Media /
ຖະໜົນປື້ມນອນໃນຖະໜົນ ຫງວຽນວັນບິ່ງ, ມີລວງຍາວກວ່າ 100 ມ, ຕັ້ງຢູ່ໃຈກາງເມືອງ 1, ນະຄອນໂຮ່ຈິມິນ ໄດ້ນຳເຂົ້າເຄື່ອນໄຫວແຕ່ວັນທີ 09 ມັງກອນ 2016
ພິທີແນະນຳປື້ມເຫຼັ້ມໃໝ່
ບັນດາເພື່ອນໜຸ່ມຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບປື້ມວັນນະຄະດີຊະນິດຕ່າງໆ
ນອກຈາກປື້ມແລ້ວ, ຢູ່ທີ່ນີ້ຍັງມີເຂດໃຫ້ບັນດາເພື່ອນມິດຢາກຖ່າຍຮູບເປັນທີ່ລະນຶກເມື່ອມາຢ້ຽມຢາມຖະໜົນປື້ມ
ປະຈຸບັນ, ຖະໜົນປື້ມ ຫງວຽນວັນບິ່ງ ໄດ້ຮັບຖືວ່າ ເປັນ “ສະຖານທີ່ຢ້ຽມຢາມໃໝ່ທີ່ດູດດື່ມທີ່ສຸດຢູ່ໄຊງ່ອນ” ສຳລັບບັນດາເພື່ອນໜຸ່ມ ແລະ ນັກທ່ອງທ່ຽວເມື່ອມາຢ້ຽມຢາມ, ເລາະຫຼີ້ນ
ຖະໜົນປື້ມໄດ້ແບ່ງປັນ 3 ເຂດແຕກຕ່າງກັນຄື: ເຂດຮ້ານຂາຍປື້ມ, ເຂດວາງສະແດງ, ເຂດດື່ມກາເຟ ອ່ານປື້ມ
ບໍ່ພຽງແຕ່ວາງສະແດງ, ຂາຍປື້ມຫົວໃໝ່ເທົ່ານັ້ນ, ມີບາງຮ້ານຢູ່ທີ່ນີ້ຍັງໄດ້ສະໜອງບັນດາປື້ມເກົ່າຫຼາຍຊະນິດອີກດ້ວຍ, ສ້າງກຳລັງດຶງດູດໃຫ້ແກ່ຜູ້ອ່ານ.
ຢູ່ຖະໜົນສາຍນີ້, ເພື່ອນຈະຊອກເຫັນປື້ມທີ່ລ້ຳຄ່າ ແລະ ຫາຍາກຫຼາຍເຫຼັ້ມ.
ຖະໜົນປື້ມ ຫງວຽນວັນບິ່ງ ໄດ້ກາຍເປັນຈຸດນັດພົບຂອງບັນດາຜູ້ນິຍົມການອ່ານປື້ມ.

ຖະໜົນປື້ມ ຫງວຽນວັນບິ່ງ - ບ່ອນພົບປະແລກປ່ຽນດ້ານວັດທະນະທຳການອ່ານ

(VOVWORLD) - ຖະໜົນ ຫງວຽນວັນບິ່ງ, ຕັ້ງຢູ່ຂ້າງໂບດ ດຶກບ່າ, ຢູ່ໃຈກາງນະຄອນໂຮ່ຈິມິນ ໄດ້ກາຍເປັນຖະໜົນປື້ມ ດ້ວຍການເຄື່ອນໄຫວຫຼາຍຢ່າງເພື່ອເຊີດຊູວັດທະນະທຳການອ່ານ. ໂຮງພິມຈຳໜ່າຍໃນທົ່ວປະເທດເກືອບ 20 ແຫ່ງ ໄດ້ມີຮ້ານວາງສະແດງຢູ່ຖະໜົນສາຍນີ້ຄື: ໂຮງພິມຈຳໜ່າຍສັງລວມນະຄອນໂຮ່ຈິມິນ, ໂຮງພິມຈຳໜ່າຍວັດທະນະທຳ - ສິລະປະ, ໂຮງພິມຈຳໜ່າຍ ກິມດົ່ງ, ໂຮງພິມຈຳໜ່າຍສຶກສາ… ຈຸດພິເສດ, ໃນຖະໜົນສາຍດັ່ງກ່າວໄດ້ມີເຂດດຶ່ມກາເຟ ອ່ານປື້ມ 2 ເຂດ, ເຊິ່ງແມ່ນບ່ອນທີ່ຜູ້ອ່ານສາມາດລະຫຼີ້ນ, ພັກຜ່ອນ, ເຊືຶ່ອມຕົວເຂົ້າກັບບັນດາການເຄື່ອນໄຫວອ່ານປື້ມ, ຢືມປື້ມ, ບັນດາລາຍການແນະນຳປື້ມເຫຼັ້ມໃໝ່, ການພົບປະແລກປ່ຽນບົດປະພັນ, ເພື່ອນຜູ້ອ່ານ, ຄຽງຂ້າງນັ້ນແມ່ນເຂດວາງສະແດງແນະນຳປື້ມ, ໜັງສື່ພິມ, ພາບແຕ້ມ, ວັດຖຸທາງດ້ານວັດທະນະທຳຕາມຫົວຂໍ້ຂອງແຕ່ລະເດືອນ, ເຂດຊື້ຂາຍ, ເຂດແລກປ່ຽນປື້ມເກົ່າ, ບັນດາສຸດສິ່ງພິມທີ່ຫາຍາກ…

Minh Duc