Media /
ຈ້ອງເວີ່ນແມ່ນກິລາປະເພດຜະຈົນໄພ, ໃໝ່ອຽມ, ດູດດື່ມ ແລະ ມີກຳລັງດຶງດູດໃຈຢ່າງແຂງແຮງຍ້ອນຄວາມເມົາມົວພິຊິດທ້ອງຟ້າ
ວຽກງານກະກຽມໃຫ້ແກ່ການແຂ່ງຂັນຈ້ອງເວີ່ນ
ເຊີນຈາແມ່ນໜຶ່ງໃນບັນດາສະຖານທີ່ທີ່ດີເພື່ອຈັດຕັ້ງບັນດາງານແຂ່ງຂັນກິລາຈ້ອງເວີ່ນລະດັບຊາດ ແລະ ສາກົນ
ກິລາປະເພດຜະຈົນໄພນີ້ ໄດ້ດຶງດູດໃຈໄວໜຸ່ມເພາະບໍ່ວ່າຜູ້ໃດມັກຜະຈົນໄພກໍຕິດໃຈເລີຍ
ໄດ້ບິນເວີ່ນໃນທ້ອງຟ້າແຈ່ມໃສ , ໄດ້ຮັບຊົມທິວທັດທຳມະຊາດທີ່ງົດງາມດັ່ງໃນຝັນ
ໄດ້ຮັບຊົມທິວທັດທົ່ວນະຄອນດານັ້ງທີ່ສວຍສົດງົດງາມຈາກບ່ອນສູງ
ຮັບຊົມພູຜາທີ່ໃຫຍ່ໂຕມະໂຫຖານໃນແຫຼມເຊີນຈາ
ທະເລຂຽວເຢັນ, ເມກຂາວ
ຄວາມຮູ້ສຶກລະເລິງໃຈ ປຽບເໝືອນນົກບິນເວີ່ນໃນທ່າມກາງສາຍລົມ ແລະ ແສງແດດຂອງພາກກາງ

ບິນເທິ່ງຕຽນຊາ 2017 : ງານແຂ່ງຂັນກິລາຈ້ອງເວີ່ນ ດານັ້ງເປີດກ້ວາງ 2017

(VOVWORLD) - ງານແຂ່ງຂັນກິລາຈ້ອງເວີ່ນ ດານັ້ງເປີດກ້ວາງ “ບິນເທິ່ງຕຽນຊາ 2017” ໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາຈ້ອງເວີ່ນກວ່າ 100 ຄົນທີ່ມາຈາກບັນດາສະໂມສອນຈ້ອງເວີ່ນໃນທົ່ວປະເທດເຊັ່ນ : ສະໂມສອນຈ້ອງເວີ່ນຮ່າໂນ້ຍ, ສະໂມສອນຈ້ອງເວີ່ນ Vietwing ຮ່າໂນ້ຍ, ສະໂມສອນຈ້ອງເວີ່ນນະຄອນໂຮ່ຈິມິນ, ສະໂມສອນ New Sky, ສະໂມສອນຈ້ອງເວີ່ນດົງບັກ, ສະໂມສອນຈ້ອງເວີ່ນດານັ້ງ. ພິເສດ ກໍຍັງມີນັກກິລາຈ້ອງເວີ່ນປະເທດຕ່າງໆເຂົ້າຮ່ວມເຊັ່ນ: ສ.ເກົາຫຼີ, ອາຟະລິກາໃຕ້, ອາເມລິກາ, ອັງກິດ, ອົດສະຕາລີ ແລະ ລາວ.

Le Trung Kien