Media /
ທາງເຂົ້າວັດ
ປະຕູໂຂງຂອງ ວັດຕືຮ້ຽວ
ວັດຕືຮ້ຽວໃນເບື້ອງຕົ້ນພຽງແຕ່ຕູບມຸງຫຍ້າເທົ່ານັ້ນໂດຍພະອາຈານມະຫາ ເຍິດດິ້ງ ສ້າງຂຶ້ນເມື່ອປີ 1843. ພະອົງຍັງບວດທັງເບິ່ງແຍງພະມານດາ. ຕຶ້ນຕັນໃຈຕໍ່ຄວາມກະຕັນຍູ, ພາຍຫຼັງພະອົງເຖິງແກ່ມໍລະນະພາບ, ເຈົ້າຊີວິດຕຶດຶກໄດ້ຕັ້ງຊື່ໃຫ້ ວັດແມ່ນວັດຕືຮ້ຽວ ໝາຍເຖິງຄວາມກະຕັນຍູຂອງລູກເຕົ້າທີ່ມີຕໍ່ພໍ່ແມ່
ວັດຕືຮ້ຽວ ສະຖານທີ່ຝັງສົບຂອງ ພະອາຈານມະຫາ ເຍິດດິ້ງ
ປີ 1848, ພະອາຈານມະຫາ ເກືອງກີ ໄດ້ເລີ່ມໃຫ້ກໍ່ສ້າງວັດດ້ວຍຂອບຂະໜາດໃຫຍ່ກ່ວາ ດ້ວຍເງິນໃຊ້ຈ່າຍຈາກການສະໜອງຂອງ ເຈົ້າຊີວິດຕຶດຶກ ແລະ ການແຜ່ບໍລິຈາກຂອງພວກເຈົ້າເສນາອາມາດ ແລະ ພຸດທະສາສະນິກກະຊົນ. ນັບແຕ່ນັ້ນເປັນຕົ້ນມາ, ວັດຕືຮ້ຽວ ໄດ້ກາຍເປັນວັດໃຫຍ່.
ບໍລິເວນ ວັດຕືຮ້ຽວກ້ວາງປະມານ 8 ໄລ, ທາງໜ້າວັດມີຫ້ວຍນ້ຳໄຫຼອ້ອມທີ່ສວຍງາມ.
ຫ້ອງບູຊາໃຫຍ່ ໃນວັດຕືຮ້ຽວ
ຄວາມລຽບງາຍຂອງ ວັດຕືຮ້ຽວ ຖືກສະແດງອອກຜ່ານສະຖາປັດຕະຍະກຳທີ່ເປັນປະເພນີຂອງຊາວຫວຽດນາມ.
ຫ້ອງບູຊາໃຫຍ່ແມ່ນບ່ອນບູຊາພະພຸດທະເຈົ້າ, ຢູ່ທາງຫຼັງແມ່ນບູຊາບັນພະບຸລຸດ
ຕົ້ນໝາກເຟືອງທີ່ມີອາຍຸກ່ວາຮ້ອຍປີ
ຫ້ອງບູຊາໃຫຍ່ ບໍລິເວນບັນດາສຸສານຂອງພວກເຈົ້າເສນາອາມາດໃນລາດຊະວົງຫງວຽນ ທີ່ມີການປະກອບສ່ວນເຂົ້າໃນການບູລະນະປະຕິສັງຂອນວັດ
ວັດຕືຮ້ຽວແມ່ນສະຖານທີ່ເຊິ່ງ ພະອາຈານມະຫາ ທິກເຍິດແຫ້ງ ເຂົ້າບວດ ແລະ ພາຍຫຼັງໄປສອນສາສະໜາຢູ່ຕ່າງປະເທດເປັນເວລາຫຼາຍປີ, ປະຈຸບັນ ພະອົງໄດ້ກັບຄືນປະເທດ ແລະ ພວມຢູ່ວັດນີ້.
ພະອາຈານມະຫາ ທິກເຍິດແຫ້ງ
ດ້ວຍຄວາມງາມຢ່າງກົມກ່ຽວລະຫວ່າງສະຖາປັດຕະຍະກຳ ແລະ ທັດສະນີຍະພາບທີ່ສວຍງາມເປັນໜ້າຈັບໃຈ, ໃນທຸກວັນນີ້, ວັດຕືຮ້ຽວ ບໍ່ພຽງແຕ່ແມ່ນສະຖານທີ່ນະມັດສະການຂອງພຸດທະສາສະນິກກະຊົນເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂກທ່ອງທ່ຽວທັງຫຼາຍອີກດ້ວຍ

ວັດຕືຮ້ຽວ-ວັດທີ່ເກົ່າແກ່ໃນນະຄອນເຫ້ວ

(VOVWORLD) -  ຮ່າໂນ້ຍ ໂດຍຊ້ອນຕົວໃນທ່າມກາງປ່າແປກ, ວັດຕືຮ້ຽວຂຶ້ນກັບຕາແສງ ຖຸຍຊວນ ແມ່ນວັດເກົ່າແກ່ໃນນະຄອນເຫ້ວ(ແຂວງເທຶ່ອທຽນເຫ້ວ). ວັດຕືຮ້ຽວ ຍັງແມ່ນສັນຍາລັກຂອງຈິດໃຈກະຕັນຍູ.

My Tra