Media /
ເດີນຕົມເພື່ອດຳເນີນການແຂ່ງຂັນໂດຍຄົນລຸ່ນກ່ອນໆໄດ້ກໍ່ສ້າງແຕ່ຮ້ອຍປີມານີ້, ກ້ວາງປະມານ 200 ຕາແມັດ, ຖືກຂຸດ 2 ຮູກ້ວາງ 40 ຊັງຕີແມັດ ແລະ ເລິກ 80 ຊັງຕີແມັດຢູ່ຕາມ 2 ເບື້ອງຂອງເດີນ.
ນັບແຕ່ເຊົ້າໆ, ກໍໄດ້ສູບນ້ຳເຂົ້າເພື່ອໃຫ້ດິນ ແລະ ຕົມແລກ
ຄະນະຈັດຕັ້ງມີຄວາມເປັນຫ່ວງຕໍ່ວຽກງານຈັດຕັ້ງງານບຸນໃຫ້ມີຄວາມປອດໄພ ແລະ ດຳເນີນໄປດ້ວຍດີ.
ກ່ອນທີ່ກ້າວສູ່ການແຂ່ງຂັນ, 2 ທິມທຳພິທີກຳ ຕໍ່ໜ້າວິຫານ ພະອໍລະຫັນ, ດື່ມເຫຼົ້າບ້ານເວີນເພື່ອເພີ່ມກຳລັງໃຈໃນການແຂ່ງຂັນ.
ໝາກເກົາ ຖືກເຮັດດ້ວຍໄມ້ໝາກມີ້ ໂດຍຄົນລຸ່ນກ່ອນໆປະໄວ້ໃຫ້, ພວມຖືກວາງຢູ່ທີ່ເຄັ່ງຂຶມຕໍ່ໜ້າວິຫານ.
ກ່ອນທີ່ເຂົ້າສູ່ການແຂ່ງຂັນ, 2 ທິມທຳພິທີບູຊາ ທີ່ມີລັກສະນະການສະແດງຢູ່ໜ້າວິຫານ ພະອໍລະຫັນ.
ມີ 2 ທິມແຂ່ງຂັນ, ແຕ່ລະທິມມີນັກກິລາ 8 ຄົນ. ຖ້າຫາກທິມໃດນຳເອົາໝາກເກົາເຂົ້າຮູໃນເດີນຂອງຄູ່ແຂ່ງຂັນ, ກໍແມ່ນວ່າ ໄດ້ຮັບໄຊຊະນະ.
ເວລາພັກຜ່ອນຂອງບັນດານັກກິລາ.
ເກີດກໍລະນີພິເສດໃນນັດແຂ່ງຂັນ. ໝາກເກົາຕົກລົງຈາກມື, ເຮັດໃຫ້ຄວາມພະຍາຍາມຂອງນັກກິລາສູນຫາຍໄປ.
ເມື່ອ ໝາກເກົາຕົກລົງດິນຕົມ, ບັນດານັກກິລາຕ້ອງເຮັດຈັ່ງຫວະຍົກໝາກເກົາຂຶ້ນ, ແລ້ວຈຶ່ງເອົາ ໝາກເກົາລົງເພື່ອຊີງເອົາໝາກເກົາຈາກກັນ.
ຮູບພາບທີ່ຈັບໃຈໃນການແຂ່ງຂັນຍາມສາຍັນ. ຕາມປະເພນີຂອງທ້ອງຖິ່ນ, ການແຂ່ງຂັນດຳເນີນໃນຕອນບ່າຍເທົ່ານັ້ນ.
ບຸນຊີງໝາກເກົາໄດ້ດຶງດູດການເຂົ້າຮ່ວມຂອງນັກຂ່າວ, ນັກຖ່າຍຮູບຢູ່ທຸກຫົນແຫ່ງໃນທົ່ວປະເທດ.

ຄວາມເປັນເອກະລັກໃນບຸນຊີງໝາກເກົາໃນບ້ານເວີນ

(VOVWORLD) - ບ້ານເວີນ ທີ່ຂຶ້ນກັບຕາແສງເວີນຮ່າ, ເມືອງຫວຽດອຽນ, ແຂວງ ບັກຢາງ ຕັ້ງຢູ່ແຄມແມ່ນນ້ຳເກົາທີ່ສວຍງາມ. ບຸນຊີງໝາກເກົາໃນບ້ານເວີນ ເພື່ອອາໄລຫາຄຸນງາມຄວາມດີຂອງພະອໍລະຫັນ ຕາມຢາງ ແລະ ກໍແມ່ນຮູບການບູຊາ ດວງອາທິດ, ມີຄວາມໝາຍແມ່ນຮູບການພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ. ບຸນຊີງໝາກເກົາບ້ານເວີນ ຖືກຈັດຂຶ້ນ 4 ປີໃດເທື່ອໜຶ່ງ, ໃນ 3 ວັນ ແຕ່ວັນທີ 12 ຫາ 14 ເດືອນ 4 ໄລ່ຕາມຈັນທະປະຕິທິນ, ອັນໄດ້ດຶງດູດແຂກທ່ອງທ່ຽວສາລະທິດມາເຂົ້າຮ່ວມຢ່າງຫຼວງຫຼາຍ.

Nguyễn Học- Phan Huy