Media /
ໃນ 2 ວັນຄື ວັນທີ 21-22 ພະຈິກ ຢູ່ ຮ່າໂນ້ຍ, ມີ ພະສົງສຳມະເນນ ພຸດທະສາສະນິກະຊົນດີເດັ່ນ ກວ່າ 1.250 ຄົນທີ່ຕາງຫນ້າໃຫ້ສະພາບໍລິຫານງານ ສະມາຄົມພຸດທະສາສະຫນາຫວຽດນາມ ຢູ່ 63 ແຂວງ, ນະຄອນ ໃນທົ່ວປະເທດ, ບັນດາຄະນະ, ສະຖາບັນສູນກາງສະມາຄົມພຸດທະສາສະຫນາຫວຽດນາມ ແລະ ບັນດາສະມາຄົມພຸດທະສາສະຫນາຫວຽດນາມ ຢູ່ ຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ອາຍຸການ 2017-2022 ຢູ່ ຮ່າໂນ້ຍ.
ຈຸດໝາຍຂອງກອງປະຊຸມໃຫຍ່ຄັ້ງທີ VIII ແມ່ນ: “ພູມປັນຍາ - ກົດລະບຽບຂໍ້ບັງຄັບ-ການເຊື່ອມໂຍງ- ພັດທະນາ”, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພະສົງສຳມະເນນ, ພຸດທະສາສະນິກະຊົນຫວຽດນາມ ທັງໝົດ ໃນການເສີມຂະຫຍາຍພູມປັນຍາລວມໝູ່, ຮັກສາກົດລະບຽບຂໍ້ບັງຄັບ, ກົດໝາຍ, ເຊີດຊູນ້ຳໃຈສາມັກຄີ, ປ່ອງດອງ ເພື່ອສ້າງ ສາສະມາຄົມພຸດທະສາສະຫນາໃຫ້ພັດທະນາແບບຍືນຍົງ.
ສາດສະດາ ເຈີນວັນເຢົາ, ອະດີດເລຂາຄະນະພັກເຂດພາກໃຕ້ໃນເມື່ອກອ່ນ, ເມື່ອຄົ້ນຄ້ວາກ່ຽວກັບສາຍກ່ຽວພັນລະຫວ່າງສາສະຫນາພຸດ ແລະ ປະເທດຊາດ ໄດ້ໃຫ້ຂໍ້ສັງເກດວ່າ: “ການພັດທະນາຂອງປະເທດຊາດແມ່ນຕິດພັນກັບສາສະຫນາພຸດ. ສາສະຫນາພຸດແມ່ນທວນໄຟສີວິໄລຢູ່ປະເທດເຮົາ” (ວັດ ກວານຊື - ຮ່າໂນ້ຍ). ພາບ: ກວນຮູຍ
ພາຍຫລັງຂັບໄລ່ສັດຕູຮຸກຮານ, ສ້າງຕັ້ງປະເທດ ຫວ້ານຊວນ ເມື່ອປີ 544, ເຈົ້າຊີວິດ ຫລີນາມເດ ໄດ້ອອກຄຳສັ່ງສ້າງຕັ້ງ ວັດ ເຈີນກວກ ຢູ່ ນະຄອນຫລວງ ຮ່າໂນ້ຍ. ວັດເຈີນກວາ - ຮ່າໂນ້ຍ. ພາບ: ໝີຈາ
ວັດ ທຽນມູ້ ຢູ່ ນະຄອນເຫ້ວ ພາບ: ຮູຍເຟືອງ, ແທງແທງ
ປີ 1963 ມີວັດໃຫມ່ແຫ່ງຫນຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ ນະຄອນ ໄຊງ່ອນ ດ້ວຍຊື່ວ່າ: ຫວຽດນາມ ກວັກຕື້ ພາບ: ຫວໍວັນເຕື່ອງ
ຫວຽດນາມກວກຕື້ ໄດ້ຮັບການເປີດກວ້າງ, ກໍ່ສ້າງ ແມ່ນກິດຈະກຳສ້າງຂີດໝາຍສາສະຫນາພຸດໃນຍຸກປະຈຸບັນ. ພາບ: ຫວໍວັນເຕື່ອງ
ວັດໄທ່- ແມ່ນຫນຶ່ງໃນບັນດາວັດທີ່ມີຊື່ສຽງຢູ່ ຮ່າໂນ້ຍ. ພາບ: ຫມີຈາ
ການດຳເນີນຊີວິດດ້ານສາສະຫນາຢູ່ວັດ ຟຸກແຄງ- ຮ່າໂນ້ຍ. ພາບ: ໝີຈາ
ວັດ ເຟີດຕິກ ແມ່ນວັດແຫ່ງຫນຶ່ງຕັ້ງຢູ່ ໂນນພູ ທາງທິດໃຕ້ພູ ເຟີດຕິກ ຢູ່ ຕາແສງ ເຟີດຕິກ ເມືອງຕຽນຢູ ແຂວງ ບັກນີງ ພາບ: ໝີຈາ
ໃນວັດມີພະພຸດທະຮູບດ້ວຍຫີນໃນສະໄຫມລາດຊະວົງ ຫລີ ໃຫຍ່ກວ່າໝູ່ຢູ່ຫວຽດນາມ. ວັດ ເຟີດຕິກ ຖືກຈັດເຂົ້າບັນຊີລາຍຊື່ປູຊະນິຍະສະຖານປະຫວັດສາດ - ວັດທະນະທຳ. ພາບ: ຫມີຈາ
ພະອາຈານໃຫຍ່ ທິກແທງຫຍຽວ ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ, ຫນຶ່ງໃນບັນດາຜົນງານສຳຄັນຂອງສາສະຫນາພຸດ ແມ່ນການປະຕິສັງຂອນວັດຫລາຍແຫ່ງຢູ່ເຂດຫ່າງໄກສອກຫລີກ, ເຂດທະເລໝູ່ເກາະ. ພາບ: ໝີຈາ
ວັດຢູ່ ເຈື່ອງຊາ ພາບ: ໝີຈາ

ສາສະຫນາພຸດຫວຽດນາມຮ່ວມເດີນທາງ ແລະ ພັດທະນາພ້ອມກັບຊາດ

(VOVWORLD) -ນັບແຕ່ເມື່ອແຊກຊຶມເຂົ້າຫວຽດນາມກ່ອນນີ້ 2000 ປີ, ສາສະຫນາພຸດ ໄດ້ເຊື່ອມຕົວເຂົ້າກັບພື້ນຖານວັດທະນະທຳຫວຽດນາມ ຢ່າງສັນຕິພາບ ແລະ ແບບທຳມະຊາດ.

Media VOV5