Media /
1. ສູນການຂ່າວສາກົນ APEC ເປີດນຳໃຊ້ໃນວັນທີ 28 ຕຸລາ ແມ່ນບ່ອນບັນຊາ ແລະ ແນະນຳການເຄື່ອນໄຫວສື່ມວນຊົນໃນສັບປະດາຂັ້ນສູງ APEC 2017 ໃຫ້ແກ່ນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດທັງໝົດ.
ສູນການຂ່າວ APEC ເປີດປະຕູ ນັບແຕ່ເວລາ 7 ໂມງ -22 ໂມງ ທຸກມື້. ສະເພາະມື້ດຳເນີນກອງປະຊຸມຂັ້ນສູງ APEC (11- ພະຈິກ) ຈະເປີດປະຕູຮອດ 24 ໂມງ ເພື່ອຮັບໃຊ້ບັນດານັກຂ່າວ. ເພື່ອເຂົ້າໃນສູນການຂ່າວ, ບັນດານັກຂ່າວຕ້ອງຜ່ານປະຕູກວດສອບຄວາມປອດໄພ.
ເຂດແຈກຢາຍບັດໃຫ້ນັກຂ່າວ
ເຂດຫນູນຊ່ວຍຂໍ້ມູນຂ່າວສານ, ແນະນຳໃຫ້ນັກຂ່າວໃນວິວັດການເຮັດວຽກ
ຫ້ອງປະຊຸມຂ່າວປະຈຳ ກໍ່ແມ່ນບ່ອນເຮັດວຽກລວມຂອງບັນດານັກຂ່າວ. ນະທີ່ນີ້ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຈະເປັນປະທານການປະຊຸມຂ່າວພາຍຫລັງສິ້ນສຸດກອງປະຊຸມ APEC.
ຫ້ອງປະຊຸມຂ່າວປະຈຳໄດ້ຕິດຕັ້ງຄອມພິວເຕີ ດ້ວຍການເຊື່ອມຕໍ່ອິນເຕີເນັດຄວາມໄວສູງ ເພື່ອຮັບໃຊ້ໃຫ້ນັກຂ່າວ.
ມີຫຼາຍກວ່າ 400 ຮູ ເຊື່ອມຕໍ່ອິນເຕີເນັດ, ບັນດາຫຼັກຮັບສົ່ງສັນຍານຂໍ້ມູນຂ່າວສານເຄື່ອນທີ່ ໄດ້ຈັດວາງເພື່ອຮັບປະກັນທຸກການເຊື່ອມຕໍ່ອິນເຕີເນັດ ແລະ ມີສັນຍານ Wifi ຢູ່ທົ່ວສະຖານີ.
ບັນດານັກຂ່າວພວມເຮັດວຽກຢູ່ຫ້ອງປະຊຸມຂ່າວປະຈຳ.
ນັກຂ່າວຊ່ອງໂທລະພາບດາວທຽມ Ma Cau (Manstv) ພວມເຮັດວຽກງານການຂ່າວຢູ່ສູນການຂ່າວ.
ບັນດານັກຂ່າວສຳພາດນັກຂ່າວສຳນັກຂ່າວ Reuters
ທ່ານ Dmitri Kostyrev, ນັກຂ່າວ ຂອງອົງການຫນັງສືພິມ Itar Tass, ມີຄວາມເພິ່ງພໍໃຈຫຼາຍກ່ຽວກັບພື້ນຖານວັດຖຸຮັບໃຊ້ໃຫ້ແກ່ການເຮັດວຽກຂອງນັກຂ່າວຢູ່ສູນການຂ່າວນີ້.
ເຂດເຕັກນິກລວມມີ 67 ຫ້ອງ ສະຫງວນສະເພາະໃຫ້ບັນດາສຳນັກຂ່າວສາກົນ, ມີອຸປະກອນຄົບຖ້ວນ ແລະ ສາຍເຊື່ອມຕໍ່ອິນເຕີເນັດ .
ຫ້ອງບັນທຶກພາບເຄື່ອນທີ່ຂອງສະຖານີໂທລະພາບ VTC, ຂຶ້ນກັບສະຖານີວິທະຍຸກະຈາຍສຽງ ຫວຽດນາມ.
ຫ້ອງບັນນາທິການ ແລະ ຫ້ອງອັດສຽງເຄື່ອນທີ່ຂອງ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ.
ບັນຍາກາດເຮັດວຽກໃນເຂດເຕັກນິກຂອງນັກຂ່າວສຳນັກຂ່າວສານ ຊີນຮົວ.
ໃນສັບປະດາຂັ້ນສູງ, ຍ້ອນມີຫຼາຍເຫດການໄດ້ຈັດຕັ້ງຢູ່ບັນດາສະຖານທີ່ທີ່ແຕກຕ່າງກັນ ສະນັ້ນນັກຂ່າວສາມາດຕິດຕາມຜ່ານລະບົບຖ່າຍທອດສົດເຊື່ອມຕໍ່ບັນດາສະຖານທີ່ຕ່າງໆກັບສູນການຂ່າວ.
ນາງ ດັ້ງມາຍເຟືອງ ນັກຂ່າວ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ (VOV5), ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ມີຮອຍຍິ້ມທີ່ແຈ່ມໃສພາຍຫຼັງມື້ເຮັດວຽກ.

ບັນຍາກາດເຮັດວຽກຂອງນັກຂ່າວຢູ່ສູນການຂ່າວສາກົນ APEC

(VOVWORLD) - ວັນທີ 6 ພະຈິກ ແມ່ນມື້ເຮັດວຽກທຳອິດໃນສັບປະດາຂັ້ນສູງ APEC ຫວຽດນາມ ປີ 2017. ເຫດການການຕ່າງປະເທດສຳຄັນຂອງຫວຽດນາມໃນປີນີ້ ໄດ້ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດ ກວ່າ 3000 ຄົນ, ໃນນັ້ນ ມີນັກຂ່າວສາກົນປະມານ 2000 ຄົນ.

Huong Tra