Media /
ເຂົ້າຮ່ວມວັນບຸນອາຊຽນ 2017 ມີທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິນຕ້ວນ, ທ່ານນາງຮອງລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ດາວຮົ່ງລານ, ຜູ້ອຳນວຍການ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ວໍ້ກວາງຈ້ອງ, ເອກອັກຄະລັດຖະທູດອີນເດຍ ແລະ ເອກອັກຄະລັດຖະທູດບັນດາປະເທດອາຊຽນ ພ້ອມກັບບັນດາອົງການສື່ມວນຊົນ, ສຳນັກຂ່າວສານຢູ່ຮ່າໂນ້ຍ.
ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິນຕ້ວນກ່າວໄຂວັນບຸນອາຊຽນ 2017
ທ່ານນາງຮອງລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ດາວຮົ່ງລານ(ສຸດເບື້ອງຊ້າຍ) ມອບສື່ສິ່ງພິມກ່ຽວກັບອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມໃຫ້ແກ່ຫໍສະໝຸດແຫ່ງຊາດ, ຫໍສະໝຸດມະຫາວິທະຍາໄລແຫ່ງຊາດ ແລະ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ.
ພາຍຫຼັງພິທີໄຂ, ບັນດາຜູ້ແທນໄປຢ້ຽມຢາມເຂດວາງສະແດງເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ.
ແຜນວາດກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງອາຊຽນ.
ເຂດວາງສະແດງຮູບຖ່າຍສື່ມວນຊົນອາຊຽນຖືກວາງສະແດງສ່ອງແສງ ຫຼາຍຫົວເລື່ອງທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍສີ.
ຮູບຖ່າຍ: ປ່າກັນຄື້ນຟອງທະເລຖືກທຳລາຍຢູ່ຝັ່ງທະເລກາເມົາຂອງ ຮີ່ງເລີມ ຄ້ວາໄດ້ລາງວັນທີ 1 ໃນການປະກວດຮູບຖ່າຍກ່ຽວກັບການປ້ອງກັນສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດປີ 2013
ນ້ອງນ້ອຍພວມຊົມຮູບຖ່າຍໄດ້ຮັບລາງວັນທີ 1 ໃນການປະກວດຮູບຖ່າຍບັນດາເຜົ່າໃນປະຊາຄົມອາຊຽນ.
ຮູບຖ່າຍ : ພິທີຊັກທຸງອາຊຽນຂອງນັກຂ່າວ ທົ້ງເຍິດ - ສຳນັກຂ່າວສານຫວຽດນາມ.
ເຂດວາງສະແດງຊຸດສະແຕມໄປສະນີ
ສະແຕມລະນຶກ 40 ປີແຫ່ງວັນສ້າງຕັ້ງອາຊຽນ
ສະແຕມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.
ບັນດາຜູ້ແທນຊົມສະແຕມລະນຶກ 40 ປີແຫ່ງວັນສ້າງຕັ້ງຂະແໜງໄປສະນີຫວຽດນາມ.
ເນື່ອງໃນໂອກາດນີ້, ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມຍັງແນະນຳເຂດວາງສະແດງວັດຖຸພັນວັດທະນະທຳທີ່ເປັນເອກະລັກຂອງບັນດາປະເທດອາຊີຕາເວັນອອກສ່ງໃຕ້.
ທ່ານເອກອັກຄະລັດຖະທູດ ມາເລເຊຍ M.Zamruni Khalid (ເບື້ອງຂາວ) ຕັ້ງໃຈຊົມປຶ້ມຄຳພີໂຄຣານ, ວັດທະນະທຳການເຫຼື້ອມໃສຂອງບັນດາປະເທດອິດສະລາມ.
ສິ້ນສຸດການຢ້ຽມຢາມ, ບັນດາເອກອັກຄະລັດຖະທູດຖ່າຍເປັນທີ່ລະນຶກຢູ່ເຂດວາງສະແດງພາບແກ້ວ ອິນໂດເນເຊຍ.

ວັນບຸນອາຊຽນ 2017

(VOVWORLD) - ຕອນເຊົ້າວັນທີ 13/7, ຢູ່ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ, ນະຄອນຫຼວງຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ເປັນປະທານສົມທົບກັບບັນດາອົງການສຳນັກງານທຽບເທົ່າກະຊວງ, ຂະແໜງການທີ່ກ່ຽວຂ້ອງຈັດຕັ້ງພິທີໄຂວັນບຸນອາຊຽນ (ASEAN Festival). ນີ້ແມ່ນການເຄື່ອນໄຫວນອນໃນແຜນການຈັດຕັ້ງໂຄສະນາ ແລະ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້ສ້າງຕັ້ງອາຊຽນ ແລະ ແຜນການເຄື່ອນໄຫວປີ 2017 ຂອງຄະນະຊີ້ນຳຖະແຫຼງຂ່າວໂຄສະນາອາຊຽນ. ຜ່ານນັ້ນ, ບັນດາຜູ້ຊົມສາມາດສັງເກດໂດຍສັງລວມກ່ຽວກັບຄວາມງາມຂອງປະເທດຊາດ, ປະຊາຊົນ, ວັດທະນະທຳບັນດາປະເທດອາຊຽນ, ຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດໃນພາກພື້ນ; ເຂົ້າໃຈແຈ້ງກ່ວາກ່ຽວກັບປະຊາຄົມອາຊຽນ ແລະ ການພົວພັນຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ. ວັນບຸນອາຊຽນຈະແກ່ຍາວເຖິງວັນທີ 15 ກໍລະກົດປີ 2017 ຈຶ່ງອັດລົງ. 

Huong Tra