Media /
ເຮືອນເລກທີ 48 ຖະຫນົນ ຮ່າງງາງ ແມ່ນບ່ອນທີ່ໄວ້ເນື້ອເຊື່ອໃຈຂອງການປະຕິວັດ
ໃນຊຸມມື້ການປະຕິວັດເດືອນສິງຫາປີ 1945 (ແຕ່ວັນທີ 25 ສິງຫາ ຮອດວັນທີ 2 ກັນຍາປີ 1945, ເຮືອນຫລັງນີ້ໄດ້ເລືອກເຟັ້ນແມ່ນບ່ອນຢູ່ ແລະ ເຮັດວຽກຂອງປະທານໂຮ່ຈິມີນ.
ໃນເຮືອນຫລັງນີ້ ປະທານໂຮ່ຈິມີນ ໄດ້ຮຽບຮຽງ ແລະ ພ້ອມກັບພະນັກງານສູນກາງພັກ ຮັບຮອງເອົາເນື້ອໃນບົດຖະແຫລງປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ.
ຫ້ອງພັກຜ່ອນຂອງປະທານໂຮ່ຈິມີນ
ຕຽງນອນຂອງປະທານໂຮ່ຈິມີນ
ໂຕະຕັ່ງ ບ່ອນປະທານໂຮ່ຈິມີນ ຮຽບຮຽງບົດຖະແຫລງເອກະລາດ
ຢູ່ທາງນອກແມ່ນຫ້ອງຮັບແຂກທີ່ລຽບງ່າຍ
ບັນດາວັດຖຸພັນທີ່ລະນຶກໄດ້ຮັບການຮັກສາໄວ້ຄືໃນເວລາປະທານໂຮ່ຈິມີນ ຍັງຢູ່ທີ່ນີ້
ບ່ອນນີ້ ປະທານໂຮ່ຈິມີນ ແລະ ບັນດາກຳມະການສູນກາງພັກ ໄດ້ປະຊຸມ ແລະເຮັດວຽກ
ເຂດປູຊະນີຍະສະຖານໄດ້ດຶງດູດແຂກ ແລະນັກຮຽນຮູ້ທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ, ຄົ້ນຄ້ວາເປັນຈຳນວນຫລວງຫລາຍ
ຊຸດ ກາກີ ຊື່ງປະທານໂຮ່ຈິມີນ ນຸ່ງໃນພິທີອ່ານບົດຖະແຫລງເອກະລາດເມື່ອວັນທີ 2 ກັນຍາປີ 1945
ປີ 1979 ເຮືອນເລກທີ 48 ຖະຫນົນ ຮ່າງງາງ ໄດ້ຮັບການຮັບຮອງວ່າແມ່ນປູຊະນີຍະສະຖານປະຫວັດສາດແຫ່ງຊາດ

ຢ້ຽມຢາມສະຖານທີ່ປະທານໂຮ່ຈິມີນຮຽບຮຽງບົດຖະແຫລງປະກາດເອກະລາດສະຖາປະນາປະເທດຫວຽດນາມ

(VOVWORLD) - ເຮືອນເລກທີ 48 ຖະຫນົນ ຮ່າງງາງ ນອນໃນຄຸ້ມຖະຫນົນເກົ່າຂອງນະຄອນຫລວງ ຮ່າໂນ້ຍ, ຊື່ງແມ່ນຫນຶ່ງໃນບັນດາຖະຫນົນຄ້າຂາຍຢ່າງຄັບຄາຫນາແຫນ້ນກວ່າໝູ່ຢູ່ ຮ່າໂນ້ຍ ໃນໄລຍະກ່ອນມາຮອດປະຈຸບັນ. ຢູ່ ເຮືອນຫລັງນີ້ ໃນຊຸມມື້ທ້າຍເດືອນສິງຫາປີ 1945, ທ່ານປະທານໂຮ່ຈິມີນ ໄດ້ຮຽບຮຽງບົດຖະແຫລງປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ. ເຮືອນຫລັງນີ້ ປະຈຸບັນ ຍັງຮັກສາບັນດາວັດຖຸພັນທີ່ລະນຶກ, ຮ່ອງຮອຍປະຫວັດສາດທີ່ຕິດພັນກັບປະທານໂຮ່ຈິມີນໄວ້ຢູ່. 

Duc Anh