Media /
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຈີນ ຈຽງເຊີ້ໝິນ ຕ້ອນຮັບທ່ານໂດ້ເມື່ອຍເນື່ອງໃນໂອກາດຢ້ຽມຢາມຈີນເມື່ອປີ 1997.
ທ່ານໂດ້ເມື່ອຍຕ້ອນຮັບທ່ານນາຍົກລັດຖະມົນຕີຈີນ ຫຼີເຜີງ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 2 ທັນວາປີ 1992.
ທ່ານໂດ້ເມື່ອຍຕ້ອນຮັບທ່ານໄກສອນ ພົມວິຫານ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງລັດ ສ.ປ.ປ. ລາວ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 23 ທັນວາປີ 1988
ທ່ານໂດ້ເມື່ອຍ ພົບປະກັບສະເດັດເຈົ້າ ສຸພານຸວົງ, ອະດີດ ນາຍົກລັດຖະມົນຕີແຫ່ງ ສ.ປ.ປ. ລາວ
ທ່ານໂດ້ເມື່ອຍຕ້ອນຮັບປະທານກູບາ Fidel Castro ເນື່ອງໃນໂອກາດມາຢ້ຽມຢາມສັນທະວະໄມຕີຫວຽດນາມເມື່ອວັນທີ 28 ທັນວາປີ 1995 .
ທ່ານໂດ້ເມື່ອຍຕ້ອນຮັບພະບາດສົມເດັດພະຫາກະສັດ ກຳປູເຈຍ ໂນໂລດົມ ສີຫະນຸ
ທ່ານໂດ້ເມື່ອຍ ແລະ ທ່ານ Ryzhkov ປະທານສະພາລັດຖະມົນຕີ ອະດີດສະພາບໂຊຫວຽດໃນການຢ້ຽມຢາມປະເທດນີ້
ທ່ານໂດ້ເມື່ອຍຕ້ອນຮັບທ່ານ ປະທານສະມາຄົມມິດຕະພາບສະພາບໂຊຫວຽດ-ຫວຽດນາມ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 5 ພະຈິກປີ 1988
ທ່ານນາຍົກລັດຖະມົນຕີ ອິນເດຍ P.V. Narasimha Rao ຕ້ອນຮັບທ່ານໂດ້ເມື່ອຍຢູ່ນະຄອນ ນິວເດລີ ເນື່ອງໃນໂອກາດຢ້ຽມຢາມອີນເດຍແຕ່ວັນທີ8-13 ກັນຍາປີ 1992
ທ່ານໂດ້ເມື່ອຍຕ້ອນຮັບທ່ານ Yasser Arafat ຜູ້ນຳ ປາແລັສຕີນ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 31 ກໍລະກົດປີ 1993
ທ່ານໂດ້ເມື່ອຍຕ້ອນຮັບປະທານາທິບໍດີ ອິນໂດເນເຊຍ Suharto ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 20 ພະຈິກປີ 1990 .
ທ່ານໂດ້ເມື່ອຍ ແລະ ນາຍພົນອາວຸໂສ Than Shwe, ປະທານສະພາສັນຕິພາບ ແລະ ພັດທະນາ ມ້ຽນມາ ເນື່ອງໃນໂອກາດມາຢ້ຽມຢາມມ້ຽນມາແຕ່ວັນທີ22-24 ພຶດສະພາ ປີ 1997
ທ່ານໂດ້ເມື່ອຍຖ່າຍຮູບເປັນທີ່ລະນຶກກັບຄອບຄົວທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ເນື່ອງໃນໂອກາດຢ້ຽມຢາມປະເທດນີ້ເມື່ອວັນທີ 25 ມີນາປີ 1994
ທ່ານໂດ້ເມື່ອຍຕ້ອນຮັບທ່ານ ລັດຖະມົນຕີອະວຸໂສ ສິງກະໂປ ຫຼີກຸງຢູ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 28 ພະຈິກປີ 1997
ພະບາດສົມເດັດພະເຈົ້າມະຫາຊີວິດແຫ່ງລາຊະອານາຈັກໄທ ພູມິພົນ ອະດຸນຍະເດດ ໃຫ້ການຕ້ອນຮັບທ່ານໂດ້ເມື່ອຍເນື່ອງໃນໂອກາດຢ້ຽມຢາມໄທແຕ່ວັນທີ 15-18 ຕຸລາ ປີ 1993
ພະເຈົ້າຈັກກະພັດຍີປຸ່ນ ຕ້ອນຮັບທ່ານໂດ້ເມື່ອຍເນື່ອງໃນໂອກາດໄປຢ້ຽມຢາມຍີປຸ່ນເມື່ອເດືອນເມສາປີ 1995
ທ່ານໂດ້ເມື່ອຍຕ້ອນຮັບນາຍົກລັດຖະມົນຕີ ສ.ເກົາຫຼີ Lee Young Dug ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 30 ສິງຫາປີ 1994
ທ່ານໂດ້ເມື່ອຍຕ້ອນຮັບ ຄະນະຜູ້ຕາງໜ້າຍາດວົງ ຫຼີຮວາເຊີນ ລຸ່ນລູກຫຼານຂອງເຈົ້າຊາຍ ຫຼີລອງເຕືອງ ຢູ່ ສ.ເກົາຫຼີ ມາຢ້ຽມຢາມບ້ານເກີດເມືອງນອນ. ທ່ານ ຫຼີເຊືອງກັນ ລຸນທີ 31 ຂອງຍາດວົງ ເຈົ້າຊີວິດ ຫຼີທ້າຍໂຕ ຕາງໜ້າຄະນະ ໄດ້ມອບແຜ່ນຄຳຜະຫຍາໃຫ້ແກ່ທ່ານ ໂດ້ເມື່ອຍເປັນຂອງຂອງຂວັນ. ແຜ່ນຄຳຜະຫຍາຂຽນວ່າ : “ເຖິງວ່າຢູ່ແດນໄກກໍຕາມ, ແຕ່ຈິດໃຈຍາມໃດກໍອວາຍເມືອຫາບ້ານເກີດເມືອງນອນຫວຽດນາມ” ວັນທີ 24 ສິງຫາປີ 1995.
ທ່ານນາຍົກລັດຖະມົນຕີ ນິວຊີແລນ ຕ້ອນຮັບທ່ານໂດ້ເມື່ອຍ ເນື່ອງໃນໂອກາດຢ້ຽມຢາມ ນິວຊີແລນແຕ່ວັນທີ27-29 ກໍລະກົດ ປີ 1995
ທ່ານໂດ້ເມື່ອຍຕ້ອນຮັບນາຍົກລັດຖະມົນຕີ ອົດສະຕາລີ Paul J. Keating ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 12 ເມສາ ປີ 1994
ທ່ານໂດ້ເມື່ອຍຕ້ອນຮັບປະທານາທິບໍດີ ຝະລັ່ງ Jacques Chirac ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 12 ພະຈິກປີ 1997
ທ່ານໂດ້ເມື່ອຍຕ້ອນຮັບນາຍົກລັດຖະມົນຕີ ເຢຍລະມັນ Helmut Kohl ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອວັນທີ 17ພະຈິກປີ 1995
ທ່ານໂດ້ເມື່ອຍຕ້ອນຮັບ ທ່ານ John Kerry ສະມາຊິກສະພາສູງອາເມລິກາຊຶ່ງນຳໜ້າຄະນະຜູ້ແທນສະພາສູງ ແລະ ສະພາຕ່ຳ ອາເມລິກາ, ອົງການທະຫານຜ່ານເສິກອາເມລິກາ ມາຢ້ຽມຢາມຫວຽດນາມເມື່ອວັນທີ 1 ມິຖຸນາປີ 1993
ທ່ານໂດ້ເມື່ອຍຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ນຳລັດ, ລັດຖະບານ, ຫົວໜ້າຄະນະຜູ້ແທນບັນດາປະເທດທີ່ໃຊ້ພາສາຝະລັງຢູ່ຮ່າໂນ້ຍເມື່ອວັນທີ 14 ພະຈິກປີ 1997.

ຮູບພາບກ່ຽວກັບທ່ານໂດ້ເມື່ອຍ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມກັບການນຳຂັ້ນສູງຂອງປະເທດຕ່າງໆ

(VOVWORLD) -

ທ່ານໂດ້ເມື່ອຍ ນີ້ແມ່ນບັນດາຮູບຖ່າຍເອກະສານອັນລ້ຳຄ່າກ່ຽວກັບບັນດາການຢ້ຽມຢາມຢູ່ຕ່າງປະເທດ ແລະ ການຕ້ອນຮັບການນຳປະເທດຕ່າງໆມາຢ້ຽມຢາມຫວຽດນາມຂອງອະດີດເລຂາທິການໃຫຍ່ໂດ້ເມື່ອຍ