Media /
ດ້ວຍ 250 ຮູບພາບ, ວັດຖຸພັນ, ງານວາງສະແດງໄດ້ແບ່ງເປັນ 3 ເນື້ອໃນ: ຄວາມມຸ່ງຫວັງສັນຕິພາບ, ການສະແດງຄວາມຮູ້ບຸນຄຸນ, ເຕັມໄປດ້ວຍຄວາມຮັກແພງມະນຸດ".
ງານວາງສະແດງໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫລວງຫລາຍ
ບັນດາເລື່ອງລາວກ່ຽວກັບຊີວິດຂອງບັນດານັກຮົບວິລະຊົນ, ນັກຮົບເສຍສະຫລະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດໃນໄລຍະຖືກສັດຕູກັກຂັງ, ທໍລະມານ
ຢູ່ເຂດວາງສະແດງ “ການສະແດງຄວາມຮູ້ບຸນຄຸນ, ເຕັມໄປດ້ວຍຄວາມຮັກແພງມະນຸດ” ແມ່ນການເຕົ້າໂຮມບັນດາຄວາມຮູ້ສຶກ, ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນມຸ່ງໄປເຖິງການສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫລະຊີວິດເພື່ອຊາດ.
ຢູ່ເບື້ອງໃນຂອງຄຸກ ແມ່ນເຂດວາງສະແດງເອກະສານ ແລະ ວັດຖຸພັນ
ຮູບພາບເອກະສານກ່ຽວກັບບັນດານັກຮົບຖືກພວກລ່າເມືອງຂຶ້ນ ຝລັ່ງ ກັກຂັງ
ຮູບປັ້ນວາດຟາບເຖິງການທໍລະມານຢ່າງໂຫດຮ້າຍສາມານຂອງພວກລ່າເມືອງຂຶ້ນ ຝລັ່ງ
ເຄື່ອງປະຫານຊີວິດໄດ້ນຳໃຊ້ຢູ່ຄຸກ ຫວາຫລໍ່
ບັນດາບົດຫນັງສືພິມ, ເອກະສານປະຫວັດສາດອັນລ້ຳຄ່ານຳວາງສະແດງຢູ່ທີ່ນີ້ ໄດ້ແນະນຳ ແລະ ວາດຟາບເຖິງ ຊີວິດ, ພາລະກິດປະຕິວັດຂອງບັນດານັກຮົບພິລະອາດຫານ.
ງານວາງສະແດງໄດ້ຊ່ວຍໃຫ້ແຂກມາຊົມມີຄວາມເຂົ້າໃຈກວ່າ ກ່ຽວກັບໄລຍະປະຫວັດສາດອັນສະຫງ່າລາສີ ກໍຄືນ້ຳໃຈເຄົາລົບນັບຖືຂອງປະຊາຊົນຫວຽດນາມ ຕໍ່ບັນດານັກຮົບທີ່ໄດ້ເສຍສະຫລະຊີວິດເພື່ອປະເທດຊາດ.
ງານວາງສະແດງແກ່ຍາວຮອດເດືອນ 9/2017.

ງານວາງສະແດງ ເຊີດຊູບັນດາແບບຢ່າງດີເດັ່ນນັກຮົບວິລະຊົນ, ນັກຮົບເສຍສະຫລະຊີວິດເພື່ອຊາດ.

(VOVWORLD) - ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947-27/7/2017), ຄະນະຄຸ້ມຄອງປູຊະນີຍະສະຖານ ຄຸກ ຫວາຫລໍ່ (ຮ່າໂນ້ຍ) ໄດ້ໄຂງານວາງສະແດງ ເຊີດຊູບັນດາແບບຢ່າງດີເດັ່ນນັກຮົບວິລະຊົນ, ນັກຮົບເສຍສະຫລະຊີວິດເພື່ອຊາດ.

Duc Anh