Media /
ເກາະເຊີນກາ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ
ປາພະຄານ ເຊີນກາ ໄດ້ຮັບການກໍ່ສ້າງເມື່ອປີ 2009 ແລະ ມີຄວາມສູງ 28 ແມັດ
ອ້າຍ ຫວູວັນລືວ ຫົວຫນ້າ ປ້ອມປາພະຄານ ເຊີນກາ, ມີບ້ານເກີດເມືອງນອນ ຢູ່ ນະຄອນ ຫາຍຟ່ອງ ແລະ ເຮັດວຽກຢູ່ຂະແຫນງຮັບປະກັນຄວາມປອດໄພການເດີນທະເລ ມາເປັນເວລາກວ່າ 20 ປີ.
ປີ 1993 ອ້າຍ ຫວູວັນລືວ ມາຮັບຫນ້າທີ່ເປັນຫົວຫນ້າປ້ອມປາພະຄານ ຊອງຕືໄຕ
ອ້າຍ ຫວູວັນລືວ ຮັບຫນ້າທີ່ຢູ່ ປ້ອມປາພະຄານ ເຊີນກາ ນັບແຕ່ເດືອນກັນຍາປີ 2016. ນີ້ແມ່ນປາພະຄານສຸດທ້າຍໃນພາລະກິດຂອງອ້າຍກ່ອນທີ່ອອກກິນເບ້ຍບຳນານ
ເຮັດອະນາໄມ ປາພະຄານ ເປັນປະຈຳ
ອ້າຍລືວ ໃຫ້ຮູ້ວ່າ: ເຮັດວຽກຢູ່ຂະແຫນງໃດກໍ່ຫຍຸ້ງຍາກລຳບາກ ແຕ່ພວກຂ້າພະເຈົ້າເຮັດວຽກຢູ່ທີ່ນີ້ຫລາຍປີແລ້ວ ເຫັນວ່າ ແມ່ນເປັນທຳມະດາ
ອູນຫະພູມຢູ່ ປາພະຄານ ຍາມໃດກໍ່ສູງ. ຄວາມຮ້ອນເອົ້າຂອງອາກາດ ແລະ ຄວາມສູງປາພະຄານ ເຮັດໃຫ້ຜູ້ເຮັດວຽກງານຢູ່ທີ່ນີ້ປະສົບກັບຄວາມຫຍຸ້ງຍາກທີ່ສຸດ
ຮູບພາບປາພະຄານສັງເກດຈາກທາງໄກ
ບັນດາພະນັກງານເຮັດວຽກຢູ່ ປາພະຄານ
ປາພະຄານ ຕັ້ງຢູ່ທາງຫລັງຂອງວັດ ລີງເຊີນ ຢູ່ ເກາະ ເຊີນກາ
ສວນຜັກໂດຍພະນັກງານປ້ອມປາພະຄານ ປູກເອງ
ຍາມຄ່ຳຄືນ ແມ່ນຈຸດເວລາ ປາພະຄານເລີ່ມເຄື່ອນໄຫວ

ປາພະຄານ ເຊີນກາ

(VOVWORLD) - ປາພະຄານ ເຊີນກາ ແມ່ນຫນຶ່ງໃນບັນດາປາພະຄານສວຍງາມກວ່າໝູ່ ໃນ ຈຳນວນ ປາພະຄານ 9 ແຫ່ງ ຢູ່ ເຈື່ອງຊາ. ປາພະຄານ ມີຫນ້າທີ່ທັງສົ່ງສັນຍານເຍືອງທາງໃຫ້ບັນດາເຮືອກຳປັ່ນໄປມາ ທັງແມ່ນເສົາໄຟຊີ້ບອກເສົາຫລັກໝາຍອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດ.