Media /
ບັນຍາກາດຊື້ເຄື່ອງປະດັບປະດາໃນວັນບຸນຄຼິດສະມາດສຂອງຊາວຮ່າໂນ້ຍ
ໂຮງແຮມ ແລະ ບາງຮ້ານຂາຍເຄື່ອງຢູ່ຖະຫນົນ ຈ່າງຕຽນ, ໂງກວຽນ, ຈ່າງທີ… ລ້ວນແຕ່ໄດ້ຮັບການປະດັບປະດາຢ່າງງາມຕາ
ພວກນ້ອງນ້ອຍພາກັນມາຖ່າຍຮູບລະນຶກ
ບັນດາບໍລິສັດ, ວິສາຫະກິດ ກໍ່ພ້ອມກັນປະດັບປະດາສຳນັກງານຂອງຕົນເພື່ອຕ້ອນຮັບວັນບຸນ ຄຼິດສະມາດ
ຍາມຄ່ຳຄືນ ໄຟແສງສີຍິ່ງເຮັດໃຫ້ຮູບພາບນະຄອນຫລວງສວຍງາມກວ່າ
ພວກນ້ອງນ້ອຍດີໃຈຫລາຍເມື່ອໄດ້ໄປຫລິ້ນ ແລະ ໄດ້ຮັບຂອງຂວັນໃນໂອກາດວັນບຸນຄຼິດສະມາດ
ນີ້ແມ່ນໂອກາດໝົດທຸກຄົນໃນຄອບຄົວໄດ້ພ້ອມກັນຕ້ອນຮັບວັນບຸນຄຼິດສະມາດຢ່າງອົບອຸ່ນ
ຮ້ານຂາຍເຄື່ອງຮັບໃຊ້ວັນບຸນຄຼິດສະມາດຢູ່ຖະຫນົນ ຮ່າງໝ໋າ
ຕົ້ນແປກ Noel ໄດ້ຮັບການປະດັບປະດາສວຍງາມກ່ອນທີ່ສົ່ງເຖິງລູກຄ້າ
ບັນຍາກາດໃນຍາມວັນບຸນຄຼິດສະມາດໄດ້ດຶງດູດນັກທ່ອງທ່ຽວ ແລະໄວຫນຸ່ມ ເປັນຈຳນວນຫລວງຫລາຍ
ນັກທ່ອງທ່ຽວຕ່າງປະເທດເຊື່ອມຕົວເຂົ້າກັບບັນຍາກາດຟົດຟື້ນມ່ວນຊື່ນຂອງຍາມວັນບຸນຄຼິດສະມາດ
ໃນບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຈັບອົກຈັບໃຈນີ້, ຊາວນະຄອນຫລວງ ຮ່າໂນ້ຍ ຈະຕ້ອນຮັບວັນບຸນຄຼິດສະມາດ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ

ບັນຍາກາດວັນ​ບຸນ​ຄຼິດ​ສະ​ມາດໃນທຸກຖະຫນົນຫົນທາງຢູ່ນະຄອນຫລວງ ຮ່າໂນ້ຍ

(VOVWORLD) -

ວັນບຸນ ຄຼິດສະມາດໃກ້ຈະຮອດແລ້ວ. ບັນຍາກາດໃນທຸກຖະຫນົນຫົນທາງຢູ່ນະຄອນຫລວງ ຮ່າໂນ້ຍ ພິເສດ ຢູ່ຄຸ້ມເມືອງເກົ່າແມ່ນຟົດຟື້ນມ່ວນຊື່ນ ແລະ ໄດ້ຮັບການປະດັບປະດາຢ່າງງາມຕາ.

Duc Anh