Media /
ປະທານາທິບໍດີອາເມລິກາ Donald Trump ແລະ ປະທານ ສປປ. ເກົາຫຼີ Kim Jong-un ພົບປະກັນໃນເວລາ 18 ໂມງ 30 ນາທີ ຂອງວັນທີ 27 ກຸມພາ ຢູ່ໂຮງແຮມ Metropole ທີ່ຮ່າໂນ້ຍ.
ການພົບປະໄດ້ເປັນຂີດໝາຍເລີ່ມຕົ້ນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ-ສປປ.ເກົາຫຼີ ກ່ຽວກັບການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.
ທີ່ການພົບປະ, ການນຳທັງສອງໄດ້ຍ້ອງຍໍສັນລະເສີນກັນ.
ການນຳອາເມລິກາ-ສປປ.ເກົາຫຼີ ໂອ້ລົມກັນປະມານ 20 ນາທີ, ຫຼັງຈາກນັ້ນ ກໍຮັບປະທານອາຫານຄ່ຳພ້ອມກັບບັນດາທີ່ປຶກສາ.
ປະທານ ສປປ. ເກົາຫຼີ ຍິ້ມແຍ້ມແຈ່ມໃສເມື່ອຮັບປະທານອາຫານຄ່ຳກັບ ປະທານາທິບໍດີອາເມລິກາ Donald Trump.
ການນຳສອງທ່ານຈັບມືກັນກ່ອນທີ່ອອກຈາກໂຮງແຮມ, ສິ້ນສຸດການພົບປະທຳອິດຢູ່ຮ່າໂນ້ຍ.
ໃນມື້ເຮັດວຽກທີສອງ(28/2) ຂອງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ-ສປປ.ເກົາຫຼີ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ຢືນຢັນກັບປະທານ ສປປ. ເກົາຫຼີ Kim Jong-un ວ່າ: ທ່ານ “ບໍ່ຟ້າວ” ສຳລັບວິວັດທະນາການປອດນິວເຄຼຍ ແລະ ຈະ “ມານະພະຍາຍາມຢ່າງສຸດຂີດ” ເພື່ອໃຫ້ກອງປະຊຸມບັນລຸໝາກຜົນດີ. (ພາບ: CNN)
ພາຍຫຼັງການພົບປະສະເພາະລະຫວ່າງສອງທ່ານ, ການນຳທັງສອງຍ້າຍໄປຍັງຫ້ອງປະຊຸມລວມກັບຄະນະຜູ້ແທນທັງສອງຝ່າຍ.
ປະທານ ສປປ. ເກົາຫຼີ Kim Jong-un ຈັບມືທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo.
ການນຳທັງສອງຍ່າງ ແລະ ໂອ້ລົມກັນ ພ້ອມກັບນັກແປພາສາເມື່ອຍ່າງຜ່ານລະບຽງໄປຍັງຫ້ອງປະຊຸມລວມ. (ພາບ: AP)
ບັນດານັກຂ່າວທັງຢູ່ພາຍໃນ ແລະ ຕ່າງປະເທດລໍຖ້າຢູ່ນອກໂຮງແຮມ Metropole ເພື່ອເອົາຂ່າວ. (ພາບ: David Nakamura/WaPo)
ປະທານາທິບໍດີອາເມລິກາ Donald Trump ແລະ ປະທານ ສປປ. ເກົາຫຼີ Kim Jong-un ໃຫ້ສຳພາດໂດຍຫຍໍ້ຕໍ່ນັກຂ່າວ, ແລ້ວພ້ອມກັນເຈລະຈາລະຫວ່າງສອງຝ່າຍ. (ພາບ: CNN)
ປະທານ ສປປ. ເກົາຫຼີ Kim Jong-un ຢືນຢັນວ່າ “ສປປ. ເກົາຫຼີ ພ້ອມແລ້ວທີ່ຈະຍົກເລີກໂຄງການນິວເຄຼຍ, ຖ້າບໍ່ດັ່ງນັ້ນ, ຂ້າພະເຈົ້າກໍບໍ່ມານີ້” (ພາບ: CNN)
ປະທານາທິບໍດີອາເມລິກາ Donald Trump ແລະ ປະທານ ສປປ. ເກົາຫຼີ Kim Jong-un ໄດ້ດຳເນີນບັນດາການປະຊຸມ “ທີ່ດີ ແລະ ມີລັກສະນະສ້າງສັນ”. ເຖິງວ່າ ການເຈລະຈາສິ້ນສຸດຢ່າງກະທັນຫັນ ແລະ ໄວກ່ວາຕາມແຜນການ, ແຕ່ “ ສອງຝ່າຍຕ່າງກໍຫວັງຢາກພົບປະຄັ້ງໃໝ່ໃນອະນາຄົດ” (ພາບ: David Nakamura/ Washington Post)
ພາຍຫຼັງປະກາດບໍ່ເຂົ້າຮ່ວມການຮັບປະທານອາຫານທ່ຽງ, ປະທານາທິບໍດີອາເມລິກາ Donald Trump ແລະ ປະທານ ສປປ. ເກົາຫຼີ Kim Jong-un ໄດ້ຂຶ້ນລົດກັບໂຮງແຮມ. (ພາບ: CNN)
ບັນດານັກຂ່າວທັງຢູ່ພາຍໃນ ແລະ ຕ່າງປະເທດຢູ່ທີ່ຫ້ອງປະຊຸມຂ່າວໃນໂຮງແຮມ Marriott.
ເລີ່ມຕົ້ນການປະຊຸມຂ່າວ ປະທານາທິບໍດີອາເມລິກາ Donald Trump ໄດ້ສະແດງຄວາມຂອບໃຈຫວຽດນາມທີ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ-ສປປ.ເກົາຫຼີ. (ພາບ:CNN)
ປະທານາທິບໍດີອາເມລິກາ Donald Trump ເວົ້າວ່າການພົວພັນລະຫວ່າງທ່ານກັບທ່ານ Kim Jong-un ແມ່ນ “ອົບອຸ່ນທີ່ສຸດ” (ພາບ:CNN))
ປະທານາທິບໍດີອາເມລິກາ Donald Trump ແລະ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໃນການປະຊຸມກັບນັກຂ່າວ. (ພາບ:CNN)
ເວລາ 15 ໂມງ 5 ນາທີ, ຂະບວນລົດຂອງ ປະທານາທິບໍດີອາເມລິກາ Donald Trump ໄດ້ແລ່ນອອກຈາກໂຮງແຮມ Marriott ມຸ່ງໄປສູ່ສະໜາມບິນສາກົນໂນ້ຍບາຍ ເພື່ອກັບຄືນເມືອປະເທດ (ພາບ: Lam Thanh/ anninhthudo.vn)

ທົບທວນຄືນການເຄື່ອນໄຫວຂອງ ປະທານາທິບໍດີອາເມລິກາ Donald Trump ແລະ ປະທານ ສປປ. ເກົາຫຼີ Kim Jong-un ທີ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ-ສປປ.ເກົາຫຼີ ຊຶ່ງຖືກດຳເນີນຢູ່ ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ.

(VOVWORLD) - ນີ້ແມ່ນກອງປະຊຸມສຸດຍອດຄັ້ງທີ 2 ໃນຮອບ 8 ເດືອນທີ່ຜ່ານມາລະຫວ່າງອາເມລິກາ-ສປປ.ເກົາຫຼີ ນັບແຕ່ພາຍຫຼັງໝາກຜົນຢ່າງຕັ້ງໜ້າຂອງກອງປະຊຸມຄັ້ງທີ 1 ຊຶ່ງຖືກດຳເນີນຢູ່ສິງກະໂປເມື່ອເດືອນມິຖຸນາປີກາຍນີ້. ປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານ ແລະ  ປະທານ ສປປ. ເກົາຫຼີ Kim Jong-un ໄດ້ແລກປ່ຽນຫຼາຍບັນຫາ, ແຕ່ຍັງບໍ່ທັນມີເງື່ອນໄຂຢ່າງພຽງພໍເພື່ອຈະເຊັນຖະແຫຼງການຮ່ວມ