“ຫໍພິພິທະພັນ” ທໍລະນີພູເຂົາໄຟເກົ່າແກ່ທີ່ຫາຍາກໃນໂລກຢູ່ຫຼີເຊີນ

(VOVWORLD) -ແຂກທ່ອງທ່ຽວຮູ້ຈັກກ່ຽວກັບຫຼີເຊີນແມ່ນແຫ່ງເກັບຮັກສາບັນດາພະຍານຫຼັກຖານທີ່ສັກກະຫຼະບູຊາ, ມີຊີວິດຊີວາກ່ຽວກັບອະທິປະໄຕຂອງປະເທດຊາດ, ຫຼີເຊີນຍັງຖືກຂະໜານນາມວ່າ ແມ່ນເກາະແດນສະຫວັນ, ເກາະແຫ່ງຄວາມຮັກເພື່ອໃຫ້ແຂກທ່ອງທ່ຽວມາທັດສະນະສຶກສາ ຢ້ຽມຊົມທັດສະນີຍະພາບທີ່ຮັກເຮື້ອໃຫຍ່ໂຕມະໂຫຖານດ້ວຍຊັບພະຍາກອນທໍລະນີທີ່ເປັນເອກະລັກ.
“ຫໍພິພິທະພັນ” ທໍລະນີພູເຂົາໄຟເກົ່າແກ່ທີ່ຫາຍາກໃນໂລກຢູ່ຫຼີເຊີນ - ảnh 1 ຫຼີເຊີນຍັງຖືກຂະໜານນາມວ່າ ແມ່ນເກາະແດນສະຫວັນ, ເກາະແຫ່ງຄວາມຮັກດ້ວຍທັດສະນີຍະພາບທີ່ຮັກເຮື້ອໃຫຍ່ໂຕມະໂຫຖານ…

10 ປາກພູເຂົາໄຟທີ່ເກົ່າແກ່ຢູ່ຫຼີເຊີນທີ່ມີມາກ່ອນນີ້ແຕ່ 9 – 11 ລ້ານປີ

  ບັນດານັກວິທະຍາສາດຫາກໍປະກາດຜົນການສຳຫຼວດຂອງຕົນ, ຕາມນັ້ນແລ້ວ, ສະເພາະຢູ່ຫຼີເຊີນມີເຖິງ 10ປາກພູເຂົາໄຟເກົ່າແກ່(ໃນນັ້ນ ມີ 3 ປາກພູເຂົາໄຟຢູ່ພື້ນທະເລ)

“ຫໍພິພິທະພັນ” ທໍລະນີພູເຂົາໄຟເກົ່າແກ່ທີ່ຫາຍາກໃນໂລກຢູ່ຫຼີເຊີນ - ảnh 2

ທິວທັດທັງໝົດຢູ່ຫຼີເຊີນເບິ່ງສັງເກດຈາກເກາະ ແບ້.

ທ່ານຮອງສາດສະດາຈານ, ປອ ວູ້ກາວມິນ ສັງກັດສະຖາບັນທໍລະນີສາດ- ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມໃຫ້ຮູ້ວ່າ : “ ຢູ່ແຫ່ງນີ້, ພວກເຮົາອາດຈະພົບເຫັນເຖິງເກືອບ 10 ປະເພດມໍລະດົກທໍລະນີ ຊຶ່ງແມ່ນແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ ແລະ ດູດດື່ມສຳລັບຂະແໜງທ່ອງທ່ຽວ. ໃນເກາະ ພວກເຮົາອາດຈະພົບເຫັນບັນດາພູເຂົາໄຟທີ່ໃຫຍ່ໂຕມະໂຫຖານ, ບັນດາຜາຫີນພູເຂົາໄຟທີ່ບໍ່ເຄີຍເຫັນໃນທຳມະຊາດ”

“ຫໍພິພິທະພັນ” ທໍລະນີພູເຂົາໄຟເກົ່າແກ່ທີ່ຫາຍາກໃນໂລກຢູ່ຫຼີເຊີນ - ảnh 3 ປາກພູເຂົາໄຟເທີ້ຍເລີ້ຍ

ບັນດາປາກພູເຂົາໄຟຢູ່ຫຼີເຊີນມີຫຼາຍຮູບຫຼາຍສີ. ບັນດາປາກພູເຂົາໄຟໃຫຍ່ເຊັ່ນ: ເທີຍເລີ້ຍ, ເກັງຊ້ອຍ, ເຢັງຕຽນ, ຮ່ອນດຸ້ນ ແມ່ນບ່ອນທີພູເຂົາໄຟລະເບີດ ແລະ ໄດ້ພົ່ນຄວັນໄຟຂຶ້ນສູ່ຊັ້ນບັນຍາກາດນັບ ກມ. ສ່ວນບັນດາ ພູເຂົາໄຟນ້ອຍເຊັ່ນ ຮ່ອນຕາຍ, ຮ່ອນວຸງ…

     ບັນດາປາກພູເຂົາໄຟແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ປາກພູເຂົາໄຟເທີ້ຍເລີ້ຍສູງ 149 ມ , ປາກພູເຂົາໄຟເກັງຊ້ອຍສູງ 106 ມ…

“ຫໍພິພິທະພັນ” ທໍລະນີພູເຂົາໄຟເກົ່າແກ່ທີ່ຫາຍາກໃນໂລກຢູ່ຫຼີເຊີນ - ảnh 4 ປາກພູເຂົາໄຟຢູ່ພື້ນທະເລດ້ວຍປາກະລັງທີ່ດັ້ງເດີມ ກໍແມ່ນສະຖານທີ່ດຶງດູດບັນດານັກທ່ອງທ່ຽວມັກຄົ້ນຫາ, ດຳນ້ຳທະເລ.

    ທ່ານຮອງສາດສະດາຈານ, ປອ ວູ້ກາວມິນ ສັງກັດສະຖາບັນທໍລະນີສາດ- ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມນຳສະເໜີໃຫ້ກໍ່ສ້າງຫຼີເຊີນເປັນເມືອງເກາະທີ່ເປັນເອກະລັກກ່ຽວກັບການທ່ອງທ່ຽວຢ້ຽມຊົມພູເຂົາໄຟຢູ່ພື້ນທະເລ.

“ຫໍພິພິທະພັນ” ທໍລະນີພູເຂົາໄຟເກົ່າແກ່ທີ່ຫາຍາກໃນໂລກຢູ່ຫຼີເຊີນ - ảnh 5 ບັນດາພູເຂົາໄຟເກົ່າແກ່ທີ່ມີອາຍຸນັບລ້ານປີໄດ້ກາຍເປັນທັດສະນີຍະພາບທີ່ເປັນເອກະລັກສະເພາະໃຫ້ແກ່ຫຼີເຊີນ.

ມໍລະດົກທໍລະນີວັດທະນະທຳທີ່ເປັນເອກະລັກ

  ໃນເກາະຫຼີເຊີນ ຍັງມີປະເພດມໍລະດົກປະສົມ - ມໍລະດົກທໍລະນີວັດທະນະທຳ. ນັ້ນແມ່ນວັດຮາງ ແລະ ບັນດາເນື້ອທີ່ນາຂັ້ນໄດທີ່ວາງດ້ວຍຫີນຈາກ ພູເຂົາໄຟ.

“ຫໍພິພິທະພັນ” ທໍລະນີພູເຂົາໄຟເກົ່າແກ່ທີ່ຫາຍາກໃນໂລກຢູ່ຫຼີເຊີນ - ảnh 6

ວັດຮາງ

ວັດຮາງໄດ້ຮັບການປຸກສ້າງໃນຖ້ຳແຫ່ງໜຶ່ງຂອງພູເຂົາໄຟ. ຖ້ຳກ້ວາງ ແລະ ເລິກກວ່າ 20 ມ, ສູງກວ່າ 3 ມ ແລະ ສູງກວ່າໜ້ານ້ຳທະເລ 2-3 ມ, ຢູ່ອ້ອມແອ້ມແມ່ນບັນດາຜາຫີນຖືກນ້ຳທະເລກະທົບມາຫຼາຍຟ້າຫຼາຍປີ ສ້າງເປັນຫຼາຍຮູບຮ່າງທີ່ງາມຕາ.

“ຫໍພິພິທະພັນ” ທໍລະນີພູເຂົາໄຟເກົ່າແກ່ທີ່ຫາຍາກໃນໂລກຢູ່ຫຼີເຊີນ - ảnh 7 ນາຂັ້ນໄດຖືກວາງດ້ວຍຫີນຈາກ ພູເຂົາໄຟ ແມ່ນຜົນງານທີ່ພົ້ນເດັ່ນໃນການອອກແຮງງານ.

      ນາຂັ້ນໄດຖືກຜູ້ອອກແຮງງາ ວາງດ້ວຍຫີນຈາກພູເຂົາໄຟເພື່ອປູກຜັກບົວ, ຜັກທຽມ.

    ສັງເກດກ່ຽວກັບຄວາມສາມາດບົ່ມຊ້ອນໃນການພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນແຫ່ງນີ້, ທ່ານ ດັ້ງຫງອກຢຸງ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ກວາງງ້າຍ ໃຫ້ຮູ້ວ່າ : ຫຼີເຊີນແມ່ນແຫ່ງທີ່ເກັບຮັກສາພະຍານຫຼັກຖານປະຫວັດສາດຫຼາຍຢ່າງກ່ຽວກັບອະທິປະໄຕເຂດທະເລໝູ່ເກາະສຳລັບ 2 ໝູ່ເກາະ   ຮ່ວາງຊາ ແລະ ເຈື່ອງຊາ.

    ປະຈຸບັນ, ແຂວງ ກວາງງ້າຍໄດ້ເຊີ້ອເຊີນນັກຊ່ຽວຊານມາຊ່ວຍປະກອບສຳເນົາເອກະສານເພື່ອສະເໜີ UNESCO ຮັບຮອງຫຼີເຊີນ, ບິງເຈົາ ແລະ ເຂດອ້ອມຂ້າງເປັນສວນສາທາລະນະທໍລະນີທົ່ວໂລກ.

“ຫໍພິພິທະພັນ” ທໍລະນີພູເຂົາໄຟເກົ່າແກ່ທີ່ຫາຍາກໃນໂລກຢູ່ຫຼີເຊີນ - ảnh 8 ຄູຜົວເມຍບຸກເບີກທີ່ດິນເພື່ອປູກຜັກທຽມຢູ່ຂ້າງພູເຂົາໄຟເກົ່າແກ່

ຕອບກັບ

ຂ່າວ/ບົດ​ອື່ນ