອນຫີນຊາ ແທງເຈືອງ ແຂວງເງ້ອານ ມີຄວາມງາມດັ່ງໃນຝັນ ດ້ວຍໂນນຊາທີ່ກວ້າງໃຫຍ່ປົກຄຸມໄປດ້ວຍສີຂຽວອຸ່ມທຸ່ມງົດງາມ ແລະ ມີຫນອງນ້ຳຂຽວສະອາດຢູ່ອ້ອມຮອບ. ໃນໂອກາດບຸນເຕັດປີກຸນ, ຫາດດອນຫີນຊາ ແທງເຈືອງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ