Media /
ຕອນບ່າຍວັນທີ 08 ພຶດສະພາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີ໋ມິນ ນະຄອນຮ່າໂນ້ຍໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກນະຄອນຫຼວງວຽງຈັນ.
ທີ່ການເຮັດວຽກ, ຜູ້ຕາງໜ້າ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານນາງ ວິລາວອນ ພັນທະວົງຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນອັນເລິກເຊິ່ງໃນຕະຫຼອດໄລຍະ 21 ປີຜ່ານມາຂອງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ດ້ວຍບັນດາການເຄື່ອນໄຫວຫຼາຍຢ່າງສົມທົບກັນຢ່າງແທດຈິງທີ່ສຸດ.
ຫງວຽນວັນທັ໋ງ, ເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: “ລາຍການພົບປະແລກປ່ຽນ, ຢ້ຽມຢາມ ແລະ ເຮັດວຽກກັບຄະນະຊາວໜຸ່ມສອງປະເທດ ແມ່ນການເຄື່ອນໄຫວປະຈຳປີທີ່ສຳຄັນ, ແນໃສ່ຊ່ວຍໃຫ້ພະນັກງານຄະນະຊາວໜຸ່ມສອງປະເທດມີໂອກາດໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນ ແລະ ແບ່ງປັນປະສົບການໃນການປະຕິບັດວຽກງານຕ່າງໆ, ປະກອບສ່ວນໂດຍກົງໃຫ້ແກ່ການຮັກສາສາຍພົວພັນທີ່ເປັນມູນເຊື້ອ; ຍົກສູງຄຸນນະພາບຂອງການປະຕິບັດງານໃຫ້ແກ່ວຽກງານຂອງຄະນະຊາວໜຸ່ມຂອງສອງປະເທດຫວຽດນາມ ແລະລາວ.
ພິທີປະດັບຫຼຽນກາທີ່ລະນຶກຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.
ເນື່ອງໃນໂອກາດການຢ້ຽມຢາມ, ຄະນະປະຕິບັດງານນະຄອນຮ່າໂນ້ຍໄດ້ມອບຂອງຂວັນ ໃຫ້ແກ່ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ແລະ ບັນດາຫົວໜ່ວຍສົມທົບຂອງຂວັນມີມູນຄ່າ 250 ລ້ານດົງ.
ທີ່ການໂອ້ລົມສົນທະນາລະຫວ່າງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ, ສອງຝ່າຍໄດ້ປຶກສາຫາລື, ແບ່ງປັນ, ແລກປ່ຽນບົດຮຽນກ່ຽວກັບການຍົກສູງປະສິດທິຜົນ,ຄຸນນະພາບຂອງວຽກງານຄະນະຊາວໜຸ່ມ, ແນະນຳບັນດາຮູບແບບໃໝ່, ວິທີການເຮັດທີ່ດີເພື່ອແນໃສ່ຍູ້ແຮງ ແລະ ຍົກສູງປະສິດທິຜົນບັນດາຂະບວນການ ແລະ ການເຄື່ອນໄຫວຂອງຊາວໜຸ່ມ.
ການນຳຄະນະຊາວໜຸ່ມສອງນະຄອນຫຼວງຢັ້ງຢືນຄວາມສະເໝີຕົ້ນສະເໝີປາຍວ່າ ຈະສືບຕໍ່ຮັກສາ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລາວ ແລະພ້ອມກັນຈົດຈຳຂໍ້ຕົກລົງວ່າດ້ວຍການຮ່ວມມືຫຼາຍສະບັບ ຄາດວ່າຈະຜັນຂະຫຍາຍໃນໄລຍະຈະມາເຖິງ.
ຕອນບ່າຍຂອງວັນດຽວກັນ, ໄດ້ມີການເຮັດວຽກກັບຄະນະພັກນະຄອນຫຼວງວຽງຈັນ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຫງວຽນວັນທັ໋ງ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງວຽກງານຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນນະຄອນຫຼວງຮ່າໂນ້ຍໃນໄລຍະຜ່ານມາຍາມໃດກໍມີບາດກ້າວພັດທະນາໃໝ່, ເຂົ້າສູ່ລວງເລິກ.
ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ ກໍຄືການຮ່ວມມືລະຫວ່າງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຄະນະຊາວໜຸ່ມຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ໄດ້ວາງສີລະນຶກກໍ່ສ້າງເດີນຫຼີ້ນຂອງເຍົາວະຊົນທັນວາຢູ່ເມືອງ ສັງທອງ ໂດຍຝ່າຍຫວຽດນາມ ອຸປະຖຳກໍ່ສ້າງ.

ຄະນະຊາວໜຸ່ມກອມມູນິດ ໂຮ່ຈີ໋ມິນ ນະຄອນຮ່າໂນ້ຍ ເພີ່ມທະວີການຮ່ວມມືກັບສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

(VOVWORLD) -ໃນລະຫວ່າງວັນທີ 03 – 11 ພຶດສະພາ 2018, ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ, 41 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບລະຫວ່າງຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ກັບ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ, ຄະນະບໍລິຫານງານຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລາຍການເຄື່ອນໄຫວຂອງໄວໜຸ່ມນະຄອນຫຼວງຢູ່ລາວ ປີ 2018.

Nhat Linh - Minh Duc