Media /
ຫໍພິພິທະພັນ ຮຸ່ງເວືອງ ນອນໃນກຸ່ມເຂດປູູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ແມ່ນສະຖານທີ່ພິເສດໃນການເຫຼື້ອມໃສຂອງຊາວຫວຽດນາມແຕ່ລະຄົນ.
ຫໍພິພິທະພັນ ຮຸ່ງເວືອງ ໄດ້ຮັບການກໍ່ສ້າງແຕ່ຊຸມປີທ້າຍທົດສະວັດ 80 ຂອງສະຕະວັດກ່ອນ ແລະ ໄດ້ຜ່ານການບູລະນະປະຕິສັງຂອນ ຫຼາຍເທື່ອ.
ບັນດາຄ້ອງບັ້ງໃນ ຫໍພິພິທະພັນ ຮຸ່ງເວືອງ
ຜ່ານບັນດາຄ້ອງບັ້ງ ຊຶ່ງແມ່ນວັດຖຸພັນແຫ່ງປະຫວັດສາດທີ່ເປັນເອກະລັກ ໄດ້ຊ່ວຍໃຫ້ຜູ້ຊົມເຫັນໄດ້ການດຳເນີນຊີວິດວັດທະນະທຳ, ເສດຖະກິດຜ່ານລາດຊະວົງຮຸ່ງສະໄໝຕ່າງໆ.
- ຈາກບັນດາວັດຖຸພັນ, ເຄື່ອງມືຮັບໃຊ້ການຜະລິດ, ການດຳເນີນຊີວິດຂອງຊາວຫວຽດເດີມ, ສ່ອງແສງເຖິງສິ່ງຍອດຍິ່ງທາງດ້ານວັດທະນະທຳຜ່ານບັນດາໄລຍະປະຫວັດສາດ
ປະຈຸບັນ, ຢູ່ຫໍພິພິທະພັນ ຮຸ່ງເວືອງ ມີວັດຖຸພັນບູຮານເກືອບ 700 ຢ່າງໃນຈຳນວນວັດຖຸພັນທັງໝົດກ່ວາ 4000 ຢ່າງ ຖືກເກັບຮັກສາ ແລະ ວາງສະແດງຢູ່ຕາມ 5 ຫ້ອງຫົວເລື່ອງ: ປະເທດຊາດ ແລະ ຊາວຫວຽດນາມສະໄໝປະຖົມບູຮານ; ເລີ່ມສ້າງສາປະເທດຊາດ; ພາລະກິດສ້າງສາປະເທດ ວັນລາງຂອງບັນດາເຈົ້າຊີວິດຮຸ່ງ; ເຂດປູຊະນີຍະສະຖານວິຫານຮຸ່ງ ແລະ ການບູຊາເຈົ້າຊີວິດຮຸ່ງ ຢູ່ຟອງເຈົາ; ນ້ຳໃຈຂອງປະຊາຊົນທີ່ມີຕໍ່ ວິຫານຮຸ່ງ
ວັນທີ 18 ກຸມພາປີ 1946, ກວ່າ 5 ເດືອນພາຍຫຼັງວັນສະຖາປະນາປະເທດຊາດ, ປະທານໂຮ່ຈິມິນໄດ້ເຊັນ ລັດຖະດຳລັດເລກທີ 22 CNV/CC ກ່ຽວກັບການອະນຸຍາດໃຫ້ລັດຖະກອນທົ່ວປະເທດໄດ້ພັກການ ໃນວັນບູຊາເຈົ້າຊີວິດຮຸ່ງ ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນແຕ່ລະປີ ເພື່ອອາໄລຫາບັນພະບຸລຸດ. ໃນຮູບຖ່າຍ ແມ່ນກຸ່ມຮູບປັ້ນ ວາດພາບເຖິງການໂອ້ລົມຂອງປະທານໂຮ່ຈິມິນ ກັບພະນັກງານ, ນັກຮົບຫວຽດນາມ ພວມກະກຽມ ມາຮັບການຄຸ້ມຄອງນະຄອນຫຼວງເມື່ອວັນທີ 18/9/1954.
. ຮູບຖ່າຍເອກະສານທີ່ວາງສະແດງໃນຫໍພິພິທະພັນ ຮຸ່ງເວືອງ ໄດ້ຖ່າຍເອົາ ຈຸດເວລາຂອງການໂອ້ລົມດັ່ງກ່າວ. ໃນການໂອ້ລົມນີ້, ປະທານໂຮ່ຈິມິນ ໄດ້ມີຄຳບອກເຕືອນທີ່ອະມະຕະວ່າ : “ ບັນດາເຈົ້າຊີວິດຮຸ່ງມີຄຸນງາມຄວາມດີໃນການສ້າງສາປະເທດຊາດ, ລຸງ ແລະ ພວກຫຼານຕ້ອງພ້ອມກັນປົກປັກຮັກສາປະເທດຊາດ”

ຫໍພິພິທະພັນ ຮຸ່ງເວືອງ ວາດພາບເຖິງເທບນິຍາຍດິນແດນແຫ່ງບັນພະບຸລຸດ

(VOVWORLD) - ໂດຍຖືກຕັ້ງບົນໂນນໜ່ວຍໜຶ່ງທີ່ຕາແສງ ຮີເກືອງ, ນະຄອນຫວຽດຈີ່, ແຂວງຟູ້ເທາະ, ນອນໃນກຸ່ມເຂດປູູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ຫໍພິພິທະພັນ ຮຸ່ງເວືອງ ແມ່ນສະຖາປັດຕະຍະກຳທີ່ເປັນເອກະລັກ, ວາດພາບເຖິງໄລຍະປະຫວັດສາດປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ.