Media /
ຕອນຄ່ຳວັນທີ 17 ສິງຫາ, ນັກຮ້ອງທີ່ມາຈາກບາງປະເທດໄດ້ໄປຮອດສະໜາມບິນສາກົນ ໂນ້ຍບາຍ, ຫວຽດນາມ. ນັກຮ້ອງລາວເຂົ້າຮ່ວມງານປະກວດສຽງເພງອາຊຽນ + 3 ມີຢູ່ 2 ຄົນແມ່ນ ນາງ ພອນສະຫວັນ ອິນທະວົງ (ນ້ຳຝົນ) ແລະ ທ້າວ ຄຳປະສົງ ທິລະສັກ (ໂອລາ)
ຕອນເຊົ້າວັນທີ 18 ສິງຫາ, ບັນດານັກຮ້ອງເລີ່ມໄປທ່ຽວຢູ່ເຂດປູຊະນີຍະສະຖານ ຈ່າງອານ
ພາຍຫຼັງຮອດຈ່າງອານ, ບັນດານັກຮ້ອງໄດ້ພາຍເຮືອລອງນ້ຳຢ້ຽມຊົມເຂດທ່ອງທ່ຽວນີ້
ຕອນບ່າຍວັນດຽວກັນ, ນ້ຳຝົນ ແລະ ໂອລາ ພ້ອມກັບນັກຮ້ອງຂອງບັນດາປະເທດເຂົ້າຮ່ວມລາຍການຖີບລົດຖີບເພື່ອສິ່ງແວດລ້ອມ ແລະ ເກັບຂີ້ເຫຍື່ອທຳຄວາມສະອາດຢູ່ຫາດຊາຍທະເລ
ວັນທີ 19 ບັນດານັກຮ້ອງເຂົ້າຮ່ວມການຊ້ອມເພງເພື່ອກະກຽມໃຫ້ຮອບຮອງຊະນະເລີດໃນງານປະກວດ "ສຽງເພງອາຊຽນ +3"
ບັນດານັກຮ້ອງພ້ອມກັບຊ້ອມບົດເພງອາຊຽນ
ໃນຮອບຮອງຊະນະເລີດນັກຮ້ອງ ນ້ຳຝົນ ໄດ້ສະແດງບົດເພງ If I ain't got you
ໃນຮອບຮອງຊະນະເລີດນັກຮ້ອງ ໂອລາ ໄດ້ສະແດງບົດເພງ ເສຍສະຫຼະ
ນ້ຳຝົນ ແຕ່ງໜ້າກະກຽມເຂົ້າຮ່ວມຮອບຮອງຊະນະເລີດ
ຮອບຮອງຊະນະເລີດຂອງງານປະກວດ "ສຽງເພງອາຊຽນ +3" ຖືກດຳເນີນໃນຕອນຄ່ຳວັນທີ 19 ສິງຫາ, ໂດຍມີການເຂົ້າຮ່ວມຂອງນັກຮ້ອງ 17 ຄົນ
ການນຳ VOV ອວຍພອນບັນດານັກຮ້ອງເຂົ້າຮ່ວມງານປະກວດ "ສຽງເພງອາຊຽນ +3"
ນ້ຳຝົນ ເຂົ້າຮ່ວມຮອບຊະນະເລີດດ້ວຍບົດເພງ If I ain't got you ແລະ ໄດ້ຮັບການຄັດເລືອກເປັນ 1 ໃນຈຳນວນນັກຮ້ອງ 10 ຄົນໄດ້ເຂົ້າຮອບຊິງຊະນະເລີດ
ໂທລະພາບ VTC ກະກຽມວີດີໂອ ແນະນຳກ່ຽວກັບນັກຮ້ອງ ນ້ຳຝົນ
ນ້ຳຝົນ ຕອບສຳພາດຕໍ່ນັກຂ່າວ VOV5 ພາກພາສາອັງກິດ 24/7
ງານປະກວດສຽງເພງຄັ້ງນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ນັກຮ້ອງລາວ 2 ຄົນປຶກສາ, ແລກປ່ຽນບົດຮຽນກັບບັນດານັກຮ້ອງທີ່ມາຈາກປະເທດຕ່າງໆເຂົ້າຮ່ວມງານປະກວດ
ຮອບຊິງຊະນະເລີດຖືກດຳເນີນໃນເວລາ 20 ໂມງ, ວັນທີ 20 ສິງຫາ. ດ້ວຍການເຂົ້າຮ່ວມຂອງນັກຮ້ອງ 10 ຄົນ ແລະ ບັນດານັກຮ້ອງຮັບເຊີນທີ່ມາຈາກປະເທດ: ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ.
ເຂົ້າຮ່ວມຮອບຊິງຊະນະເລີດ ນ້ຳຝົນ ໄດ້ສະແດງບົດເພງ I have nothing
ບັນດານັກຮ້ອງໂອ້ລົມກັນກ່ຽວກັບບົດເພງທີ່ເພື່ອນນັກຮ້ອງຫາກໍ່ສະແດງ
ສິ້ນສຸດຮອບຊິງຊະນະເລີດ, ນັກຮ້ອງຍິງ Darlin Joy Baje, ຊາວ Philippines ຍາດໄດ້ລາງວັນທີ 1. ນ້ຳຝົນຍາດໄດ້ລາງວັນ Style Awrad
ໂອລາ ແລະ ນ້ຳຝົນ ຖ່າຍຮູບພາຍຫຼັງສິ້ນສຸດງານປະກວດ

ງານປະກວດສຽງເພງອາຊຽນ + 3

(VOVWORLD) - ງານປະກວດສຽງເພງອາຊຽນ + 3, ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບກຸ່ມບໍລິສັດ FLC ຈັດຕັ້ງ, ຖືກດຳເນີນໃນລະຫວ່າງວັນທີ 19 – 20 ສິງຫາ 2017, ຢູ່ສູນກອງປະຊຸມສາກົນ, FLC ເຊີມເຊີນ, ແຂວງແທງຮ໋ວາ.

ນີ້ແມ່ນງານປະກວດສຽງເພງ POP ຄັ້ງທຳອິດທີ່ສະຫງວນໃຫ້ນັກຮ້ອງໜຸ່ມ 17 ຄົນ, ໃນແກນອາຍຸແຕ່ 18 ຫາ 35 ທີ່ມາຈາກບັນດາປະເທດອາຊຽນ. ງານປະກວດຄັ້ງນີ້ໄດ້ຮັບຖືວ່າແມ່ນເຫດການວັດທະນະທຳພົ້ນເດັ່ນໃນພາກພື້ນ, ເພື່ອແນໃສ່ແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນ ພ້ອມກັບຄູ່ຮ່ວມມືໃຫຍ່ແມ່ນຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ, ຜ່ານນັ້ນໄດ້ເຊີດຊູບັນດາຄຸນຄ່າວັດທະນະທຳຂອງແຕ່ລະປະເທດ, ຍູ້ແຮງການປະດິດສ້າງສີລະປະ ແລະ ສ້າງເງື່ອນໄຂໃຫ້ບັນດານັກຮ້ອງສະແດງຄວາມສາມາດຂອງຕົນ.

Minh Duc