Media /
ລະດູໃບໄມ້ຫຼົ່ນໄດ້ນຳອາກາດເຢັນສະບາຍມາໃຫ້ຮ່າໂນ້ຍ ດ້ວຍສີຂຽວອຸ່ມທຸ່ມຂອງຕົນໄມ້ໃບຫຍ້າ. ຢູ່ຮ່າໂນ້ຍຍາມລະດູໜາວ, ອາກາດກໍໜາວຈັດ, ຍາມລະດູຮ້ອນ ອາກາດກໍຮ້ອນເອົ້າ, ເບິ່ງຄືວ່າ ທຸກໆຄົນ ຕ່າງກໍຫວັງຮອດຍາມລະດູໃບໄມ້ຫຼົ່ນ ເພາະວ່າ ນີ້ແມ່ນຊ່ວງເວລາທີ່ມີອາກາດເຢັນສະບາຍ. ລະດູໃບໄມ້ຫຼົ່ນພຽງແກ່ຍາວແຕ່ເດືອນກັນຍາຫາພະຈິກໃນປີ.
ໃບໄມ້ໄດ້ປ່ຽນສູ່ສີແດງໃນທ່າມກາງອາກາດເຢັນສະບາຍຍາມ ລະດູໃບໄມ້ຫຼົ່ນ. ລະດູໃບໄມ້ຫຼົ່ນຍັງຝັງເລິກໃນຄວາມຊົງຈຳຂອງຫຼາຍຄົນດ້ວຍຮູບພາບບັນດາເສັ້ນທາງທີ່ເຕັມໄປດ້ວຍໃບໄມ້ສີເຫຼືອງຫຼົ່ນ. ເມື່ອຍ່າງເລາະຕາມຖະໜົນ ຟານດີງຟຸ່ງ, ເຈີນຟູ້, ໂງກວຽນ, ຮວ່າງຢ້ຽວ ກໍສາມາດຮູ້ສຶກໄດ້ເຖິງ ລະດູໃບໄມ້ຫຼົ່ນວຽນມາສູ່ຖະໜົນແຕ່ລະສາຍ.
ແຖວຕົ້ນໄມ້ແຄມທາງ ກິມມ້າ ງົດງາມດັ່ງໃນຝັນ
ຖະໜົນ ຟານດີງຟຸ່ງເຕັມໄປດ້ວຍໃບໄມ້ສີເຫຼືອງຫຼົ່ນ. ລະດູໃບໄມ້ຫຼົ່ນຫຼືເອີ້ນວ່າ ລະດູປ່ຽນສີໃບໄມ້. ຢູ່ຕາມຖະໜົນຫຼາຍສາຍ, ສີຂອງໃບໄມ້ໄດ້ປ່ຽນໄປຕາມອາກາດ, ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມປະທັບໃຈ.
ລະດູໃບໄມ້ຫຼົ່ນພາໃຫ້ຄົນເຮົາມີຄວາມຫຼົງໄຫຼຕາມທິວທັດ
ຕົ້ນຫູກວາງດ້ວຍໃບໄມ້ປ່ຽນສູ່ສີແດງໄດ້ເຮັດໃຫ້ຮ່າໂນ້ຍເພີ່ມຄວາມເພີ່ນຈິດ. ເມື່ອເວົ້າເຖິງ ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ, ທຸກໆຄົນຕ່າງກໍເວົ້າເຖິງກິ່ນຫອມຫວນຂອງດອກຕີນເປັດໃນຍາມລະດູໃບໄມ້ຫຼົ່ນທີ່ກຸ້ມໄປທົ່ວບໍລິເວນພາໃຫ້ຄົນເຮົາມີຄວາມຫຼົງໄຫຼຕາມທິວທັດ
ມາຢ້ຽມຢາມຮ່າໂນ້ຍໃນຍາມລະດູໃບໄມ້ຫຼົ່ນ, ຢາລືມຍ່າງເລາະຕາມຖະໜົນທີ່ມີຕົ້ນດອກຕີນເປັດນີ້.
ລະດູໃບໄມ້ຫຼົ່ນຍັງແມ່ນລະດູເຂົ້າເໝົ້າ. ເມື່ອລະດູໃບໄມ້ຫຼົ່ນວຽນມາແຕ່ລະຄັ້ງ, ພວກແມ່ປ້າກໍຫາບເຂົ້າເໝົ້າໄປເລາະຂາຍຢູ່ຕາມຄຸ້ມຖະໜົນເກົ່າຮ່າໂນ້ຍ. ນີ້ແມ່ນອາຫານເຍື່ອງໜຶ່ງທີ່ພິເສດຂອງຮ່າໂນ້ຍ.
ໝາກຮົ່ງແມ່ນໝາກໄມ້ຊະນິດໜຶ່ງທີ່ເປັນເອກະລັກຂອງລະດູໃບໄມ້ຫຼົ່ນ, ບໍ່ພຽງແຕ່ມີລົດຫອມ ແລະ ແຊບເທົ່ານັ້ນ, ຫາກຍັງມີຫຼາສີງາມຕາໄດ້ຮັບຄວາມນິຍົມບໍລິໂພກຈາກຫຼາຍຄົນ.
ລະດູໃບໄມ້ຫຼົ່ນເຄີຍມີລົມພັດມາຄ່ອຍໆ ພ້ອມກັບແສງແດດອ່ອນໃນທ່າມກາງອາກາດເຢັນສະບາຍ.

ຄວາມງາມໃນລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ

(VOVWORLD) - “ຮ່າໂນ້ຍຍາມລະດູໃບໄມ້ຫຼົ່ນ. ຍາມດອກຕີນເປັດທີ່ຫອມຫວນ. ຍາມລະດູເຂົ້າເໝົ້າທີ່ຫອມຫວນ ”. ໃນທ່າມກາງທັດສະນີຍະພາບ, ອາກາດທີ່ປອດໂປ່ງ, ບັນດາບົດເພງກ່ຽວກັບ ລະດູໃບໄມ້ຫຼົ່ນໃນຮ່າໂນ້ຍຊຶ່ງແມ່ນດິນແດນແຫ່ງອະລິຍະທຳ ໄດ້ເຮັດໃຫ້ບໍ່ວ່າຜູ້ໃດທີ່ເຄີຍດຳລົງຊີວິດ ແລະ ມີຄວາມຜູກພັນກັບຮ່າໂນ້ຍ ກໍຍິ່ງເພີ່ມຄວາມຮັກດິນແດນແຫ່ງນີ້ຫຼາຍຂຶ້ນ. ເມື່ອເວົ້າເຖິງ ຮ່າໂນ້ຍ, ເບິ່ງຄືວ່າ ຕ່າງກໍເວົ້າເຖິງ ລະດູໃບໄມ້ຫຼົ່ນ. ລະດູໃບໄມ້ຫຼົ່ນໄດ້ເຮັດໃຫ້ຄົນເຮົາເພີ່ມຄວາມເພີດເພີ່ນ, ສະຫວາດສະເຫວີຍ. 

Giang Trinh