Media /
ຫງວຽນກ໋ວກຢຸງ ( DzungArt) ແມ່ນຈິດຕະກອນທີ່ໄດ້ເປີດບັນດາງານວາງສະແດງຮູບຖ່າຍສ່ວນຕົວ ແລະ ມີຮູບຖ່າຍເຂົ້າຮ່ວມໃນບັນດາງານວາງສະແດງຮູບຖ່າຍລວມທັງຢູ່ພາຍໃນ ແລະ ຕ່າງປະເທດ.
ໃນເບື້ອງຕົ້ນ, ຫງວຽນກ໋ວກຢຸງຖ່າຍຮູບແມ່ນເພື່ອໃຊ້ເປັນເອກະສານໃຫ້ແກ່ການແຕ້ມຮູບ, ຕັດເສື້ອອ້ຽມ ແລະ ເສື້ອຍາວ.
ແຕ່ລະມື້, ຫງວຽນກ໋ວກຢຸງ ຮູ້ສຶກມີຄວາມຫຼົງໄຫຼກັບວຽກງານຖ່າຍຮູບ.
ຫງວຽນກ໋ວກຢຸງ ໄດ້ເປີດງານວາງສະແດງຮູບຖ່າຍຂອງຕົນ. ໝູ່ເພື່ອນ, ຜູ້ມາຊົມເບິ່ງຕ່າງກໍຍ້ອງຍໍຊົມເຊີຍ ແລະ ໄດ້ຊື້ຮູບຖ່າຍເປັນທີ່ລະນຶກ. ສິ່ງນີ້ໄດ້ເປັນການລະດົມກຳລັງໃຈແກ່ຈິດຕະຈອນຜູ້ນິຍົມສິລະປະຖ່າຍຮູບ.
ຫງວຽນກ໋ວກຢຸງ ໄດ້ສ້າງຂີດໝາຍສະເພາະໃນຮູບຖ່າຍເສື້ອຍາວ
. ວັນທີ 8 ສິງຫາປີ 2017, ຫງວຽນກ໋ວກຢຸງ ໄດ້ສະເໜີຕໍ່ຜູ້ອ່ານ ປຶ້ມພາບ “ຍາມແດດອ່ອນ”.
ນີ້ແມ່ນຊຸດຮູບຖ່າຍດ້ວຍຫົວເລື່ອງ "ແມ່ຍິງຫວຽດນາມນຸ່ງຊຸດເສື້ອບາວ ແລະ ເສື້ອອ້ຽມ" ລວມມີ 130 ແຜ່ນໂດຍ ຫງວຽນກ໋ວກຢຸງ ໄດ້ໃຊ້ເວລາປະມານ 20 ປີ.

ຄວາມງາມແບບລຽບງ່າຍຂອງບັນດານາງສາວຜ່ານຮູບຖ່າຍຂອງ DzungArt

(VOVWORLD) - ບັນດານາງສາວນຸ່ງຊຸດເສື້ອຍາວ, ຊຸດກະໂປ່ງຢູ່ເຮືອນເກົ່າເຂດບ້ານນາພາກເໜືອ, ຂົວຫີນ, ນ້ຳສ້າງ, ປະຕູໂຂງຂອງໝູ່ບ້ານ, ສະດອກຈອກ…ບັນດາຄວາມງາມແບບເກົ່າແກ່, ບັນຍາກາດສະຫງົບງຽບ, ຍາມແດນ, ລະດູການເວລາໄດ້ຜ່ານພົ້ນໄປ, ເປັນໜ້ານ້ຳໃສໃຈຈິງຜ່ານຮູບຖ່າຍຂອງຈິດຕະກອນ, ນັກຖ່າຍຮູບ ຫງວຽນກ໋ວກຢຸງ ( DzungArt) 

My Tra