Media /
ນີ້ແມ່ນການເຄື່ອນໄຫວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບຄະນະກຳມະການປະຊາຊົນແຂວງວີ້ງຟຸກຈັດຂຶ້ນ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອໃນພື້ນຖານວັດທະນະທຳທີ່ເປັນເອກະພາບ ມີຫຼາຍຮູບຫຼາຍສີຂອງວົງຄະນະຍາດ 54 ຊົນເຜົ່າຫວຽດນາມ.
ເຂົ້າຮ່ວມພິທີໄຂມີທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ທ່ານນາງ ດັ້ງທິຫງອກທີ້ງ ຮອງປະທານປະເທດ, ທ່ານພົນເອກ ໂດ້ບ້າຕິ ຮອງປະທານສະພາແຫ່ງຊາດ, ທ່ານ ຫງວຽນຫງອກຖ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ Michael Croft ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ພ້ອມກັບການນຳທຸ້ອງຖິ່ນ, ຜູ້ຕາງໜ້າກະຊວງ,ຂະແໜງການຕ່າງໆ.
M ທ່ານ ຫງວຽນຫງອກຖ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຂຶ້ນກ່າວຄຳເຫັນທີ່ພິທີໄຂ.
ຜູ້ຕາງໜ້າ 4 ແຂວງ ແລະ ນະຄອນຄື : ຮ່າໂນ້ຍ, ລ່າວກາຍ, ບັກນິງ ແລະ ວີ້ງຟຸກ ຕ້ອນຮັບໃບຢັ້ງຢືນຮັບຮອງພິທີກຳ ແລະ ການຫຼິ້ນກິລາດຶງເຊືອກ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຈາກອົງການ UNESCO.
ບັນດານັກສິລະປີນ, ນັກສະແດງເຂົ້າຮ່ວມການຫຼິ້ນກິລາດຶງເຊືອກ.
ວັນບຸນໂດຍມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປີນ, ນັກສະແດງ, ນັກເສບດົນຕີ, ນັກກິລາມະຫາຊົນບັນດາເຜົ່າ ຈຳນວນກວ່າ ພັນຄົນທີ່ມາຈາກ 10 ແຂວງເຂດທາງທິດຕາເວັນອອກສ່ຽງເໜືອຫວຽດນາມ.
ການສະແດງເສບເຄື່ອງດົນຕີພື້ນເມືອງ
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີ 10 ປີ 2018 ດ້ວຍຫົວເລື່ອງ “ອະນຸລັກ,. ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອໃນໄລຍະປ່ຽນແປງໃໝ່-ເຊື່ອມໂຍງ ແລະ ພັດທະນາປະເທດຊາດແບບຍືນຍົງ” ຖືກດຳເນີນແຕ່ວັນທີ 2 ຫາວັນທີ 4 ພະຈິກ ຢູ່ນະຄອນວີ້ງອຽນ ແຂວງວີ້ງຟຸກ.
ບັນດານັກສິລະປີນ, ນັກສະແດງທີ່ມາຈາກແຂວງຮ່າຢາງ.
ຮູບພາບເສົາທຸງ ລຸ້ງກູ້-ດິນແດນຕອນເໜືອສຸດຂອງປະເທດຊາດ.
ການວາດພາບເຖິງພວກອ້າຍເອື້ອຍພວມຖືກຸບຕາມປະເພນີ.
ບັນຍາກາດງານບຸນ ເຂດພູສູງ.
ລາຍການສະແດງດ້ວຍລະບົບແສງໄຟທີ່ເປັນເອກະລັກ.
ວັນບຸນແມ່ນໂອກາດເພື່ອໃຫ້ນັກສິລະປະການ, ນັກສິລະປີນ, ນັກສະແດງ, ນັກເສບດົນຕີ, ນັກກິລາມະຫາຊົນໄດ້ພົບປະແລກປ່ຽນ, ຍົກສູງລະດັບຄວາມຮັບຮູ້ໃນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນປະເພນີຂອງບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອ.

ຮູບພາບກ່ຽວກັບພິທີໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອ

(VOVWORLD) -ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີ 10 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 2 ພະຈິກຢູ່ນະຄອນວີ້ງອຽນ, ແຂວງ ວີ້ງຟຸກ.