ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ

(VOVWORLD) -ສວນສາທາລະນະທໍລະນີພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ ຫາກໍ່ໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນສວນສາທາລະນະທໍລະນີທົ່ວໂລກ. ດ້ວຍນາມມະຍົດນີ້, ສວນສາທາລະນະແຫ່ງນີ້ ໄດ້ກາຍເປັນສວນສາທາລະນະທໍລະນີທົ່ວໂລກແຫ່ງທີ່ສອງຢູ່ຫວຽດນາມ ຖັດຈາກສວນສາທາລະນະທໍລະນີທົ່ວໂລກເຂດພູພຽງຫີນດົງວັນ, ແຂວງ ຮ່າຢາງ.

     ສວນສາທາລະນະທໍລະນີທົ່ວໂລກ Unesco ເຂດພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ ມີເນື້ອທີ່ກວ້າງເກືອບ 3.300 ຕາລາງກິໂລແມັດ,ກວມເອົາ ບໍລິເວນ 9 ເມືອງ. ບັນດານັກວິທະຍາສາດໄດ້ຄົ້ນພົບມໍລະດົກທໍລະນີທີ່ເປັນເອກະລັກ ຈຳນວນກວ່າ 1.300 ແຫ່ງ. ດ້ວຍພູມີສັນຖານທີ່ມີຫຼາຍຮູບຫຼາຍສີ, ທັດຊະນີຍະພາບຫີນປູນທີ່ອຸດົມສົມບູນ ພ້ອມກັບບັນດາທິວທັດທຳມະຊາດຄື ໜອງທາງແຮນ, ປ່າສະຫງວນແຫ່ງຊາດ ເຟຍອວັກ-ເຟຍແດນ, ນ້ຳຕົກຕາດ ບານຢົກ ເຊິ່ງແມ່ນໜຶ່ງໃນນ້ຳຕົກຕາດ 4 ແຫ່ງຢູ່ເຂດຊາຍແດນທີ່ໃຫ່ຍ ແລະ ສວຍງາມກວ່າໝູ່ໃນໂລກ. ສວນສາທາລະນະທໍລະນີກາວບັ່ງ ກໍ່ຍັງມີສະຖານທີ່ປະຫວັດສາດ ວັດທະນະທຳທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ສາກົນຫຼາຍແຫ່ງຄື ຖ້ຳປາກບໍ໋, ຫ້ວຍເລນິນ…

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 1

ໂດຍນອນໃນສວນສາທາລະນະທໍລະນີກາວບັ່ງ, ນ້ຳຕົກຕາດບານຢົກ ທີ່ໃຫ່ຍໂຕມະໂຫຖານ ແລະ ສວຍງາມກວ່າໜູ່ຂອງຫວຽດນາມ ຂຶ້ນກັບບໍລິເວນຕາແສງ ດາມຖຸຍ, ເມືອງ ຈຸງແຄັ໋ງ  ແຂວງ ກາວບັ່ງ. (ພາບ: Trần Phương)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 2

ຈຸດເວລາທີ່ງາມທີ່ງາມກວ່າໜູ່ ເພື່ອຄົ້ນຫາກາວບັ່ງແມ່ນເດືອນກັນຍາ ຫາ ເດືອນທັນວາ ຂະນະທີ່ນ້ຳຕົກຕາດບານຢົກ ມີນ້ຳເຕັມໃສເຢັນ.  (ພາບ: Hữu Thông)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 3

ປ່າສະຫງວນແຫ່ງຊາດ ເຟຍອວັກ-ເຟຍແດນ ມີພູມີສັນຖານສັບສົນ, ເຊິ່ງຕົ້ນຕໍແມ່ນພູສູງ, ຮ່ອມພູຄັບແຄບ, ມີຄວາມຄ້ອຍຫຼາຍກວ່າ 80 ອົງສາ, ມີຫຼາຍບ່ອນສູງຊັນ. ມີຫຼາຍຈອມພູສູງກວ່າ 1.000 ແມັດ ຫາເກືອບ 2.000 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ.  (ພາບ: Caobanggeopark)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 4

ນັບແຕ່ຕົ້ນສະຕະວັດທີ XX, ສາຍພູນີ້ໄດ້ດຶງດູດໃຈຊາວຝລັ່ງ. ເຂົາເຈົ້າໄດ້ເລືອກ ເອົາເຟຍອວັກ-ເຟຍແດນ ເປັນບ່ອນຕາກອາກາດທີ່ເປັນເອກະລັກ. (ພາບ: Caobanggeopark)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 5

ເຂດອະນຸລັກຮັກສາທະນີກາວວິດ ນອນໃນບໍລິເວນສາມຕາແສງ ຟອງນ້ຳ, ງອັກໂກນ ແລະ ງອັກເຄໃນເມືອງ ຈຸງແຄັ໋ງ ແຂວງ ກາວບັ່ງ ດ້ວຍເນື້ອທີ່ທັງໝົດເກືອບ 7.600 ເຮັກຕາ, ໃນນັ້ນ, ເຂດແກນກາງມີເນື້ອທີ່ 1.600 ເຮັກຕາ. (ພາບ: TTXVN)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 6

ທະນີກາວວິດບໍ່ມີຫາງ, ແຂນຍາວ, ໂຕໃຫ່ຍມີນ້ຳໜັກປະມານ 7-8 ກິໂລກາມ. ທະນີເພດຜູ້ມີສີດຳ ແລະ ມີຫອນເທິງຫົວ, ສ່ວນທະນີເພດແມ່ມີສີເຫຼືອງ ຢູ່ເທິງຫົວບໍ່ມີຫອນ ສ່ວນທະນີໂຕນ້ອຍກໍ່ມີຂົນສີເຫຼືອງ. (ພາບ: TTXVN)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 7

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 8

ໜອງທາງແຮນ ຢູ່ທີ່ເມືອງ ຈາຫຼິງ ຫ່າງຈາກນະຄອນກາວບັ່ງ 30 ກິໂລແມັດ.

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 9

ກຸ່ມໜອງທາງແຮນໄດ້ຮັບຮູ້ວ່າ ມາຮອດປັດຈຸບັນລວມມີໜອງ 36 ແຫ່ງເຊື່ອມຕໍ່ກັນຜ່ານລະບົບຖ້ຳ, ແມ່ນ້ຳໃຕ້ດິນ, ໜອງແຕ່ລະແຫ່ງຫ່າງຈາກກັນປະມານ 30 ແມັດ ຫາ 300 ແມັດ. ທັງໝົດກໍ່ລ້ວນແຕ່ນອນໃນເຂດຮ່ອມພູທີ່ກວ້າງໃຫ່ຍຕິດກັບຕາແສງ ກວ໋ກຕວ່ານ ເມືອງ ຈາຫຼິງ ແລະ ຕາແສງ ຫງູຫຼາວ ເມືອງ ຮວ່າອານ. (ພາບ: Caobangtv)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 10

ນ້ຳໜອງໃສ ແລະ ຂຽວເຢັນເຊິ່ງແມ່ນສະຖານທີ່ຈັບໃຈເມືອເຮົາມີໂອກາດຂີ່ເຮືອຮັບຊົມທິວທັດພູຜາແມ່ນ້ຳລຳເຊ. (ພາບ: Evan)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 11

ຖ້ຳກີ່ຣັ່ງ ຂຶ້ນກັບບໍລິເວນຕາແສງ ກວ໋ກຕວ່ານ, ເມືອງ ຈາຫຼິງ ຫ່າງຈາກໜອງທາງແຮນ ປະມານ 1,5 ກິໂລແມັດໄປທາງທິດຕາເວັນຕົກສ່ຽງເໜືອໃນພູກີ່ຣັ່ງ, ແປະກັບໜອງກີ່ຣັ່ງ. ຖ້ຳແຫ່ງນີ້ມີຄວາມ 417 ແມັດ ເລິກປະມານ 34 ແມັດ ທາງກວ້າງທີ່ສຸດແມ່ນ 30 ແມັດ, ແຄບທີສຸດແມ່ນ 0,7 ແມັດ, ເພດານຂອງຖ້ຳສູງສຸດແມ່ນ 42 ແມັດ, ຕ່ຳສຸດແມ່ນ 1 ແມັດ. ຖ້ຳມີລະບົບນົມຜາຫີນສວຍງາມ ແລະ ພວມໄດ້ຮັບການອະນຸລັກຮັກສາ. (ພາບ: TL)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 12

ປູຊະນີຍະສະຖານປາກບໍ໋ ຂຶ້ນກັບຕາແສງ ເຈື່ອງຮ່າ, ເມືອງ ຮ່າກວ໋າງ, ແຂວງ ກາວບັ່ງ ຫ່າງຈາກນະຄອນກາວບັ່ງ 55 ກິໂລແມັດ ໄປທາງທິດເໜືອ. ປາກບໍ໋ ແມ່ນສະຖານທີ່ປະຕິວັດທີ່ລືຊື່, ໃນຖ້ຳກົກບໍ໋, ປະທານ ໂຮ່ຈີມິນ ໄດ້ເລືອກເອົາເປັນບ່ອນຢູ່ ພາຍຫຼັງກວ່າ 30 ປີ ທີ່ໄດ້ຊັດເຊພະເນຈອນຢູ່ຕ່າງປະເທດໄດ້ກັບຄືນມາປະຊາດເມືອວັນທີ 8 ກຸມພາ ປີ 1941ເພື່ອນຳພາການປະຕິວັດຫວຽດນາມ.(ພາບ: Tuệ Minh)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 13

ໂດຍນອນໃນເຂດປູຊະນີຍະສະຖານ ປາກບໍ໋, ຫ້ວຍເລນິນ ກໍ່ມີນ້ຳຂຽວ ແລະ ໃສເຢັນ, ອ້ອມຮອບແມ່ນປ່າໄມ້ທີ່ຮົກເຮື້ອ ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວມານີ້ມີຄວາມປະຫຼາດໃຈ. ຢູ່ຫ້ວຍເລນິນນີ້, ເມື່ອກ່ອນລຸງໂຮ່ ໄດ້ເຄີຍນັ່ງຕຶກປາ. (ພາບ: Caobanggeopark)

ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ - ảnh 14

ສວນສາທາລະນະທໍລະນີທົ່ວໂລກ Unesco ພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ. (ພາບ: Zing.vn)

ຕອບກັບ

ຂ່າວ/ບົດ​ອື່ນ