ບັນດາພາບແຕ້ມມີມູນຄ່ານັບຕື້ດົ່ງຂອງຈິດຕະກອນ ເລກີງຕ່າຍ

(VOVWORLD) -ຈິດຕະກອນ ເລກີງຕ່າຍ ຫາກໍ່ຈັດງານວາງສະແດງຂອງຕົນພາບແຕ້ມປະສົມຜົນສຳເລັດດ້ວຍຫົວຂໍ້ວ່າ: “ຫວນຄືນຫຼັງ - Retrospective” ຢູ່ສູນສິລະປະຍຸກປະຈຸບັນ Vincom, ທີ່ຮ່າໂນ້ຍ (ແຕ່ວັນທີ 15/10 – 12/11/2017).
“ຫວນຄືນຫຼັງ - Retrospective” ໄດ້ສຸມໃສ່ເຂົ້າໃນໄລຍະແບບແຜນສິລະປະຂອງຈິດຕະກອນ ເລກີງຕ່າຍ ດ້ວຍກິລິຍາທ່າທາງສະເພາະຂອງນັກຈິດຕະກອນໃນພາບແຕ້ມແຜ່ນຕ່າງໆ.

ເລກີງຕ່າຍ ໄດ້ຮຽນຈົບມະຫາວິທະຍາໄລວິຈິດສິນໃນປີ 1997 ແລະ ໄດ້ກາຍເປັນໜຶ່ງໃນບັນດາບຸກຄົນດີເດັ່ນຂອງວິຈິດສິນນະຄອນ ໂຮ່ຈີມິນ ພາຍຫຼັງປີ 2000 ແລະ ແມ່ນຈິດຕະກອນຜູ້ທີ່ມີລາຄາສູງຂາຍພາບໃນ top ຕະຫຼາດສິລະປະ.

ພາບແຕ້ມຂອງ ເລກີງຕ່າຍ ມີຫຼາຍຄົນສະສົມ, ໃນນັ້ນ, “ລູກຄ້າ” ພິເສດແມ່ນທ່ານນາງ Chua G.Bee (Zen Gallery) ໄດ້ສະສົມພາບແຕ້ມຂອງ ເລກີງຕ່າຍ ເປັນເວລາຫຼາຍປີ ເພື່ອປະຕິບັດໂຄງການແນະນຳນັກແຕ້ມ, ພາບແຕ້ມຢູ່ບັນດາຫໍພິພິຕະພັນຍຸກປະຈຸບັນຢູ່ ອາເມລິກາ, ຮົງກົງ (ປະເທດຈີນ), ຈີເລ, ສິງກະໂປ, ອິນໂດເນເຊຍ… ດ້ວຍຈິດໃຈການອອກແຮງງານດ້ານສິລະປະຢ່າງເຂັ້ມງວດ, ມີລັກສະນະມີອາຊີບພ້ອມກັບຄວາມມຸ່ງມາດປາດຖະໜານຳສິລະປະຍຸກປະຈຸບັນ ຫວຽດນາມ ອອກສູ່ໂລກ, ມາຮອດປະຈຸບັນ, ເລກີງຕ່າຍ ໄດ້ຈັດຕັ້ງງານວາງສະແດງສະເພາະຂອງຕົນກ່ວາ 10 ຄັ້ງແລ້ວ ແລະ ງານວາງສະແດງລວມທັງຢູ່ພາຍໃນ ແລະ ຕ່າງປະເທດ ເກືອບ 30 ຄັ້ງ.

 

ຕອບກັບ

ຂ່າວ/ບົດ​ອື່ນ