Media /
ນີ້ແມ່ນເສັ້ນທາງທີ່ສວຍງາມເພື່ອຊົມເບິ່ງ ບັນດາເນື້ອທີ່ນາຂັ້ນໄດທີ່ງາມດັ່ງໃນຝັນ ຊຶ່ງແມ່ນທັດສະນີຍະພາບຖືກສ້າງຂຶ້ນຈາກຄວາມດຸໝັ້ນຂະຫຍັນພຽນຂອງມະນຸດ
ຢູ່ເຂດພູສູງ, ສະພາບພູມິສັນຖານທຸລະກັນດານ ແລະ ຂາດແຄນທີ່ດິນປູກຝັງ, ເປັນຕົ້ນແມ່ນການປູກເຂົ້ານາທາມ.
ພໍ່ແມ່ພີນ້ອງຢູ່ແຫ່ງນີ້ໄດ້ນຳໃຊ້ຂ້າງໂນນພູເພື່ອສ້າງເປັນບັນດາເນື້ອທີ່ນາງາມດັ່ງໃນຝັນ.
ບັນດາຮູບຖ່າຍໂດຍນັກຖ່າຍຮູບ ເລຫວຽດແຄ້ງ ປະຕິບັດຜ່ານຫຼາຍປີມານີ້.
ໂນນທີ່ລືຊື່ຢູ່ ລາປ້ານຕັນ - ມູ່ກັງຈາຍ. ບັນດານັກຖ່າຍຮູບເຄີຍເອີ້ນວ່າ ໂນນ ເມີມໂຊຍ (ໂນນພາເຂົ້າໜຽວ)
ການເດີນທາງໄປຍັງໂນນ ເມີມໂຊຍແມ່ນສິ່ງທ້າທາຍສຳລັບນັກຖ່າຍຮູບທຸກໆຄົນ, ເພາະເຂົາເຈົ້າຕ້ອງຜ່ານຮ່ອມທາງຊອຍທີ່ຄົດງໍຂຶ້ນພູ.
ປີ 2007, ເນື້ອທີ່ນາຂັ້ນໄດ 500 ເຮັກຕາຢູ່ 3 ຕາແສງ ລາປ້ານຕັນ, ເຈ໋ກູຍາ ແລະ ເຢຊູຟີ່ງ (ມູ່ກັງຈາຍ) ໄດ້ຮັບໃບຢັ້ງຢືນຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແມ່ນປູຊະນີຍະສະຖານທິວທັດທຳມະຊາດລະດັບຊາດ.
ແຈໜຶ່ງທີ່ເຂດພູສູງ ອີຕີ້
ສີເຫຼືອງອາຮາມຢູ່ຮ່ວາງຊູຟີ່
ລາວຈາຍ, ອີຕີ້, ລາວກາຍ.

ປະຫຼາດໃຈຍ້ອນຄວາມງາມຂອງເນື້ອທີ່ນາສຸກເຫຼືອງອາຮາມຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຫວຽດນາມ

(VOVWORLD) - ໃນເດືອນກັນຍາ ແລະ ຕຸລາ, ບັນດາເນື້ອທີ່ນາຂັ້ນໄດຢູ່ມູ່ກັງຂາຍ - ອຽນບ້າຍ, ອີຕີ້ - ລາວກາຍ ແລະ ຮ່ວາງຊູຟີ່ - ຮ່າຢາງ ເຕັມໄປດ້ວຍສີເຫຼືອງອາຮາມໃນຍາມເຂົ້າສຸກ. 

Lê Việt Khánh