Media /
ທ່ານນາງ ເຈີນທິຫາຍ, ຜູ້ອຳນວຍການສູນໃຫ້ຮູ້ວ່າ ປະຈຸບັນ, ທາງສູນມີຜູ້ເຖົ້າ 90 ຄົນພວມຢູ່ໃນສະພາບປ່ຽວພອຍ ບໍ່ມີບ່ອນເພິ່ງພາອາໄສ ແລະ ເດັກ 45 ຄົນມີສະພາບຄອບຄົວຫຍຸ້ງຍາກ.
ສູນໄດ້ຕ້ອນຮັບຄະນະເຄື່ອນໄຫວເພື່ອການກຸສົນມາຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນ ບຸນໄຫວ້ພະຈັນ.
ບັນດາສະມາຊິກໃນຄະນະເຄື່ອນໄຫວເພື່ອການກຸສົນ ຕ່າງກໍສະແດງຄວາມຮັກແພງ ແລະ ໂອ້ລົມກັບພວກເດັກຢູ່ນີ້.
ນາງ Wahyu Sulistya Affarah ຊາວອິນໂດເນເຊຍ ຜູ້ເຂົ້າຮ່ວມງານປະກວດສຽງເພງອາຊຽນ + 3 ໃຫ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວອາສາສະໝັກທີ່ມີຄວາມໝາຍຢູ່ຫວຽດນາມທີ່ນາງໄດ້ເຂົ້າຮ່ວມ.
ບັນດາຂອງຂວັນທີ່ຝາກເຖິງພວກນ້ອງແມ່ນປຶ້ມອ່ານ, ອຸປະກອນການຮຽນ, ກະເປົານັກຮຽນ, ເຂົ້າໜົມ ດ້ວຍຄວາມຫວັງຢາກໃຫ້ພວກນ້ອງຍາມໃດກໍມ່ວນຊື່ນ ແລະ ດຸໝັ້ນຮ່ຳຮຽນ.
ເດັກສອງຄົນແບ່ງຂອງຂວັນໃຫ້ກັນ.
ບັນດາຄະນະເຄື່ອນໄຫວເພື່ອການກຸສົນສົ່ງຂອງຂວັນເຖິງສູນເພື່ອຮັບໃຊ້ຊີວິດປະຈຳວັນໃຫ້ແກ່ບັນດາເປົ້າໝາຍໄດ້ຮັບການຊ່ວຍເຫຼືອສັງຄົມ
ຄວາມມ່ວນຊື່ນຢ່າງລົ້ນເຫຼືອ.
ບັນດາຢາດນ້ຳຕາແຫ່ງຄວາມຕື້ນຕັນໃຈຂອງບັນດາຜູ້ເຖົ້າໃນສູນເມື່ອໄດ້ຮັບຂອງຂວັນ ແລະ ຄວາມແບ່ງເບົາ.
ການຊ່ວຍເຫຼືອ ບັນດາຜູ້ເຖົ້າໃນສູນ.
ເພື່ອເປັນການເຂົ້າຮ່ວມໃນການເຄື່ອນໄຫວ, ນັກຮ້ອງ ຫງວຽນຮ່ວາງຢຸງ ໄດ້ສະແດງລາຍການສິລະປະທີ່ດູດດື່ມຮັບໃຊ້ພວກເດັກ ແລະ ຜູ້ເຖົ້າ.
ພວກເດັກສາກົນຂັບຮ້ອງເພງ “ Twinker little star ”
ບັນດາຄະນະເຄື່ອນໄຫວເພື່ອການກຸສົນຈັດການເຄື່ອນໄຫວຫຼາຍຢ່າງ ເຊັ່ນ: ການລະຫຼິ້ນຢູ່ກາງແຈ້ງ, ການເຮັດໂຄມໄຟ, ແຕ້ມໜ້າກາກ, ຂັບຮ້ອງ….
ເດັກຄົນໜຶ່ງໃນສູນຂັບຮ້ອງເພງ “ ຫຼານມີອາຍຸ 3 ປີ”
ຄວາມເພີດເພິ່ນ ແລະ ການສະແດງຄວາມໃນໃຈຢ່າງຈິງໃຈໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ບັນດາສະມາຊິກໃນຄະນະອາສາສະໝັກ.

ຮ່ວມແຮງຮ່ວມໃຈເພື່ອບຸນໄຫວ້ພະຈັນທີ່ອົບອຸ່ນ

(VOVWORLD) - ເນື່ອງໃນໂອກາດບຸນໄຫວ້ພະຈັນວັນເພັງເດືອນ ໄລ່ຕາມຈັນທະປະຕິທິນ ແລະ ວັນຜູ້ອາຍຸສູງຄືວັນທີ 1 ຕຸລາ, ມີຫຼາຍອົງດານຈັດຕັ້ງເຄື່ອນໄຫວເພື່ອການກຸສົນໄດ້ໄປຍັງສູນຊ່ວຍເຫຼືອສັງຄົມ 3 - ໄຕໂມ້ - ເມືອງຕືລຽມ, ຮ່າໂນ້ຍເພື່ອຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນ ບຸນໄຫວ້ພະຈັນ. 

Duc Anh