Media /
ສຸສານປະທານໂຮ່ຈີມິນ ໄດ້ຮັບການກໍ່ສ້າງຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ (ພາບ: ຫງວຽນຢູງ)
ພະລາດຊະວັງ ທັງລອງ ແມ່ນກຸ່ມປູຊະນີຍະສະຖານຕິດພັນກັບປະຫວັດສາດຂອງພະລາດຊະວັງ ທັງລອງ - ຮ່າໂນ້ຍ. ກິດຈະກຳດັ່ງກ່າວໄດ້ຮັບການກໍ່ສ້າງໃນໄລຍະປະຫວັດສາດຍາວນານ ແລະ ກາຍເປັນເຂດປູຊະນີຍະສະຖານແຖວໜ້າໃນລະບົບບັນດາເຂດປູຊະນີຍະສະຖານຂອງ ຫວຽດນາມ (ພາບ: Vietnamtourism)
ວັນມ໊ຽວ - ກວກຕື໊ຢ້າມ ໄດ້ຮັບຖືວ່າແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ, ສະຖານທີ່ແຫ່ງນີ້ມີຫຼາຍຈຸດວັດທະນະທຳຕິດພັນກັບໄລຍະປະຫວັດສາດຕ່າງໆທີ່ຍາວນານ ແລະ ພື້ນຖານປະຫວັດສາດເຂັ້ມຂຸ້ນໄປດ້ວຍສີສັນຂອງຊາດ ຫວຽດນາມ (ພາບ: Nguyễn Trang - Nguyễn Lai)
ໜອງ ຮ່ວານກ໊ຽມ ມີນ້ຳສີຂຽວ, ແມ່ນສະຖານທີ່ສະຫງົບງຽບໃນໃຈກາງນະຄອນຫຼວງ ຮ່າໂນ້ຍ (ພາບ: ຮ່າແທ່ງ)
ໜອງ ໂຮ່ໄຕ ແມ່ນໜອງທຳມະຊາດໃຫຍ່ທີ່ສຸດຢູ່ຮ່າໂນ້ຍ, ໄດ້ຮັບຂະໜານນາມວ່າແມ່ນ “ປອດຂຽວຂອງນະຄອນຫຼວງ”. ໜອງແຫ່ງນີ້ນອນໃນທາງທິດຕາເວັນຕົກພາກເໜືອຂອງໃຈກາງ ຮ່າໂນ້ຍ ດ້ວຍເນື້ອທີ່ທັງໝົດແມ່ນ 500 ເຮັກຕາ. (ພາບ: My Tra)
ຫໍພິພິທະພັນປະຫວັດສາດແຫ່ງຊາດ ແມ່ນບ່ອນທີ່ຮັກສາບັນດາວັດຖຸພັນທີ່ລ້ຳຄ່າ, ບັນດາພື້ນຖານວັດທະນະທຳ, ປະຫວັດສາດແຫ່ງການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນໃນເມື່ອກ່ອນ ຕະຫຼອດຮອດເວລາກຳເນີດປະເທດ ສສ. ຫວຽດນາມ (VOV5)
ຂົວລອງບຽນ ໄດ້ຕິດພັນກັບປະຫວັດສາດຂອງຊາດແຕ່ດົນນານມາແລ້ວ ນັບແຕ່ໄລຍະຕ້ານ ຝລັ່ງ ແລະ ຕ້ານ ອາເມລິກາ. ຂົວແຫ່ງນີ້ມີອາຍຸກ່ວາ 100 ປີແລ້ວ (ພາບ: ຮ່າແທ່ງ)
ຄຸກຫວາລໍ່ ໄດ້ຮັບການຂະໜານນາມວ່າແມ່ນສະຖານທີ່ເປັນຕາຢ້ານນອນໃນ Top 5 ຂອງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ນອນໃນໃຈກາງນະຄອນຫຼວງ ຮ່າໂນ້ຍ. ຢູ່ສະຖານທີ່ແຫ່ງນີ້, ນັກຮົບ, ທະຫາຍຂອງ ຫວຽດນາມ ຫຼາຍຄົນຖືກລ່າເມືອງຂຶ້ນ ຝລັ່ງ ກັກຂັງ ແລະ ທໍລະມານຢ່າງຮຸນແຮງ (ພາບ:Đức Anh/VOV5)
ໝູ່ບ້ານບູຮານ ເດື່ອງເລີມ (ຂຶ້ນກັບເທດສະບານ ເຊີນໄຕ, ຮ່າໂນ້ຍ) ແມ່ນສະຖານທີ່ສະຫງົບງຽບທີ່ໃຜກໍ່ຢາກມາຢຽມ (ພາບ: Nguyễn Minh)
ເຂດທ່ອງທ່ຽວ ຊີິວະພາບ ໂຮ່ຕຽນຊາ. ສະຖານທີ່ແຫ່ງນີ້ແມ່ນບ່ອນພັກຜ່ອນບຳລຸງສຸຂະພາບດີທີ່ສຸດ ມັນຍັງຮັກສາທິວທັດທຳມະຊາດ, ສະຖານທີ່ແຫ່ງນີ້ມີເນື້ອທີ່ປະມານ 200.000 ມ2

ສະຖານທີ່ 10 ແຫ່ງສ້າງຄວາມປະທັບໃຈຢູ່ຮ່າໂນ້ຍ

(VOVWORLD) -  ຮ່າໂນ້ຍ ແມ່ນນະຄອນຫຼວງແຫ່ງອະລິຍະທຳ, ມີຫຼາຍສະຖານທີ່ມີທິວທັດທຳມະຊາດ, ທັດສະນີຍະພາບໄດ້ສ້າງຂີດໝາຍປະຫວັດສາດຂອງຊາດ ຫວຽດນາມ ທີ່ທ່ານຄວນໄປຢາມເມື່ອໄປທ່ຽວຢູ່ຮ່າໂນ້ຍ.

Bích Lan/VOV.VN