Media /
ໃນທ່າມກາງ ອາກາດໜາວເຢັນໃນຊຸມມື້ໃກ້ຈະຮອດບຸນເຕັດປີກຸນ, ຢູ່ຕາມຖະໜົນສາຍຕ່າງໆໃນຮ່າໂນ້ຍ ຍັງເຕັມໄປດ້ວຍຜູ້ຄົນໄປມາ, ຊຶ້ຂາຍເຄື່ອງຂອງກະກຽມໃຫ້ແກ່ບຸນເຕັດຢ່າງຄຶກຄື້ນ.
ຢູ່ຕາມຖະໜົນ ເຍິດເຕີນ, ຫຼາກລອງກວນ, ໄຕໂຮ່...ບັນດາຜູ້ມາຊື້ຂາຍຕົ້ນໝາກແປ້ນປະດັບ, ງ່າດອກຄາຍ ໄດ້ປະກົດມີຢ່າງໜາແໜ້ນນັບແຕ່ຮຸ່ງເຊົ້າ.
ບັນຍາກາດຜູ້ຊື້ຄົນຂາຍຢ່າງຄຶກຄື້ນມ່ວນຊື່ນ
ຢູ່ແຄມທາງໃນຖະໜົນຫຼາກລອງກວນ, ບັນດາໂຖດອກຄາຍປະດັບທີ່ສວຍງາມຖືກວາງຂາຍເດຍລະດາດ, ພຽງລໍ່ຖ້າຜູ້ມາຊື້.
ຄຽງຂ້າງໂຖດອກຄາຍທີ່ສວຍງາມ ແມ່ນບັນດາຕົ້ນໝາກແປ້ນປະດັບ ທີ່ສຸກເຫຼືອງ, ເປັນສັນຍາລັກແກ່ໂຊກລາບ.
ມີບາງຄົນກໍຍັງລົງໄປຮອດບັນດາສວນດອກຄາຍທີ່ມີຊື່ສຽງຢູ່ຟູ້ເຖື້ອງ, ເຍິດເຕີນ…ເພື່ອເລືອກຊຶ້ເປັນຕົ້ນທີ່ພວມປູກໃນສວນ.
ຢູ່ຕາມທ້ອງຖະໜົນ, ຜູ້ເລາະໄປຂາຍດອກໄມ້ ກໍມີງ່າດອກຂາຍຂາຍພ້ອມ
ຢູ່ຕາມທ້ອງຖະໜົນທີ່ຄັບຄາໜາແໜ້ນໄປດ້ວຍລົດຍົນຍານພາຫະນະໄປມາ, ຮູບພາບບັນດາຖ້ຽວລົດຖືກແຊມດ້ວຍງ່າດອກຄາຍແດງ ໄດ້ກາຍເປັນສິ່ງທີ່ລຶ້ງເຄີຍຢູ່ຮ່າໂນ້ຍໃນຊຸມມື້ໃກ້ຈະຮອດບຸນເຕັດ.
ຢູ່ຕາຍຖະໜົນເກົ່າສາຍຕ່າງໆເຊັ່ນ: ຖະໜົນຮ່າງມ້າ, ດົງຊວນ, ຮ່າງເລືອກ… ບັນດາຮ້ານຄ້າທີ່ວາງຂາຍເຄື່ອງຂອງບຸນເຕັດໄດ້ປະກົດມີນັບແຕ່ຕົ້ນເດືອນ 12 ໄລ່ຕາມຈັນທະປະຕິທິນ.
ບັນດາຖ້ຽວລົດຂົນສົ່ງສິນຄ້າຢ່າງໜາແໜ້ນ.
ເຊືອກມັດປະດັບເພື່ອຫວັງໃຫ້ມີໂຊກລາບ
ຢູ່ຄຸ້ມຖະໜົນເກົ່າ ຝູງໝູທີ່ເປັນສັນຍາລັກຂອງປີກຸນ ແມ່ນສິນຄ້າປະເພດໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າ.

ບັນຍາກາດຢູ່ຮ່າໂນ້ຍໃນຊຸມມື້ໃກ້ຈະຮອດບຸນເຕັດປີກຸນ 2019

(VOVWORLD) -ໃນຊຸມມື້ໃກ້ຈະຮອດບຸນເຕັດປີກຸນ, ອາກາດຢູ່ຮ່າໂນ້ຍໜາວເຢັນ, ປະຊາຊົນຢູ່ທຸກບ່ອນພາກັນໄປຊື້ເຄື່ອງຂອງກະກຽມໃຫ້ແກ່ບຸນເຕັດ. ຢູ່ຕາມຖະໜົນ ເຍິດເຕີນ, ຫຼາກລອງກວນ, ໄຕໂຮ່...ກໍເຕັມໄປດ້ວຍຕົ້ນໝາກແປ້ນປະດັບ, ງ່າດອກຄາຍຊຶ່ງມີຜູ້ມາຊື້ຂາຍຢ່າງໜາແໜ້ນ, ຟົດຟື້ນມ່ວນຊື່ນ. ສ່ວນຢູ່ຄຸ້ມຖະໜົນເກົ່າ, ຕະຫຼາດບຸນເຕັດກໍເຕັມໄປດ້ວຍເຄື່ອງຂອງງນາໆຊະນິດ, ອັນໄດ້ເຮັດໃຫ້ ບັນຍາກາດຕ້ອນຮັບບຸນເຕັດປີກຸນ 2019 ຢູ່ນະຄອນຫຼວງເພີ່ມຄວາມອົບອຸ່ນຫຼາຍຂຶ້ນ.  

Đức Anh