ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017

(VOVWORLD) -ຕົ້ນເດືອນພະຈິກປີ 2017 ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 ແລະ ແຂກທ່ອງທ່ຽວສາກົນຜູ້ທີ 4 ແສນ 5 ໝື່ນ. ນີ້ແມ່ນຕົວເລກທີ່ເປັນໜ້າປະທັບໃຈ ແລະ ສູງສຸດນັບແຕ່ກ່ອນເປັນຕົ້ນມາຂອງຂະແໜງທ່ອງທ່ຽວກາດບາ.

ພື້ນຖານໂຄງລ່າງດ້ານການທ່ອງທ່ຽວຂອງເມືອງເກາະກາດບາ, ຫາຍຟ່ອງໃນຊຸມປີມໍ່ໆມານີ້ ໄດ້ຮັບການເພີ່ມທະວີການລົງທຶນ, ທັດສະນີຍະພາບ, ສິ່ງແວດລ້ອມໄດ້ຮັບການຮັກສາຕາມທິດທ່ອງທ່ຽວທຳມະຊາດແບບຍືນຍົງ. ພ້ອມກັນນັ້ນ, ຂົວດິງວູ້-ກາດຫາຍໄດ້ນຳເຂົ້າໃຊ້ການພ້ອມກັບບັນດາເສັ້ນທາງດ່ວນ ຫາຍຟ່ອງ-ຮ່າໂນ້ຍ, ຮ່າໂນ້ຍ-ລາວກາຍ….ກໍແມ່ນກຳລັງໜູນເພື່ອກໍ່ສ້າງ ເກາະກາດບາ ໃຫ້ກາຍເປັນສູນທ່ອງທ່ຽວລະດັບຊາດ ແລະ ສາກົນໂດຍໄວ.

 ຈຳນວນແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນມາທ່ອງທ່ຽວຢູ່ ເກາະກາດບາທີ່ຂຶ້ນກັບໝູ່ເກາະກາດບາ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ປີ 2009, ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 1 ລ້ານໃນປີ. ຕົ້ນເດືອນພະຈິກປີ 2017 ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຫວຽດນາມຜູ້ທີ 2 ລ້ານໃນປີ ແລະ ແຂກທ່ອງທ່ຽວສາກົນຜູ້ທີ 4 ແສນ 5 ໝື່ນ. ທັງນີ້ກໍເປັນການຊ່ວຍຂະແໜງທ່ອງທ່ຽວມີຄວາມໝັ້ນໃຈເພື່ອສຳເລັດແຜນການຕ້ອນຮັບແຂກທ່ອງທ່ຽວ 6,7 ລ້ານເທື່ອຄົນໃນປີ 2017 .

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 1

ແຈໜຶ່ງຢູ່ ເກາະກາດບາເມື່ອຫຼຽວເບິ່ງຈາກບ່ອນສູງ (ພາບ: ຮ່ວາງດັງດິງ)

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 2

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 3

ສິລະປີນປະຊາຊົນ ຕຶລອງ, ແຂກທ່ອງທ່ຽວຫວຽດນາມຜູ້ທີ 2 ລ້ານມາຢ້ຽມຢາມເກາະກາດບາໃນປີ 2017

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 4

ຂະແໜງທ່ອງທ່ຽວກາດບາຕ້ອນຮັບແຂກທ່ອງທ່ຽວຫວຽດນາມຜູ້ທີ 2 ລ້ານ ແລະ ແຂກທ່ອງທ່ຽວສາກົນຜູ້ທີ 4 ແສນ 5 ໝື່ນ

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 5

ມອບດອກໄມ້ໃຫ້ແກ່ທ່ານ Vitsezslav Grepl ແຂກທ່ອງທ່ຽວສາກົນຜູ້ທີ 4 ແສນ 5 ໝື່ນໃນປີ 2017

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 6

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 7

ກຳປັ່ນຄວາມໄວສູງ ບັນທຸກແຂກທ່ອງທ່ຽວຈາກທ່າກຳປັ່ນບິ້ງ ໄປຍັງ ເກາະກາດບາ

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 8

ຂົວຂ້າມທະເລ ເຕີນວູ້ - ແລກຮ້ວຽນ (ພາບ: ຮ່ວາງດັງດິງ)

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 9

ແຈໜຶ່ງຢູ່ເທດສະບານເມືອງກາດບາ

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 10

ເກາະກາດບາຂຽວງາມ (ພາບ: ຮ່ວາງດັງດິງ)

ເກາະກາດບາຕ້ອນຮັບແຂກທ່ອງທ່ຽວຜູ້ທີ 2 ລ້ານໃນປີ 2017 - ảnh 11

ຍາມສາຍັນ (ພາບ: ຮ່ວາງດັງດິງ)

ຕອບກັບ

ຂ່າວ/ບົດ​ອື່ນ