Media /
ປະທານໂຮ່ຈິມິນ ແລະ ປະທານໄກສອນພົບວິຫານ ຢູ່ຮ່າໂນ້ຍເມື່ອວັນທີ 7 ກຸມພາປີ 1966.
ເດືອນກໍລະກົດປີ 1977, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານເລຂາທິການໃຫຍ່ ເວຢວນ, ທ່ານນາຍົກລັດຖະມົນຕີ ຝ້າມວັນດົງ ຕາງໜ້າສູນກາງພັກ ແລະ ລັດຖະບານຫວຽດນາມມອບຜ້າແຜ່ນໜຶ່ງໂດຍຖັກແສ່ວບົດຄຳກອນທີ່ມີຊື່ສຽງຂອງປະທານໂຮ່ຈິມິນ.
ວັນທີ 12 ກັນຍາປີ 1977, ຄະນະຜູ້ແທນການທະຫານລາວໂດຍທ່ານ ຄຳໄຕ ສີພັນດອນ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ. ອອກຕ້ອນຮັບຢູ່ສະໜາມບິນຢາເລີມ-ຮາໂນ້ຍ ມີທ່ານພົນເອກວໍ້ງວຽນຢາບ.
ທ່ານ ເຈື່ອງຈິງ ປະທານສະພາແຫ່ງລັດແຫ່ງ ສ.ສ. ຫວຽດນາມ ຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວນຳໂດຍທ່ານປະທານ ໄກສອນ ພົບວິຫານ ເນື່ອງໃນໂອກາດມາຮ່ວມກອງປະຊຸມໃຫຍ່ຄັ້ງທີ 5 ຂອງພັກກອມມູນິດຫວຽດນາມເມື່ອປີ 1982.
ວັນທີ 1 ທັນວາປີ 2011, ຢູ່ນະຄອນຫຼວງວຽງຈັນ, ຫ້ອງວ່າການສະພາແຫ່ງຊາດ 2 ປະເທດຫວຽດນາມ ແລະ ລາວໄດ້ສົມທົບກັນຈັດພິທີເປີດນຳໃຊ້ ແລະ ມອບຮັບໂຄງການສຳນັກງານຫ້ອງວ່າການສະພາແຫ່ງຊາດລາວ.
ວັນທີ 23 ເທສາປີ 2008, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານຢ້ຽມຢາມໂຮງຮຽນຊົນເຜົ່າກິນນອນແຂວງຈຳປາສັກໃນຂອບເຂດການເຄື່ອນໄຫວຢ້ຽມຢາມລາວ.
ບໍລິສັດຮ່ວມທຸລະກິດຢູນີແທວ ແມ່ນສັນຍາລັກແຫ່ງການຮ່ວມມືທາງດ້ານເສດຖະກິດອັນດີງາມໃນສາຍພົວພັນລະຫວ່າງ 2 ປະເທດຫວຽດນາມ-ລາວ.
ວັນທີ 6 ພະຈິກປີ 2006, ຢູ່ແຂວງຫຼວງພະບາງ, ບໍລິສັດການບິນ ຫວຽດນາມແອລາຍ ຮ່ວມທຸລະກິດກັບ ລາວແອລາຍ ເປີດສາຍການບິນໂດຍກົງ ຮ່າໂນ້ຍ-ຫຼວງພະບາງ-ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມຢາຄຽມ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີເປີດຄູ່ຫຼັກໝາຍຊາຍແດນແຫ່ງຊາດໄດ້ມາດຕະຖານທຳອິດຢູ່ດ່ານຊາຍແດນສາກົນລາວບາວ-ແດນສະຫວັນເມື່ອວັນທີ 5 ກັນຍາປີ 2008.
ວັນທີ 24 ສິງຫາປີ 2010, ທ່ານປະທານປະເທດຫວຽດນາມ ຫງວຽນມິນຈຽດ ໄດ້ເຂົ້າຮ່ວມພິທີເປີດສູນກະຈາຍສຽງຂອງ VOV ຢູ່ນະຄອນຫຼວງວຽງຈັນ.
ໃນລະຫວ່າງວັນທີ 2 ຫາວັນທີ 6 ສິງຫາປີ 2010, ທິມງາມແພດໝໍອາສາສະໝັກ ນະຄອນໂຮ່ຈິມິນ ໄດ້ລົງກວດ, ປິ່ນປົວພະຍາດ ແລະ ສະໜອງຢາປົວພະຍາດໂດຍບໍ່ຄິດຄ່າ ພ້ອມທັງມອບຂອງຂັວນໃຫ້ແກ່ປະຊາຊົນກວ່າ 1200 ຄົນຢູ່ເມືອງດັກຈຶງ, ແຂວງເຊກອງ.
ວັນທີ 10 ກັນຍາປີ 2011, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີແຫ່ງ ສ.ສ. ຫວຽດນາມ ຫງວຽນເຕີ້ນຢຸງ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສ.ປ.ປ.ລາວ ທອງສິງ ທຳມະວົງເຂົ້າຮ່ວມພິທີເປີດກຸ່ມໂຮງແຮມ 5 ດາວ, ອາຄານຫ້ອງການໃຫ້ເຊົ່າ ແລະ ສູນການຄ້າດ້ວຍເງິນລົງທຶນຂອງບໍລິສັດລົງທຶນ ຫ້າລອງຈຳກັດ.
ໂຄງການຫໍວັດທະນະທຳໃນແຂວງຫົວພັນໂດຍແຂວງເຊີນລາຂອງຫວຽດນາມໜູນຊ່ວຍການກໍ່ສ້າງ.
ວັນທີ 1 ສິງຫາປີ 2010, ຢູ່ແຂວງປຳປາສັກ, ຊາວໜຸ່ມອາສາສະໝັກລະດູຮ້ອນຂຽວ ນະຄອນໂຮ່ຈິມິນ ພວມແນະນຳວິທີປູກເຂົ້າໃຫ້ສະມັດທະພາບສູງແກ່ຊາວກະສີກອນລາວ.
ການນຳແຂວງເຊີນລາຂອງຫວຽດນາມ ແລະ ແຂວງຫົວພັນຂອງລາວເຂົ້າຮ່ວມພິທີເປີດນຳໃຊ້ເຮືອບັກເມືອງແອດເມື່ອເດືອນມິຖຸນາປີ ດ້ວຍທຶນຊ່ວຍເຫຼືອ 2,6 ຕື້ USD ຂອງແຂວງເຊີນລາ
ເດືອນມີນາປີ 2016, ຢູ່ແຂວງເຊີຍລາ, ປະເທດຫວຽດນາມ, ການນຳຕຳຫຼວດ, ທະຫານປ້ອງກັນຊາຍແດນແຂວງເຊີນລາ ແລະ ບັນດາແຂວງພາກເໜືອຂອງລາວໄດ້ລົງນາມໃນບົດບັນທຶກແຜນການສົມທົບກັນປ້ອງກັນ ແລະ ຕ້ານຢາເສບຕິດຜ່ານຊາຍແດນໄລຍະ 2016-2020
ນັກສຶກສາລາວພວມຮ່ຳຮຽນຢູ່ວິທະຍາໄລແຂວງເຊີນລາ ເດືອນກັນຍາປີ 2005.
ໂຮງຮຽນຕົ້ນເຜີ້ງ ແຂວງບໍ່ແກ້ວ ໂດຍແມ່ນແຂວງເຊີນລາເປັນເຈົ້າຂອງລົງທຶນ ໄດ້ເປີດນຳໃຊ້ເມື່ອເດືອນມັງກອນປີ 2007.
ພິທີວາງສີລາລຶກ ກໍ່ສ້າງຫຼັກໝາຍຊາຍແດນເລກທີ 211 ລະຫວ່າງແຂວງເຊີນລາ(ຫວຽດນາມ) ແລະ ຫົວພັນ(ປະເທດລາວ) ເມື່ອວັນທີ 8 ສິງຫາປີ 2010.

ບັນດາຂີດໝາຍໃນສາຍພົວພັນແບບພິເສດຫວຽດນາມ-ລາວ

(VOVWORLD) - ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ລາວ (5/9/1962 – 5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ (18/7/1977 – 18/7/2017). ພ້ອມກັບ VOV5 ຫວນຄືນບັນດາຮູບພາບບັນທຶກບັນດາຂີດໝາຍແຫ່ງນ້ຳໃຈສາມັກຄີແບບພິເສດ, ສາຍພົວພັນທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງ 2 ປະເທດ.

My Tra