Media /
“ຄວາມງາມແສງສະຫວ່າງ” ແມ່ນຊື່ຂອງງານວາງສະແດງຮູບຖ່າຍພິເສດລະຫວ່າງນັກດົນຕີທີ່ນິຍົມຖ່າຍຮູບ ແລະ ນັກຖ່າຍຮູບນິຍົມຊອບຊອບດົນຕີ.
ນັ້ນແມ່ນນັກເສບ ຊາໂຊຟົນ ເຈີນແມ້ງຕ້ວນ ແລະ ນັກຖ່າຍຮູບ ຫງວຽນຫວຽດແທງ.
ແສງສະຫວ່າງແມ່ນສິ່ງລິເລີ່ມຂອງການດຳລົງຊີວິດ. ແສງສະຫວ່າງກໍແມ່ນຈຸດລິເລີ່ມຂອງອາຊີບຖ່າຍຮູບ - ຄວາມຄາດຫວັງ ແລະ ຫົວຄິດປະດິດສ້າງຂອງມະນຸດເພື່ອບັນທຶກຄວາມງາມຂອງແສງສະຫວ່າງຜ່ານຮູບຖ່າຍ.
VOV5 ຂໍແນະນຳບັນດາຮູບຖ່າຍຂອງນັກຖ່າຍຮູບສອງຄົນນີ້ໃນຊຸດຮູບຖ່າຍທີ່ ງານວາງສະແດງຮູບຖ່າຍ “ຄວາມງາມແສງສະຫວ່າງ” ເນື່ອງໃນໂອກາດເປີດຮ້ານຂາຍຜະລິດຕະພັນຂອງບໍລິສັດກ້ອງຖ່າຍ Leica
ນັກຖ່າຍຮູບ ຫງວຽນຫວຽດແທງ ເກີດປີ 1970 ຢູ່ຮ່າໂນ້ຍ. ຫວຽດແທງ ຮຽນຈົບມະຫາວິທະຍາໄລວັດທະນະທຳຮ່າໂນ້ຍ, ຂະແໜງບູຮານຄະດີ.
ປີ 1994, ດ້ວຍຄວາມເມົາມົວກັບການຖ່າຍຮູບ, ຫວຽດແທງ ໄດ້ກາຍເປັນມືກ້ອງຂອງ ໜັງສືພິມ ຫວຽດນາມນິວ ສັງກັດສຳນັກຂ່າວສານຫວຽດນາມ.
ຫງວຽນຫວຽດແທງ ເຂົ້າຮ່ວມຊຸດຮຽນວິທີຖ່າຍຮູບສື່ມວນຊົນ ອິນໂດຈີນໂດຍສຳນັກຂ່າວສານ AP ຈັດຂຶ້ນເມື່ອປີ 2001.
ປີ 2005, ຫງວຽນຫວຽດແທງ ເຂົ້າຮ່ວມຊຸດຮຽນ “ພາສາຮູບພາບ” ຢູ່ສະຖາບັນສື່ມວນຊົນ ແບກແລງ ປະເທດເຢຍລະມັນ ແລະ ແມ່ນນັກສຶກສາຫວຽດນາມພຽງຄົນດຽວທີ່ຮຽນຈົບດ້ວຍຜົນງານດີເດັ່ນ.
ຈາກນັ້ນ, ຫວຽດແທງ ໄດ້ເລືອກເອົາເສັ້ນທາງເປັນມືກ້ອງອາຊີບສື່ມວນຊົນ.
ດ້ວຍຮູບຖ່າຍຫຼາຍແຜ່ນທີ່ນຳມາວາງສະແດງທີ່ງາມວາງສະແດງຮູບຖ່າຍສານກົນ ແລະ ໄດ້ຮັບຫຼາຍລາງວັນອັນລ້ຳຄ່າ, ປະຈຸບັນ, ຫວຽດແທງ ແມ່ນໜຶ່ງໃນບັນດາຕົວເດັ່ນຂອງຮູບຖ່າຍສື່ມວນຊົນຫວຽດນາມຍຸກປະຈຸບັນ.
ນອກຈາກນັ້ນ, ຫວຽດແທງ ຍັງແມ່ນທູດຂອງກ້ອງຖ່າຍຮູບຍີ່ຫໍ້ Leica M ຢູ່ຫວຽດນາມ. ລາວເຄີຍເຂົ້າຮ່ວມໃນງານວາງສະແດງ ແລະ ຊຸດຮຽນວິທີຖ່າຍຮູບຂອງ Leica ຢູ່ຫວຽດນາມ.
ເຈີນແມ້ງຕ້ວນ ກຳເນີດຂຶ້ນຢູ່ຮ່າໂນ້ຍ ໃນຄອບຄົວທີ່ມີມູນເຊື້ອສິລະປະການສະແດງບົນເວທີ. ພໍ່, ແມ່, ເອື້ອຍ, ນ້ອງຂອງລາວ ກໍລ້ວນແຕ່ແມ່ນນັກສິລະປີນ ຂັບກາຍເລືອງ.
ເຈີນແມ້ງຕ້ວນ ເລີ່ມເສບ ຊາໂຊຟົນ ນັບແຕ່ປີ 1979 ແລະ ກໍແມ່ນນັກດົນຕີຫວຽດນາມຄົນທຳອິດໄດ້ຮັບທຶນການສຶກສາຂອງມະຫາວິທະຍາໄລດົນຕີ Berklee ທີ່ Boston.
ນັກຮ້ອງ ຮົ່ງຍຸງ.
ເຈີນແມ້ງຕ້ວນ ສ້າງຕັ້ງກອງດົນຕີ ເຟືອງດົງ ເມື່ອປີ 1991 . ໃນງານປະກວດດົນຕີລະດັບຊາດ, ເຈີນແມ້ງຕ້ວນ ໄດ້ຮັບຫຼຽນຄຳ ແລະ ນາມມະຍົດ “ນົກເສບ ຊາໂຊຟົນ ມ່ວນທີ່ສຸດຢູ່ຫວຽດນາມ”
ໃນພາລະກິດເຄື່ອນໄຫວດົນຕີຂອງຕົນ, ເຈີນແມ້ງຕ້ວນ ໄດ້ໃຫ້ຈຳໜ່າຍ 17 ແຜ່ນ CD ແລະ 2 ແຜ່ນ DVD ແລະ ໄດ້ຮ່ວມມືກັບນັກຮ້ອງສຽງດັງຫຼາຍຄົນຂອງຫວຽດນາມ.
ເຈີນແມ້ງຕ້ວນ ໄດ້ທຳການສະແດງຢູ່ກວ່າ 60 ປະເທດໃນໂລກເຊັ່ນ: ຍີປຸ່ນ, ລັດເຊຍ, ຈີນ, ໄທ, ສິງກະໂປ, ອາເມລິກາ ແລະ ຫຼາຍປະເທດໃນເອີລົບ.
ເຈີນແມ້ງຕ້ວນ ໄດ້ຮັບຖືວ່າ ແມ່ນຜູ້ນຳໜ້າໃນຂະບວນດົນຕີ jazz ຢູ່ຫວຽດນາມ, ລາວກໍເປັນຜູ້ຮັບຜິດຊອບດ້ານດົນຕີໃຫ້ແກ່ຫຼາຍເຫດການດົນຕີທີ່ສຳຄັນ.
ນອກຈາກດົນຕີແລ້ວ, ເຈີນແມ້ງຕ້ວນ ຍັງເມົາມົວກັບການຖ່າຍຮູບທີ່ສຸດ. ລາວມີບັນດາກ້ອງຖ່າຍຮູບ Leica ແລະ ເຂົ້າຮ່ວມບັນດາເຫດການທີ່ສຳຄັນຂອງ Leica ຢູ່ຫວຽດນາມ.

ຄວາມງາມແສງສະຫວ່າງຜ່ານຮູບຖ່າຍຂອງ ຫງວຽນຫວຽດແທງ ແລະ ເຈີນແມ້ງຕ້ວນ

(VOVWORLD) -  ຊຸດຮູບຖ່າຍ “ຄວາມງາມແສງສະຫວ່າງ” ແມ່ນການເຊື່ອມຈອດລະຫວ່າງລະຫວ່າງສອງຈິດວິນຍານຂອງນັກສິລະປີນຕໍ່ໜ້າຄວາມງາມຂອງແສງສະຫວ່າງຜ່ານລົມຫາຍໃຈແຫ່ງການດຳລົງຊີວິດ.